ທະນາຄານໂລກ ຊ່ວຍເຫລືອແກ້ໄຂສະພາບຂາດສະບຽງອາຫານຢູ່ອາຟຣິກາ 2,3 ຕື້ໂດລາ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 22 ມິຖຸນາ 2022 ຜ່ານມາ, ທະນາຄານໂລກ (WB) ປະກາດວ່າໄດ້ຮັບຮອງເອົາໂຄງການທີ່ມີມູນຄ່າ 2,3 ຕື້ໂດລາ ເພື່ອຊ່ວຍບັນດາປະເທດ ອາຟຣິກາ ຕາເວັນອອກ ແລະ ອາຟຣິກາ ໃຕ້ ຕ້ານສະພາບການຂາດສະບຽງອາຫານ. ບ້ວງງົບປະມານນີ້ຈະຊ່ວຍເພີ່ມທະວີຄວາມສາມາດຟື້ນຟູຂອງລະບົບສະບຽງອາຫານໃນພາກພື້ນກໍ່ຄືຄວາມສາມາດແກ້ໄຂສະພາບຂາດສະບຽງອາຫານ ຊຶ່ງນັບມື້ນັບເພີ່ມຂຶ້ນ….










