ນາຍົກລັດຖະມົນຕີອັງກິດປະກາດຈະແຈ້ງ ຈະບໍ່ຍອມລາອອກຈາກຕຳແໜ່ງ ເຖິງວ່າມີສຽງຮຽກຮ້ອງຈາກຫລາຍຝ່າຍ
ຜູ້ນຳອັງກິດເນັ້ນຈະແຈ້ງ ຈະບໍ່ໜີຄວາມຮັບຜິດຊອບດ້ວຍການລາອອກ ຫລັງຖືກກົດດັນຈາກຝ່າຍຄ້ານ ລວມທັງຈາກຝ່າຍລັດຖະບານບາງສ່ວນ. ສະຖານະການການເມືອງໃນອັງກິດຍັງຮ້ອນແຮງຕໍ່ເນື່ອງ ຫລັງຈາກລັດຖະມົນຕີກະຊວງສຳຄັນ ຄືທ່ານ ຣິຊີ ສຸນັກ ລັດຖະມົນຕີວ່າການກະຊວງການເງິນ ແລະ ທ່ານ ຊາຈິດ ຈາວິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຍື່ນຈົດໝາຍລາອອກຕໍ່ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຂອງອັງກິດ. ທັງສອງທ່ານລະບຸໃນຈົດໝາຍວ່າ:…









