ອິຕາລີ ປະສົບໄພນ້ຳຖ້ວມຄັ້ງໃຫຍ່ທີ່ສຸດໃນຮອບ 100 ປີ ມີຄົນເສຍຊີວິດແລ້ວຢ່າງໜ້ອຍ 13 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 19 ພຶດສະພາ 2023 ຜ່ານມາ, ສະຖານະການນ້ຳຖ້ວມຄັ້ງໃຫຍ່ໃນແຄວ້ນເອມິເຣຍ ໂຣມັນຍາ ທາງພາກເໜືອຂອງອິຕາລີ ພົບຜູ້ເສຍຊີວິດເພີ່ມຂຶ້ນມາເປັນ 13 ຄົນແລ້ວ

ມີລາຍງານວ່າ: ຝົນທີ່ຕົກລົງມາຢ່າງໜັກເຮັດໃຫ້ກະແສນ້ຳໃນແມ່ນ້ຳໄຫລ່ຖ້ວມພື້ນທີ່ເກືອບທັງໝົດ ລະຫງ່າງເມືອງໂນໂຣດຍາ ແລະ ບໍລິເວນຝັ່ງຕາເວັນອອກສຽງເໜືອປະມານ 115 ກມ

ທາງການອິຕາລີຄາດຄະເນວ່າ: ປະຊາຊົນເກືອບ 20,000 ຄົນຂາດທີ່ຢູ່ອາໄສ, ເນື້ອທີ່ກະສິກຳເກືອບ 5,000 ແຫ່ງຈົມນ້ຳ, ເກີດດິນເຈື່ອນ 300 ຄັ້ງ, ແມ່ນ້ຳ 23 ແຫ່ງໄດ້ລົ້ນຝັ່ງ ແລະ ຖະໜົນຫົນທາງອີກ 400 ເສັ້ນ ຖືກນໍ້າຖ້ວມໜັກໜ່ວງຖືວ່າຮຸນແຮງທີ່ສຸດໃນຮອບ 100 ປີ.