ອີລອນ ມັສ ປະກາດເກັບເງິນຄ່າຢືນຢັນຕົວຕົນຂອງຜູ້ໃຊ້ທະວິດເຕີ 300 ບາດຕໍ່ເດືອນ

ອີລອນ ມັສ ປະກາດເກັບເງິນຄ່າຢືນຢັນຕົວຕົນຂອງຜູ້ໃຊ້ທະວິດເຕີ 300 ບາດຕໍ່ເດືອນ

ວັນທີ 1 ພະຈິກ 2022 ນີ້ ອີລອນ ມັສ ໄດ້ອອກມາເປີດເຜີຍເພີ່ມເຕີມວ່າ: ບັນຊີຜູ້ໃຊ້ງານທີ່ມີການຢືນຢັນຕົວຕົນ ຈະຕ້ອງຈ່າຍເງິນ 8 ໂດລາສະຫະລັດ ຫລື ປະມານ 300 ບາດຕໍ່ເດືອນ ຫລັງຈາກທີ່ ອີລອນ ມັສ ມະຫາເສດຖີໄດ້ສັ່ງປົດຜູ້ບໍລິຫານຂອງທະວິດເຕີ…

ຊາວເບຣຊິນແຫ່ປິດຖະໜົນປະທ້ວງຜົນເລືອກຕັ້ງ ຂະນະທ່ານ ໂບລໂຊນາໂຣ ອອກມາປາໄສແລ້ວ ແຕ່ບໍ່ກ່າວຍອມຮັບການເສຍໄຊ

ຊາວເບຣຊິນແຫ່ປິດຖະໜົນປະທ້ວງຜົນເລືອກຕັ້ງ ຂະນະທ່ານ ໂບລໂຊນາໂຣ ອອກມາປາໄສແລ້ວ ແຕ່ບໍ່ກ່າວຍອມຮັບການເສຍໄຊ

ວັນທີ 1 ພະຈິກ 2022, ເຈົ້າໜ້າທີ່ຕຳຫລວດເບຣຊິນໄດ້ເຂົ້າສະຫລາຍການຊຸມນຸມຂອງຜູ້ປະທ້ວງຫລາຍຮ້ອຍຄົນ ເຊິ່ງບໍ່ພໍໃຈຜົນການເລືອກຕັ້ງໃນວັນທີ 30 ຕຸລາຜ່ານມາ ຫລັງທ່ານ ລູອິສ ອິນາຊິໂອ ລູລາ ດາ ຊິລວາ ອະດີດປະທານາທິບໍດີເບຣຊິນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຮອບຕັດສິນ ໂດຍເອົາຊະນະປະທານາທິບໍດີຝ່າຍຂວາຄົນປັດຈຸບັນຄືທ່ານ ຢາອີ ໂບລໂຊນາໂຣ ໄປຢ່າງຫວຸດຫວິດ….

Exit Polls ຄາດວ່າ ທ່ານ ເນຕັນຢາຮູ ອາດຊະນະການເລືອກຕັ້ງ ກັບຂຶ້ນມາເປັນນາຍົກລັດຖະມົນຕີອິດສະລາແອນອີກ

Exit Polls ຄາດວ່າ ທ່ານ ເນຕັນຢາຮູ ອາດຊະນະການເລືອກຕັ້ງ ກັບຂຶ້ນມາເປັນນາຍົກລັດຖະມົນຕີອິດສະລາແອນອີກ

ວັນທີ 2 ພະຈິກ 2022, Exit Polls ຫລັງການເລືອກຕັ້ງອິດສະລາແອນຄາດວ່າ: ທ່ານ ເບນຈາມິນ ເນຕັນຢາຮູ ອະດີດນາຍົກລັດຖະມົນຕີອິດສະລາແອນ ທີ່ດຳລົງຕຳແໜ່ງຍາວນານທີ່ສຸດເຖິງ 12 ປີ ແລະ ພັກແນວຮ່ວມອາດຊະນະການເລືອກຕັ້ງ ກັບຂຶ້ນມາດຳລົງຕຳແໜ່ງຜູ້ນຳຂອງອິດສະລາແອນອີກ ຫລັງໄດ້ຮັບຂໍ້ກ່າວຫາພົວພັນການທຸຈະລິດ ແລະ ລົງຈາກຕຳແໜ່ງໃນກາງປີ…

ອິນໂດເນເຊຍສັ່ງຍົກເລີກໃບອະນຸຍາດ “ຢານ້ຳ” 2 ບໍລິສັດ ຫລັງເດັກນ້ອຍເສຍຊີວິດກວ່າ 150 ຄົນ

ອິນໂດເນເຊຍສັ່ງຍົກເລີກໃບອະນຸຍາດ “ຢານ້ຳ” 2 ບໍລິສັດ ຫລັງເດັກນ້ອຍເສຍຊີວິດກວ່າ 150 ຄົນ

ອົງການອາຫານ ແລະ ຢາແຫ່ງອິນໂດເນເຊຍ (BPOM) ກ່າວໃນວັນທີ 31 ຕຸລາຜ່ານມາວ່າ: ທາງໜ່ວຍງານໄດ້ຍົກເລີກໃບອະນຸຍາດການຜະລິດຢາປະເພດນ້ຳຂອງບໍລິສັດ 2 ແຫ່ງໃນປະເທດ ເນື່ອງຈາກລະເມີດກົດລະບຽບການຜະລິດ ຫລັງການສອບສວນຄະດີການເສຍຊີວິດຂອງເດັກນ້ອຍຫລາຍກວ່າ 150 ຄົນ ເຊິ່ງມີສາເຫດມາຈາກອາການໝາກໄຂ່ຫລັງລົ້ມເຫລວ. ວັນທີ 1 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ:…

ອິນເດຍຄວບຄຸມຜູ້ຖືກສົງໄສ 9 ຄົນ ອາດກ່ຽວຂ້ອງເຫດຂົວແຂວນຖະຫລົ່ມ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 141 ຄົນ

ອິນເດຍຄວບຄຸມຜູ້ຖືກສົງໄສ 9 ຄົນ ອາດກ່ຽວຂ້ອງເຫດຂົວແຂວນຖະຫລົ່ມ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 141 ຄົນ

ວັນທີ 31 ຕຸລາ 2022, ເຈົ້າໜ້າທີ່ຕຳຫລວດໃນລັດຄຸຊະຣາດຂອງອິນເດຍຄວບຄຸມຜູ້ຖືກສົງໄສ 9 ຄົນ ທີ່ອາດກ່ຽວຂ້ອງກັບເຫດຂົວແຂວນຂ້າມແມ່ນ້ຳມັສສຸໃນເມືອງໂມຣພີຖະຫລົ່ມ ໂດຍທັງໝົດລ້ວນເປັນລູກຈ້າງຂອງບໍລິສັດ Oreva ທີ່ຮັບຜິດຊອບວຽກສ້ອມແປງບຳລຸງຂົວຄັ້ງຫລ້າສຸດ ກ່ອນຈະກັບມາເປີດໃຫ້ບໍລິການອີກ ແລະ ເກີດໂສກນາດຕະກຳໃນທີ່ສຸດ, ເບື້ອງຕົ້ນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 141 ຄົນ. ຜູ້ຖືກສົງໄສທັງ 9 ຄົນ…

ຖວທ ແຂວງໄຊສົມບູນ ຫາລືຄຸ້ມຄອງແຫລ່ງທ່ອງທ່ຽວ ພູຫົວໂລ້ນ ນິວຊີແລນເມືອງລາວ ທີ່ດຶງດູດນັກທ່ອງທ່ຽວສ້າງລາຍຮັບໃຫ້ປະຊາຊົນ

ຖວທ ແຂວງໄຊສົມບູນ ຫາລືຄຸ້ມຄອງແຫລ່ງທ່ອງທ່ຽວ ພູຫົວໂລ້ນ ນິວຊີແລນເມືອງລາວ ທີ່ດຶງດູດນັກທ່ອງທ່ຽວສ້າງລາຍຮັບໃຫ້ປະຊາຊົນ

ວັນທີ 1 ພະຈິກ 2022 ນີ້, ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງໄຊສົມບູນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງແຫລ່ງທ່ອງທ່ຽວ ພູຫົວໂລ້ນ ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ທົງສະຫວັນ ໂພສາລາດ…

ຟີລິບປິນ ມີຄົນເສຍຊີວິດເພີ່ມຂຶ້ນ 101 ຄົນ ຈາກ ພາຍຸເຂດຮ້ອນ ນັນແກ

ຟີລິບປິນ ມີຄົນເສຍຊີວິດເພີ່ມຂຶ້ນ 101 ຄົນ ຈາກ ພາຍຸເຂດຮ້ອນ ນັນແກ

ໃນວັນທີ 1 ພະຈິກ ນີ້ ສຳນັກງານຈັດການໄພພິບັດແຫ່ງຊາດຂອງຟີລິບປິນ ຖະແຫລ່ງວ່າ: ຈຳນວນຜູ້ເສຍຊີວິດຈາກໄພພິບັດພາຍຸເຂດຮ້ອນ ນັນແກ ພັດຖະຫລົ່ມໃນທ້າຍອາທິດທີ່ຜ່ານມາ ເພີ່ມຂຶ້ນມາເປັນ 101 ຄົນ ໄດ້ຮັບບາດເຈັບ 69 ຄົນ ແລະ ສູນຫາຍຫລາຍກວ່າ 60 ຄົນ ສ່ວຍຫລາຍແລ້ວເປັນປະຊາຊົນທີ່ອາໄສຢູ່ໃນເຂດປົກຄອງບັງຊາໂມໂຣ…

ຍອດຂາຍລົດ NEV ຂອງຈີນ ເຕີບໃຫຍ່ຕໍ່ເນື່ອງໃນຕະຫລາດເອີຣົບ

ຍອດຂາຍລົດ NEV ຂອງຈີນ ເຕີບໃຫຍ່ຕໍ່ເນື່ອງໃນຕະຫລາດເອີຣົບ

ຂໍ້ມູນຈາກສະມາຄົມຜູ້ຜະລິດລົດແຫ່ງປະເທດຈີນ (CAAM) ລະບຸວ່າ: ໃນໄລຍະເດືອນມັງກອນຫາເດືອນກັນຍາ ຈີນສົ່ງອອກລົດປະມານ 2,1 ລ້ານຄັນ ເປັນລົດພະລັງງານໃໝ່ (NEV) ປະມານ 389.000 ຄັນ ເພີ່ມຂຶ້ນເປັນສອງເທົ່າຈາກປີຜ່ານມາ. ກຳມະກອນໃນໂຮງງານປະກອບລົດ ໃນເມືອງ Yuyao ມົນທົນ Zhejiang ກຳລັງເລັ່ງເຮັດວຽກຢ່າງເຕັມທີ່ ເພື່ອສົ່ງມອບລົດຕາມຄຳສັ່ງຊື້ຂອງຜູ້ປະກອບການເຢຍລະມັນ…

ນາຍົກລັດຖະມົນຕີອັງກິດ ເພີ່ມເງິນຊ່ວຍເຫລືອຄ່າຄອງຊີບ ປະຊາຊົນອີກຄົນລະ 300 ປອນ

ນາຍົກລັດຖະມົນຕີອັງກິດ ເພີ່ມເງິນຊ່ວຍເຫລືອຄ່າຄອງຊີບ ປະຊາຊົນອີກຄົນລະ 300 ປອນ

ປະຊາຊົນອັງກິດຫລາຍລ້ານຄົນມີໂອກາດຮັບເງິນຊ່ວຍເຫລືອຄ່າຄອງຊີບເພີ່ມອີກຄົນລະ 300 ປອນ ໂດຍບໍ່ລວມເງິນຊ່ວຍເຫລືອກ່ອນໜ້ານີ້ ເຊິ່ງລັດຖະບານຈະມອບໃຫ້ຜູ້ມີລາຍໄດ້ໜ້ອຍ ແລະ ຜູ້ເຂົ້າຮ່ວມໂຄງການຄືນເງິນຄ່າໄຟຟ້າ ໂດຍຈະເລີ່ມຈ່າຍເດືອນພະຈິກນີ້. ທ່ານ ຣິຊີ ຊູແນັກ ນາຍົກລັດຖະມົນຕີອັງກິດ ປະກາດແຈກເງິນເພີ່ມໃຫ້ປະຊາຊົນອີກສູງສຸດຄົນລະ 300 ປນ ໂດຍເປັນສ່ວນໜຶ່ງຂອງມາດຕະການຮັບມືວິກິດຄ່າຄອງຊີບຂອງອັງກິດ ເຊິ່ງເປັນໂຄງການທີ່ເລີ່ມໃນສະໄໝທ່ານດຳລົງຕຳແໜ່ງລັດຖະມົນຕີກະຊວງການເງິນຂອງອັງກິດ. ຜູ້ທີ່ມີສິດໄດ້ຮັບເງິນຊ່ວຍເຫລືອພູດນີ້ຈະຕ້ອງເປັນຜູ້ຜ່ານເກນ ແລະ ເຂົ້າຮ່ວມໂຄງການເງິນຊ່ວຍເຫລືອຄ່າພະລັງງານລະດູໜາວ…

ຈີນລັອກດາວ ຊຽງໄຮ້ ດິສນີແລນ ກະທັນຫັນ ສົ່ງຜົນນັກທ່ອງທ່ຽວຫລາຍຄົນຖືກຂັງອອກບໍ່ໄດ້ ຈົນກວ່າຈະໂຊຜົນກວດເຊື້ອເປັນລົບ

ຈີນລັອກດາວ ຊຽງໄຮ້ ດິສນີແລນ ກະທັນຫັນ ສົ່ງຜົນນັກທ່ອງທ່ຽວຫລາຍຄົນຖືກຂັງອອກບໍ່ໄດ້ ຈົນກວ່າຈະໂຊຜົນກວດເຊື້ອເປັນລົບ

ສວນເຄື່ອງຫລິ້ນຊຽງໄຮ້ ດິສນີແລນ ກາຍເປັນໜຶ່ງໃນສະຖານທີ່ທ່ອງທ່ຽວຫລ້າສຸດຂອງເມືອງ ທີ່ບັງຄັບໃຊ້ມາດຕະການລັອກດາວ ແລະ ປິດສວນເຄື່ອງຫລິ້ນແບບກະທັນຫັນໃນວັນທີ 31 ຕຸລາ ຫລັງທາງການທ້ອງຖິ່ນປະກາດຫ້າມປະຊາຊົນເຂົ້າ ແລະ ອອກຈາກສວນເຄື່ອງຫລິ້ນ ສົ່ງຜົນໃຫ້ມີປະຊາຊົນຫລາຍຄົນຕົກຄ້າງຢູ່ພາຍໃນ ແລະ ຕ້ອງໄດ້ຮັບການກວດເຊື້ອໂຄວິດເປັນລົບກ່ອນຈຶ່ງຈະອອກມາທາງນອກໄດ້. ມາດຕະການລັອກດາວກະທັນຫັນດັ່ງກ່າວມີຂຶ້ນໄລຍະເວລາປະມານ 11:39 ໂມງ ຕາມເວລາທ້ອງຖິ່ນ ໂດຍເປັນໄປຕາມນະໂຍບາຍຄວບຄຸມໂຄວິດເປັນສູນ ຫລື…