ທາງການຈີນ ອອກມາຂໍໂທດ ໃນຂະນະທີ່ລັອກດາວ ເຮັດໃຫ້ເດັກນ້ອຍ ອາຍຸ 3 ປີ ເສຍຊີວິດ

ທາງການຈີນ ອອກມາຂໍໂທດ ໃນຂະນະທີ່ລັອກດາວ ເຮັດໃຫ້ເດັກນ້ອຍ ອາຍຸ 3 ປີ ເສຍຊີວິດ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 3 ພະຈິກ 2022 ທີ່ຜ່ານມາ ທາງການທ້ອງຖິ່ນຂອງເມືອງຫລານໂຈ ໃນມົນທົນການຊູ່ ພາກຕາເວັນຕົກສ່ຽງເໜືອຂອງຈີນ ອອກມາຂໍໂທດ ຫລັງເກີດເຫດ ເດັກນ້ອຍອາຍຸ 3 ປີ ໄດ້ຮັບພິດຈາກ ກ໊າສຄາບອນໂມໂນໄຊ ແຕ່ໄປໂຮງໝໍບໍ່ທັນ ເພາະ ມາດຕະການລັອກດາວໂຄວິດ-19 ສຸດທ້າຍເຮັດໃຫ້ເດັກນ້ອຍເສຍຊີວິດ….

ທະນາຄານກາງອັງກິດມີມະຕິຂຶ້ນດອກເບ້ຍ 0,75% ສູງສຸດໃນຮອບ 33 ປີ ເພື່ອສະກັດເງິນເຟີ້

ທະນາຄານກາງອັງກິດມີມະຕິຂຶ້ນດອກເບ້ຍ 0,75% ສູງສຸດໃນຮອບ 33 ປີ ເພື່ອສະກັດເງິນເຟີ້

ທະນາຄານກາງອັງກິດ (BOE) ມີມະຕິປັບຂຶ້ນດອກເບ້ຍນະໂຍບາຍອີກ 0,75% ສູ່ລະດັບ 3% ໃນກອງປະຊຸມນະໂຍບາຍການເງິນຫລ້າສຸດ ເພື່ອຕໍ່ສູ້ກັບເງິນເຟີ້ທີ່ຍັງຢູ່ໃນລະດັບສູງເຖິງ 10,1% ໃນເດືອນກັນຍາຜ່ານມາ ຕາມຄາດຄະເນຂອງຕະຫລາດ ໂດຍການປັບດອກເບ້ຍຄັ້ງນີ້ຖືເປັນການຂຶ້ນດອກເບ້ຍຕິດຕໍ່ກັນເປັນຄັ້ງທີ 8 ແລະ ເປັນການປັບຂຶ້ນດອກເບ້ຍຫລາຍທີ່ສຸດໃນຮອບ 33 ປີຂອງ BOE. ທັງນີ້, ນັກເສດຖະສາດຈາກຫລາຍສຳນັກຄາດຄະເນວ່າ:…

ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມພິທີເຊັນສັນຍາຊື້-ຂາຍແຮ່ເຫລັກ ອາຍຸສັນຍາ 14 ປີ ຈຳນວນຊື້-ຂາຍ 360.000 ໂຕນຕໍ່ປີ

ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມພິທີເຊັນສັນຍາຊື້-ຂາຍແຮ່ເຫລັກ ອາຍຸສັນຍາ 14 ປີ ຈຳນວນຊື້-ຂາຍ 360.000 ໂຕນຕໍ່ປີ

ວັນທີ 1 ພະຈິກ 2022 ນີ້, ຢູ່ໂຮງແຮມ ເມື່ອງແທງ ນະຄອນຫຼວງວຽງຈັນ ຕາງໜ້າກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວລົງນາມໂດຍທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ເປັນຜູ້ລົງທຶນ ແລະ…

ມຽນມາຕໍ່ເວລາມາດຕະການຄຸມໂຄວິດ-19 ຈົນຮອດທ້າຍເດືອນພະຈິກ

ມຽນມາຕໍ່ເວລາມາດຕະການຄຸມໂຄວິດ-19 ຈົນຮອດທ້າຍເດືອນພະຈິກ

ຄະນະກຳມະການກາງດ້ານການປ້ອງກັນ, ຄວບຄຸມ ແລະ ປິ່ນປົວພະຍາດໂຄວິດ-19 ຂອງມຽນມາ ປະກາດຂະຫຍາຍໄລຍະເວລາການບັງຄັບໃຊ້ມາດຕະການປ້ອງກັນພະຍາດໂຄວິດ-19 ຈົນຮອດວັນທີ 30 ພະຈິກນີ້. ສຳນັກຂ່າວຊິນຮົວລາຍງານວ່າ: ການຂະຫຍາຍໄລຍະເວລາດັ່ງກ່າວມີຜົນບັງຄັບໃຊ້ຕໍ່ຂໍ້ຈຳກັດດ້ານພະຍາດໂຄວິດ-19 ທັງໝົດ ເຊິ່ງມີກຳນົດສິ້ນສຸດວັນທີ 31 ຕຸລາ ຍົກເວັ້ນຂໍ້ຈຳກັດບາງສ່ວນທີ່ຈະຖືກຫລຸດຜ່ອນ ລວມທັງມີຜົນບັງຄັບໃຊ້ຄວບຄຸມທຸກຄຳສັ່ງ ແລະ ປະກາດທີ່ອອກກ່ອນໜ້ານີ້ໂດຍໜ່ວຍງານລັດ ແລະ…

ສປປ ເກົາຫລີ ຍິງລູກສອນໄຟຕໍ່ເນື່ອງ ສັນຍານເຕືອນໄພດັງຂຶ້ນໃນຫລາຍແຂວງຂອງຍີ່ປຸ່ນ

ສປປ ເກົາຫລີ ຍິງລູກສອນໄຟຕໍ່ເນື່ອງ ສັນຍານເຕືອນໄພດັງຂຶ້ນໃນຫລາຍແຂວງຂອງຍີ່ປຸ່ນ

ວັນທີ 3 ພະຈິກ 2022, ໜ່ວຍງານຂອງ ສ.ເກົາຫລີ ລາຍງານວ່າ: ທາງການ ສປປ ເກົາຫລີ ໄດ້ຍິງທົດລອງລູກສອນໄຟອີກຢ່າງໜ້ອຍ 1 ລູກ ເມື່ອເວລາປະມານ 07:48 ໂມງຜ່ານມາ ຕາມເວລາທ້ອງຖິ່ນ ກ່ອນຈະຕົກລົງສູ່ທະເລບໍລິເວນທາງຝັ່ງຕາເວັນອອກຂອງຄາບສະໝຸດເກົາຫລີ. ການຍິງລູກສອນໄຟດັ່ງກ່າວ ເປັນເຫດໃຫ້ສັນຍານເຕືອນໄພດັງຂຶ້ນໃນຫລາຍແຂວງຂອງຍີ່ປຸ່ນ…

ອັດຕາເງິນເຟີ້ຢູ່ເຂດທີ່ໃຊ້ເງິນເອີໂຣ ໃນເດືອນຕຸລາ ພຸ່ງສຸງຂຶ້ນເປັນ 10,7%

ອັດຕາເງິນເຟີ້ຢູ່ເຂດທີ່ໃຊ້ເງິນເອີໂຣ ໃນເດືອນຕຸລາ ພຸ່ງສຸງຂຶ້ນເປັນ 10,7%

ຂ່າວສານຊີອາໄອລາຍງານ ເມື່ອທ້າຍເດືອນຕຸລາທີ່ຜ່ານມາ ໂດຍອີງຕາມຂໍ້ມູນເບື້ອງຕົ້ນທີ່ເປີດເຜີຍໂດຍອົງການສະຖິຕິເອີຣົບສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກສະຖານະການໂລກໃນປັດຈຸບັນ, ລາຄາພະລັງງານ ແລະ ອາຫານ ຢູ່ເຂດທີ່ໃຊ້ເງິນເອີໂຣ ໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ, ອັດຕາເງິນເຟີ້ໃນເດືອນຕຸລາຜ່ານມາຢູ່ເຂດດັ່ງກ່າວໄດ້ບັນລຸເຖິງ 10,7% ຊຶ່ງໄດ້ສ້າງສະຖິຕິໃໝ່ເປັນປະຫວັດສາດ. ຂໍ້ມູນດັ່ງກ່າວສະແດງໃຫ້ເຫັນວ່າ: ລາຄາພະລັງງານຢູ່ເຂດໃຊ້ເງິນເອີໂຣ ໃນເດືອນຕຸລາທີ່ຜ່ານມາໄດ້ເພີ່ມຂຶ້ນ 41,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ຊຶ່ງເປັນສາເຫດຕົ້ນຕໍທີ່ເຮັດໃຫ້ອັດຕາເງິນເຟີ້ໃນເດືອນຕຸລາເພີ່ມສູງຂຶ້ນ. ໃນຫຼາຍເດືອນຜ່ານມານີ້, ລາຄາພະລັງງານ…

ອະນາໄມໂລກໃຫ້ໝາກສຸກລີງ ເປັນເຫດສຸກເສີນສາທາລະນະສຸກໂລກຕໍ່ໄປ

ອະນາໄມໂລກໃຫ້ໝາກສຸກລີງ ເປັນເຫດສຸກເສີນສາທາລະນະສຸກໂລກຕໍ່ໄປ

ອົງການອະນາໄມໂລກ (WHO) ເຜີຍວ່າ: ຄະນະກຳມະການເຫດສຸກເສີນຂອງ WHO ລົງຄວາມເຫັນວ່າ: ຄວນໃຫ້ພະຍາດໝາກສຸກລີງເປັນເຫດສຸກເສີນດ້ານສາທາລະນະສຸກໂລກຕໍ່ໄປ. WHO ຖະແຫລງວ່າ: ຫລັງຈາກມີກອງປະຊຸມໃນວັນທີ 20 ຕຸລາ ເລື່ອງເຊື້ອໄວຣັສໝາກສຸກລີງທີ່ເລີ່ມແພ່ຢ່າງວ່ອງໄວທົ່ວໂລກນັບແຕ່ເດືອນພຶດສະພາ ຄະນະຜູ້ຊ່ຽວຊານມີຄວມເຫັນເປັນເອກະພາບວ່າ: ການແພ່ພະຍາດນີ້ຍັງເຂົ້າເກນການເປັນເຫດສຸກເສີນທາງສາທາລະນະສຸກທີ່ໜ້າກັງວົນລະດັບນາໆຊາດ (PHEIC) ຕາມທີ່ WHO ປະກາດຄັ້ງທຳອິດໃນວັນທີ 23…

ປະທານາທິບໍດີ ສ.ເກົາຫລີ ບໍ່ພໍໃຈ ຫລັງຮູ້ວ່າຕຳຫລວດບໍ່ດຳເນີນການໃດໆ ທັງທີ່ໄດ້ຮັບໂທລະສັບແຈ້ງກ່ອນເກີດໂສກນາດຕະກຳອິແທວອນ

ປະທານາທິບໍດີ ສ.ເກົາຫລີ ບໍ່ພໍໃຈ ຫລັງຮູ້ວ່າຕຳຫລວດບໍ່ດຳເນີນການໃດໆ ທັງທີ່ໄດ້ຮັບໂທລະສັບແຈ້ງກ່ອນເກີດໂສກນາດຕະກຳອິແທວອນ

ປະທານາທິບໍດີ ຢຸນຊອກຢໍ ຂອງ ສ.ເກົາຫລີ ສະແດງຄວາມບໍ່ພໍໃຈ ຫລັງໄດ້ຮັບຮູ້ຂໍ້ມູນວ່າເຈົ້າໜ້າທີ່ຕຳຫລວດບໍ່ໄດ້ດຳເນີນການໃດໆ ເຖິງວ່າຈະໄດ້ຮັບໂທລະສັບເຖິງ 11 ສາຍ ທີ່ໂທເຂົ້າໄປແຈ້ງກ່ຽວກັບເຫດອັນຕະລາຍທີ່ອາດຈະເກີດຂຶ້ນຈາກຈຳນວນຝູງຊົນ ເຊິ່ງແອອັດເຂົ້າໄປຮ່ວມງານຮາໂລວີນໃນຮ່ອມແຄບໆເຂດອິແທວອນ ຂອງນະຄອນຫລວງເຊອຸນ ກ່ອນຈະເກີດເຫດໂສກນາດຕະກຳຈາກຝູງຊົນທີ່ອັດ ແລະ ທັບກັນ ຈົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 156 ຄົນ. ໂດຍທຳນຽບປະທານາທິບໍດີ ສ.ເກົາຫລີ…

ກົມພາສີຂອງໄທ ຮຽກເກັບພາສີ ຢ້ອນຫລັງແມ່ຄ້າອອນລາຍ 4 ລ້ານບາດ  (ປະມານ 2 ຕື້ກີບ) ຍ້ອນໂພສອວດເຮືອນ-ອວດລົດ ແລະ ຈະຮຽກກວດສອບຄືນທັງໝົດ.

ກົມພາສີຂອງໄທ ຮຽກເກັບພາສີ ຢ້ອນຫລັງແມ່ຄ້າອອນລາຍ 4 ລ້ານບາດ (ປະມານ 2 ຕື້ກີບ) ຍ້ອນໂພສອວດເຮືອນ-ອວດລົດ ແລະ ຈະຮຽກກວດສອບຄືນທັງໝົດ.

ສຳນັກຂ່າວໄທລາຍງານໃຫ້ຮູ້ວ່າ: ວັນທີ 2 ພະຈິກ 2022 ນີ້ ກຳລັງເປັນເລື່ອງທີ່ຖືກແຊຣໃນອອນລາຍເປັນຈຳນວນຫລວງຫລາຍ ເມື່ອ “ປຸ໊ກກີ້” ແມ່ຄ້າອອນລາຍຄົນມີຊື່ສຽງ ແລະ ເປັນໜຶ່ງໃນຜູ້ເຂົ້າປະກວດມິສແກຣນພິສະນຸໂລກ ໄດ້ໂພສຂໍ້ຄວາມເລົ່າເລື່ອງລາວຂອງຕົນເອງທີ່ຖືກຮຽກເກັບພາສີຢ້ອນຫລັງ ໂດຍລະບຸວ່າ: “ຕັ້ງແຕ່ຖືກເກັບພາສີ ຢ້ອນຫລັງ 4 ລ້ານບາດ (ປະມານ 2…