ຟີລິບປິນ ມີຄົນເສຍຊີວິດເພີ່ມຂຶ້ນ 101 ຄົນ ຈາກ ພາຍຸເຂດຮ້ອນ ນັນແກ

ໃນວັນທີ 1 ພະຈິກ ນີ້ ສຳນັກງານຈັດການໄພພິບັດແຫ່ງຊາດຂອງຟີລິບປິນ ຖະແຫລ່ງວ່າ: ຈຳນວນຜູ້ເສຍຊີວິດຈາກໄພພິບັດພາຍຸເຂດຮ້ອນ ນັນແກ ພັດຖະຫລົ່ມໃນທ້າຍອາທິດທີ່ຜ່ານມາ ເພີ່ມຂຶ້ນມາເປັນ 101 ຄົນ ໄດ້ຮັບບາດເຈັບ 69 ຄົນ ແລະ ສູນຫາຍຫລາຍກວ່າ 60 ຄົນ ສ່ວຍຫລາຍແລ້ວເປັນປະຊາຊົນທີ່ອາໄສຢູ່ໃນເຂດປົກຄອງບັງຊາໂມໂຣ ທາງພາກໃຕ້ຂອງປະເທດ.
ລາຍງານລະບຸວ່າ ຝົນທີ່ຕົກໜັກຢ່າງຕໍ່ເນື່ອງ, ລົມພັດແຮງ ແລະ ດິນຖະຫລົ່ມ ເຮັດໃຫ້ໂຄງສ້າງພື້ນຖານຂອງປະເທດເສຍຫາຍ ລວມເປັນມູນຄ່າ 757.84 ລ້ານເປໂຊຟີລິບປິນ ຫລື ເກືອບ 500 ລ້ານບາດ ສ່ວນການກະສິກຳທີ່ຖືກນ້ຳຖ້ວມເປັນບໍລິເວນກວ້າງມີມູນຄ່າຄວາມເສຍຫາຍຫລາຍກວ່າ 285 ລ້ານບາດ.

