ນາຍົກລັດຖະມົນຕີອັງກິດ ເພີ່ມເງິນຊ່ວຍເຫລືອຄ່າຄອງຊີບ ປະຊາຊົນອີກຄົນລະ 300 ປອນ

ປະຊາຊົນອັງກິດຫລາຍລ້ານຄົນມີໂອກາດຮັບເງິນຊ່ວຍເຫລືອຄ່າຄອງຊີບເພີ່ມອີກຄົນລະ 300 ປອນ ໂດຍບໍ່ລວມເງິນຊ່ວຍເຫລືອກ່ອນໜ້ານີ້ ເຊິ່ງລັດຖະບານຈະມອບໃຫ້ຜູ້ມີລາຍໄດ້ໜ້ອຍ ແລະ ຜູ້ເຂົ້າຮ່ວມໂຄງການຄືນເງິນຄ່າໄຟຟ້າ ໂດຍຈະເລີ່ມຈ່າຍເດືອນພະຈິກນີ້.
ທ່ານ ຣິຊີ ຊູແນັກ ນາຍົກລັດຖະມົນຕີອັງກິດ ປະກາດແຈກເງິນເພີ່ມໃຫ້ປະຊາຊົນອີກສູງສຸດຄົນລະ 300 ປນ ໂດຍເປັນສ່ວນໜຶ່ງຂອງມາດຕະການຮັບມືວິກິດຄ່າຄອງຊີບຂອງອັງກິດ ເຊິ່ງເປັນໂຄງການທີ່ເລີ່ມໃນສະໄໝທ່ານດຳລົງຕຳແໜ່ງລັດຖະມົນຕີກະຊວງການເງິນຂອງອັງກິດ.
ຜູ້ທີ່ມີສິດໄດ້ຮັບເງິນຊ່ວຍເຫລືອພູດນີ້ຈະຕ້ອງເປັນຜູ້ຜ່ານເກນ ແລະ ເຂົ້າຮ່ວມໂຄງການເງິນຊ່ວຍເຫລືອຄ່າພະລັງງານລະດູໜາວ ເຊິ່ງຈະມີການຈ່າຍເງິນຊ່ວຍເຫລືອໃຫ້ຜູ້ເຂົ້າຮ່ວມໂຄງການຄົນລະ 100-300 ປອນຢູ່ແລ້ວ ໂດຍທາງການຈະຈ່າຍເງິນຊ່ວຍເຫລືອເພີ່ມອີກໃຫ້ຄົນລະ 150-300 ປອນ ແລ້ວແຕ່ເງື່ອນໄຂຂອງແຕ່ລະບຸກຄົນ.
ຕົວຢ່າງ: ຜູ້ເຂົ້າຮ່ວມໂຄງການຄືນເງິນຊ່ວຍເຫລືອຄ່າພະລັງງານລະດູໜາວ ເຊິ່ງເກີດກ່ອນວັນທີ 25 ກັນຍາ 1942 ແລະ ອາໄສຢູ່ຕາມລຳພັງ ຫລື ຢູ່ຮ່ວມກັບບຸກຄົນອື່ນທີ່ບໍ່ມີຄຸນສົມບັດເຂົ້າເກນຂອງໂຄງການ ຈະໄດ້ຮັບເງິນຊ່ວຍເຫລືອເຕັມຈຳນວນ 600 ປອນ. ທັງນີ້ ສາມາດກວດສອບຄຸນສົມບັດ ແລະ ຈຳນວນເງິນຊ່ວຍເຫລືອທີ່ຈະໄດ້ຮັບໄດ້ໃນເວັບໄຊຂອງລັດຖະບານອັງກິດ.
ເງິນຊ່ວຍເຫລືອເພີ່ມຕື່ມດັ່ງກ່າວຈະເລີ່ມຈ່າຍໃນເດືອນພະຈິກນີ້ ເຊັ່ນດຽວກັບເງິນຊ່ວຍເຫລືອຄ່າຄອງຊີບຈຳນວນ 650 ປອນ ສຳລັບຜູ້ມີລາຍໄດ້ໜ້ອຍງວດທີ 2 ເຊິ່ງຄິດເປັນເງິນປະມານ 324 ປອນຕໍ່ຄົນ.

