ອິດສະລາແອນ-ຮາມັດສູ້ຮົບຢ່າງດຸເດືອດ ເສຍຊີວິດສອງຝ່າຍ 500 ກວ່າຄົນ ອິດສະລາແອນປະກາດ “ແກ້ແຄ້ນຄັ້ງໃຫຍ່”

ສະຖານະການສູ້ຮົບລະຫວ່າງອິດສະລາແອນກັບກຸ່ມຕິດອາວຸດຮາມັດຂອງປາແລັສຕິນຄັ້ງໃຫຍ່ທີ່ສຸດໃນຮອບຫລາຍທົດສະວັດ ຍັງທະວີຄວາມເຄັ່ງຕຶງຢ່າງຕໍ່ເນື່ອງ.

ຫລ້າສຸດວັນທີ 8 ຕຸລາ, ມີລາຍງານຈາກທາງການອິດສະລາແອນວ່າ: ຈໍານວນຜູ້ເສຍຊີວິດຈາກການຍິງຈະຫລວດ ແລະ ສົ່ງກອງກໍາລັງເຂົ້າໂຈມຕີຂອງກຸ່ມຮາມັດເພີ່ມຂຶ້ນເປັນຢ່າງໜ້ອຍ 300 ຄົນແລ້ວ ແລະ ບາດເຈັບຫລາຍກວ່າ 1.500 ຄົນ. ນອກຈາກນີ້ ຍັງມີລາຍງານແຮງງານໄທຖືກຈັບເປັນຕົວປະກັນຫລາຍຄົນ. ຂະນະທີ່ການສູ້ຮົບຍັງມີຂຶ້ນຢ່າງຕໍ່ເນື່ອງ ໂດຍຮາມັດໄດ້ລະດົມຍິງຈະຫລວດຮອບຫລ້າສຸດໂຈມຕີນະຄອນຫລວງເທລອາວີບ ແລະ ຫລາຍພື້ນທີ່.

ຂະນະທີ່ອິດສະລາແອນເປີດສາກຕອບໂຕ້ດ້ວຍ “ປະຕິບັດການດາບເຫລັກ” (Operation Iron Swords) ລະດົມໂຈມຕີທາງອາກາດຄັ້ງໃຫຍ່ຢູ່ເຂດກາຊາ ສົ່ງຜົນໃຫ້ມີຊາວປາແລັສຕິນເສຍຊີວິດແລ້ວຢ່າງໜ້ອຍ 232 ຄົນ, ບາດເຈັບຫລາຍກວ່າ 1.600 ຄົນ ຕາມລາຍງານຈາກໜ່ວຍແພດຢູ່ເມືອງກາຊາ.

ເບື້ອງຕົ້ນຄາດວ່າຕົວເລກຜູ້ເສຍຊີວິດຂອງທັງສອງຝ່າຍຈະຍັງເພີ່ມສູງຂຶ້ນອີກ ເນື່ອງຈາກກອງທັບອິດສະລາແອນຍັງລະດົມຖິ້ມລະເບີດໂຈມຕີເຂດກາຊາຢ່າງຕໍ່ເນື່ອງ. ຂະນະທີ່ຍັງມີການປະທະກັບກຸ່ມຮາມັດໃນຫລາຍພື້ນທີ່ຕອນໃຕ້ຂອງອິດສະລາແອນ ໂດຍໂຄສົກກອງທັບອິດສະລາແອນລະບຸວ່າ: ຍັງບໍ່ສາມາດຄວບຄຸມສະຖານະການໃນປະເທດໄດ້ທັງໝົດ.

ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ໄດ້ຖະແຫລງຜ່ານທາງໂທລະພາບວັນທີ 7 ຕຸລາ ໂດຍປະກາດສະຖານະການສົງຄາມ ພ້ອມລະດົມກໍາລັງສໍາຮອງ ແລະ ໃຫ້ຄໍາໝັ້ນວ່າຈະຕໍ່ສູ້ກັບກຸ່ມຮາມັດຈົນເຖິງທີ່ສຸດ ໂດຍຢືນຢັນວ່າ: ຈະແກ້ແຄ້ນຄັ້ງໃຫຍ່ໃຫ້ຊາວອິດສະລາແອນທຸກຄົນທີ່ເສຍຊີວິດ ແລະ ຈະປ່ຽນເຂດກາຊາ ເຊິ່ງຢູ່ພາຍໃຕ້ການປິດລ້ອມຂອງອິດສະລາແອນ ທັງທາງບົກ, ທາງອາກາດ ແລະ ທາງທະເລ ໃຫ້ກາຍເປັນ “ເກາະຮ້າງ” ພ້ອມເຕືອນຊາວປາແລັສຕິນໃຫ້ຟ້າວໜີອອກຈາກກາຊາທັນທີ.

ທັງນີ້, ການສູ້ຮົບເກີດຂຶ້ນຫລັງກຸ່ມຮາມັດເລີ່ມຍິງຈະຫລວດຫລາຍພັນລູກໂຈມຕີຈາກເຂດກາຊາໃສ່ອິດສະລາແອນ ແລະ ສົ່ງກອງກໍາລັງຕິດອາວຸດແຊກຊຶມເຂົ້າໂຈມຕີໃນຫລາຍເມືອງຊາຍແດນທາງໃຕ້ຂອງອິດສະລາແອນ ພາຍໃຕ້ປະຕິບັດການ “ພາຍຸອັລອັກຊໍ” (Operation Al-Aqsa Storm) ໂດຍອ້າງວ່າ ເພື່ອຕອບໂຕ້ຕໍ່ຄວາມໂຫດຮ້າຍທັງໝົດທີ່ຊາວປາແລັສຕິນຕ້ອງຜະເຊີນຈາກອິດສະລາແອນໃນຫລາຍທົດສະວັດ ເຊິ່ງລວມທັງການກະທໍາຂອງທາງການອິດສະລາແອນທີ່ບຸກມັດສະຢິດອັລ-ອັກຊໍ (Al-Aqsa) ໃນນະຄອນເຢລູຊາເລັມ ເຊິ່ງເປັນສະຖານທີ່ສັກສິດຂອງຊາວມຸດສະລິມ ແລະ ການປະຕິບັດອັນໂຫດຮ້າຍຕໍ່ນັກໂທດປາແລັສຕິນໃນຄຸກຢູ່ອິດສະລາແອນ.

ອ້າງອີງ: