ຊາວເບຣຊິນແຫ່ປິດຖະໜົນປະທ້ວງຜົນເລືອກຕັ້ງ ຂະນະທ່ານ ໂບລໂຊນາໂຣ ອອກມາປາໄສແລ້ວ ແຕ່ບໍ່ກ່າວຍອມຮັບການເສຍໄຊ

ວັນທີ 1 ພະຈິກ 2022, ເຈົ້າໜ້າທີ່ຕຳຫລວດເບຣຊິນໄດ້ເຂົ້າສະຫລາຍການຊຸມນຸມຂອງຜູ້ປະທ້ວງຫລາຍຮ້ອຍຄົນ ເຊິ່ງບໍ່ພໍໃຈຜົນການເລືອກຕັ້ງໃນວັນທີ 30 ຕຸລາຜ່ານມາ ຫລັງທ່ານ ລູອິສ ອິນາຊິໂອ ລູລາ ດາ ຊິລວາ ອະດີດປະທານາທິບໍດີເບຣຊິນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຮອບຕັດສິນ ໂດຍເອົາຊະນະປະທານາທິບໍດີຝ່າຍຂວາຄົນປັດຈຸບັນຄືທ່ານ ຢາອີ ໂບລໂຊນາໂຣ ໄປຢ່າງຫວຸດຫວິດ.
ເຫດການດັ່ງກ່າວສົ່ງຜົນໃຫ້ຜູ້ທີ່ສະໜັບສະໜູນທ່ານ ໂບລໂຊນາໂຣ ອອກມາປິດຖະໜົນ ແລະ ທາງຫລວງຫລາຍເສັ້ນ ໂດຍນັບແຕ່ຜົນການເລືອກຕັ້ງອອກມານັ້ນ ທ່ານ ໂບລໂຊນາໂຣ ໄດ້ງຽບຫາຍໄປເກືອບ 2 ວັນ ເຊິ່ງໂດຍປົກກະຕິແລ້ວຜູ້ທີ່ສະໝັກເຂົ້າຊີງຕຳແໜ່ງສຳຄັນຈະຕ້ອງອອກມາຖະແຫລງຍອມຮັບການເສຍໄຊ ຫລື ອອກຖະແຫລງການໃດໆກ່ຽວກັບການປ່ຽນແປງຕຳແໜ່ງປະທານາທິບໍດີທີ່ຈະມີຂຶ້ນໃນວັນທີ 1 ມັງກອນ 2023.
ບັນດາຜູ້ປະທ້ວງກ່າວຫາວ່າ: ການເລືອກຕັ້ງມີການທຸຈະລິດເກີດຂຶ້ນ ເຖິງວ່າຈະບໍ່ມີຫລັກຖານໃດໆມາສະໜັບສະໜູນຄຳກ່າວອ້າງດັ່ງກ່າວ ໂດຍຜູ້ປະທ້ວງໄດ້ເອົາລົດບັນທຸກ ແລະ ລົດອື່ນໆມາປິດຖະໜົນຫລາຍເສັ້ນ ແລະ ມີການຈູດຢາງຕີນລົດ ສົ່ງຜົນໃຫ້ເກີດຄວາມວຸ້ນວາຍຂຶ້ນຢ່າງໜັກ ຈົນສານສູງຂອງເບຣຊິນໄດ້ອອກຄຳຕັດສິນໃຫ້ເຈົ້າໜ້າທີ່ຕຳຫລວດທາງຫລວງໃຊ້ທຸກມາດຕະການເພື່ອເຄຍສະຖານະການ ແລະ ເຈົ້າຂອງລົດບັນທຸກທີ່ເອົາລົດມາຈອດກີດຂວາງການຈະລາຈອນຈະຕ້ອງຖືກປັບໄໝ 100.000 ຣຽວຕໍ່ຊົ່ວໂມງ.
ຫລ້າສຸດຕອນແລງວັນທີ 1 ພະຈິກ, ທ່ານ ໂບລໂຊນາໂຣ ໄດ້ຍອມອອກມາກ່າວປາໄສແລ້ວ, ແຕ່ຢ່າງໃດກໍຕາມ, ທ່ານຍັງບໍ່ຖະແຫລງຍອມຮັບການເສຍໄຊ ຫລື ກ່າວສະແດງຄວາມຍິນດີຕໍ່ທ່ານ ລູລາ ແລະ ຍັງກ່າວວ່າ: ການປະທ້ວງທີ່ເກີດຂຶ້ນໃນຫລາຍພື້ນທີ່ທົ່ວປະເທດເປັນຜົນມາຈາກການຄວາມບໍ່ພໍໃຈ ແລະ ຄວາມອະຍຸຕິທຳກ່ຽວກັບຜົນການເລືອກຕັ້ງທີ່ເກີດຂຶ້ນ ແລະ ທ່ານ ໂບລໂຊນາໂຣ ແຕ່ງຕັ້ງໃຫ້ທ່ານ ຊີໂຣ ໂນເກຣາ ຫົວໜ້າຄະນະເຮັດວຽກຂອງທ່ານ ເລີ່ມຂະບວນການປ່ຽນຜ່ານກັບຕົວແທນຂອງທ່ານ ລູລາ.
ໃນຄຳປາໄສສັ້ນໆຂອງທ່ານ ໂບລໂຊນາໂຣ ກ່າວວ່າ: ນັກຂ່າວອາດຈະຄິດຮອດຂ້າພະເຈົ້າເຫລືອເກີນ ພ້ອມກ່າວຂອບໃຈຜູ້ທີ່ລົງຄະແນນສຽງໃຫ້ ແລະ ເນັ້ນວ່າ: ທ່ານຈະປະຕິບັດຕາມລັດຖະທຳມະນູນ ເຊິ່ງກຳນົດໃຫ້ມີການປ່ຽນອຳນາດໃນວັນທີ 1 ມັງກອນ. ຂະນະທີ່ທ່ານ ໂນເກຣາ ກ່າວວ່າ: ລັດຖະບານຂອງທ່ານ ໂບລໂຊນາໂຣ ຈະບໍ່ຂັດແຍ່ງຜົນການເລືອກຕັ້ງ ໂດຍຈະດຳເນີນການຕາມກົດໝາຍເພື່ອປ່ຽນຜ່ານອຳນາດໄປສູ່ປະທານາທິບໍດີຄົນໃໝ່.
ອ້າງອີງ:
https://www.theguardian.com/…/jair-bolsonaro-brazil…

