ອິນໂດເນເຊຍສັ່ງຍົກເລີກໃບອະນຸຍາດ “ຢານ້ຳ” 2 ບໍລິສັດ ຫລັງເດັກນ້ອຍເສຍຊີວິດກວ່າ 150 ຄົນ

ອົງການອາຫານ ແລະ ຢາແຫ່ງອິນໂດເນເຊຍ (BPOM) ກ່າວໃນວັນທີ 31 ຕຸລາຜ່ານມາວ່າ: ທາງໜ່ວຍງານໄດ້ຍົກເລີກໃບອະນຸຍາດການຜະລິດຢາປະເພດນ້ຳຂອງບໍລິສັດ 2 ແຫ່ງໃນປະເທດ ເນື່ອງຈາກລະເມີດກົດລະບຽບການຜະລິດ ຫລັງການສອບສວນຄະດີການເສຍຊີວິດຂອງເດັກນ້ອຍຫລາຍກວ່າ 150 ຄົນ ເຊິ່ງມີສາເຫດມາຈາກອາການໝາກໄຂ່ຫລັງລົ້ມເຫລວ.

ວັນທີ 1 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ການຕັດສິນໃຈດັ່ງກ່າວເກີດຂຶ້ນຫລັງຈາກອິນໂດເນເຊຍສັ່ງຫ້າມການຈຳໜ່າຍຢາປະເພດນ້ຳບາງຊະນິດຊົ່ວຄາວ. ພ້ອມລະບຸວ່າ: ຜະລິດຕະພັນບາງຢ່າງທີ່ມີສ່ວນປະສົມຂອງເອທິລີນໄກຄໍ ແລະ ໄດເອທິລີນໄກຄໍ ຄືປັດໄຈທີ່ເປັນໄປໄດ້ຕໍ່ການເສຍຊີວິດຈາກອາການໝາກໄຂ່ຫລັງລົ້ມເຫລວ ເຊິ່ງສ່ວນຫລາຍເປັນເດັກອາຍຸຕໍ່າກວ່າ 5 ປີ.

ທ່ານ ນາງ ເພນນີ ເຄ ລູຄິໂຕ ຫົວໜ້າຂອງ BPOM ກ່າວຕໍ່ນັກຂ່າວວ່າ: BPOM ຍົກເລີກໃບອະນຸຍາດການຜະລິດ “ຢານ້ຳ” ຂອງບໍລິສັດ 2 ແຫ່ງ ໄດ້ແກ່ ບໍລິສັດພີທີ ຢາຣິນໂດ ຟາມາຕາມາ ແລະ ບໍລິສັດພີທີ ຢູນິເວີຊັລ ຟາມາຊູຕິຄໍ ອິນດັສຕຣີ ແລະ ກຳລັງດຳເນີນຄະດີອາຍາກັບພວກເຂົາ ເນື່ອງຈາກທັງສອງບໍລິສັດຜະລິດຢາດ້ວຍວັດຖຸດິບທີ່ບໍ່ໄດ້ມາດຕະຖານ, ບໍ່ມີການລາຍງານເຖິງການປ່ຽນແປງໃນສ່ວນປະສົມ ແລະ ໃຊ້ວັດຖຸດິບບາງຢ່າງເກີນຫລັກເກນທີ່ກຳນົດ.

ເຖິງຢ່າງໃດກໍຕາມ, ບໍລິສັດ 2 ແຫ່ງດັ່ງກ່າວ ຍັງບໍ່ສະແດງຄວາມເຫັນຕອບກັບແຕ່ຢ່າງໃດ ໂດຍອ້າງເຖິງການສອບສວນທີ່ກຳລັງດຳເນີນຢູ່.

ອິນໂດເນເຊຍພົບການເສຍຊີວິດຈາກອາການໝາກໄຂ່ຫລັງລົ້ມເຫລວໃນເດັກເພີ່ມຂຶ້ນນັບແຕ່ເດືອນສິງຫາຜ່ານມາ ໂດຍກະຊວງສາທາລະນະສຸກຂອງປະເທດກ່າວວ່າ: ອາດຈະເກີດຈາກການປ່ຽນແປງໃນວັດຖຸດິບທີ່ໃຊ້ເຮັດເປັນຢານ້ຳແກ້ໄອ ແລະ ຢານ້ຳແກ້ໄຂ້ ເຊິ່ງອິນໂດເນເຊຍນຳເຂົ້າວັດຖຸດິບສຳລັບການຜະລິດຢາສ່ວນຫລາຍມາຈາກຈີນ ແລະ ອິນເດຍ. ຂະນະທີ່ທາງການລະບຸວ່າ: ຕົວທຳລະລາຍທີ່ໃຊ້ໃນຢານ້ຳຂອງທັງສອງບໍລິສັດມີສິ່ງເຈືອປົນ.

ນອກຈາກນີ້, BPOM ກ່າວອີກວ່າ: ໂພຣພິລີນໄກຄໍ ເຊິ່ງເປັນໜຶ່ງໃນຕົວທຳລະລາຍເຫລົ່ານີ້ ຖືຜະລິດໂດຍບໍລິສັດດາວ ເຄມິຄໍ ໄທແລນ ອີກທັງທາງໜ່ວຍງານຈະສອບສວນຜູ້ຈັດຈຳໜ່າຍຂອງບໍລິສັດຜະລິດຢາທັງ 2 ແຫ່ງ ເພື່ອກວດສອບວ່າ: ທາງບໍລິສັດມີການຈັດສົ່ງວັດຖຸດິບຜະລິດຢາໄປບໍລິສັດຢາແຫ່ງອື່ນ ຫລື ບໍ່.