GDP ຍີ່ປຸ່ນຂະຫຍາຍຕົວຕໍ່ເນື່ອງ ດົນທີ່ສຸດໃນຮອບ 11 ປີ
ເສດຖະກິດຂອງຍີ່ປຸ່ນເຊິ່ງໃຫຍ່ເປັນອັນດັບ 3 ຂອງໂລກ ແລະ ອັນດັບ 2 ຂອງອາຊີ ຍັງເຕີບໃຫຍ່ໃນໄຕມາດທີ 2 ຂອງປີນີ້ ແລະ ຕໍ່ເນື່ອງເປັນໄຕມາດທີ 6 ຕິດຕໍ່ກັນ ຖືເປັນສະຖິຕິດີທີ່ສຸດນັບແຕ່ປີ 2006.
+ IMF ຊີ້ຍີ່ປຸ່ນຕ້ອງເລັ່ງປະຕິຮູບ ເພື່ອຫລຸດຈາກສະພາບເງິນຝືດ
+ ນາຍົກຍີ່ປຸ່ນຈະປັບຄະນະລັດຖະບານ ຫລັງຄະແນນນິຍົມຕົກຕໍ່າທີ່ສຸດ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 14 ສິງຫາວ່າ: ລັດຖະບານຍີ່ປຸ່ນເປີດເຜີຍລາຍງານສະຖານະການທາງເສດຖະກິດຂອງປະເທດໃນໄຕມາດທີ 2 ຂອງປີນີ້ ຫລື ລະຫວ່າງເດືອນເມສາຫາເດືອນມິຖຸນາຜ່ານມາວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 1,0% ຈາກໄຕມາດທຳອິດ ສູງກວ່າຄາດຄະເນໄວ້ກ່ອນໜ້ານີ້ວ່າຈະເຕີບໃຫຍ່ໃນລະດັບ 0,6% ແລະ ຖ້າທຽບໃສ່ GDP ແຕ່ລະປີພົບວ່າຂະຫຍາຍຕົວໃນລະດັບ 4,0% ດີກວ່າການຕີລາຄາກ່ອນໜ້ານີ້ ເຊິ່ງຄາດໄວ້ພຽງ 2,5% ເທົ່ານັ້ນ ຖືເປັນການຂະຫຍາຍຕົວຂອງ GDP ໃນລະດັບດີທີ່ສຸດນັບແຕ່ໄຕມາດທຳອິດຂອງປີ 2015.
ນອກຈາກນີ້, ສະຖິຕິການຂະຫຍາຍຕົວຂອງ GDP ໄຕມາດທີ 2 ປີນີ້ ຍັງຖືເປັນການເຕີບໃຫຍ່ຢ່າງຕໍ່ເນື່ອງເປັນໄຕມາດທີ 6 ຕິດຕໍ່ກັນ ຈາກການໃຊ້ຈ່າຍພາກຄົວເຮືອນທີ່ເພີ່ມຂຶ້ນ ຖືເປັນໄລຍະເວລາຍາວນານທີ່ສຸດ ນັບແຕ່ສະໄໝຂອງນາຍົກລັດຖະມົນຕີ ຈຸນອິຊິໂຣ ໂກອິຊຸມິ ທີ່ສ້າງສະຖິຕິໄວ້ລະຫວ່າງໄຕມາດທຳອິດຂອງປີ 2005 ຫາໄຕມາດທີ 2 ຂອງປີ 2006. ເຖິງຢ່າງໃດກໍຕາມ, ທ່ານ ໂທຊິມິດສຸ ໂມເຕງິ ລັດຖະມົນຕີກະຊວງເສດຖະກິດ ກ່າວວ່າ: ລັດຖະບານຍັງຕ້ອງກະຕຸ້ນການບໍລິໂພກພາກເອກະຊົນ ເຊິ່ງມີອັດຕາສ່ວນ 2 ໃນ 3 ຂອງ GDP ໃຫ້ຫລາຍກວ່ານີ້. ຂະນະທີ່ຍີ່ປຸ່ນຍັງຜະເຊີນບັນຫາຊ້ຳເຮື້ອທາງສັງຄົມທີ່ສົ່ງຜົນກະທົບຕໍ່ກິດຈະກຳທາງເສດຖະກິດ ຄືການຢູ່ໃນສັງຄົມຜູ້ອາຍຸສູງ ທີ່ສົ່ງຜົນເຮັດໃຫ້ຈຳນວນປະຊາກອນໄວແຮງງານຫລຸດລົງ ແລະ ອັດຕາເງິນເຟີ້ທີ່ຍັງຫ່າງໄກຈາກເປົ້າໝາຍ 2,0%.

