ເກີດແຜ່ນດິນໄຫວຂະໜາດ 6,3 ຢູ່ອັບການິດສະຖານ ມີຜູ້ເສຍຊີວິດ 120 ກວ່າຄົນ ບາດເຈັບນັບພັນ

ເກີດແຜ່ນດິນໄຫວຮຸນແຮງທາງຕາເວັນຕົກຂອງປະເທດອັບການິດສະຖານ ໃກ້ຊາຍແດນອີຣານ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 120 ຄົນ ແລະ ບາດເຈັບນັບພັນ, ຂະນະທີ່ຄາດວ່າຕົວເລກຈະເພີ່ມຂຶ້ນອີກ.
ແຜ່ນດິນໄຫວຂະໜາດ 6,3 ເກີດຂຶ້ນເມື່ອເວລາປະມານ 11:00 ໂມງ ຂອງວັນທີ 7 ຕຸລາຕາມເວລາທ້ອງຖິ່ນ (13:30 ໂມງ ຕາມເວລາປະເທດລາວ) ໂດຍມີສູນກາງຢູ່ຫ່າງຈາກເມືອງ Herat ທາງຕາເວັນຕົກຂອງອັບການິດສະຖານໄປປະມານ 40 ກິໂລແມັດ.
ແຮງສັ່ນສະເທືອນຂອງແຜ່ນດິນໄຫວ ລວມທັງອາບເຕີຊັອກຮຸນແຮງຢ່າງໜ້ອຍ 3 ຄັ້ງ ສົ່ງຜົນໃຫ້ອາຄານຫລາຍຫລັງໄດ້ຮັບຄວາມເສຍຫາຍ ແລະ ພັງລົງມາ ເຮັດໃຫ້ມີຄົນຕິດຄ້າງຢູ່ໃຕ້ຊາກອາຄານເປັນຈໍານວນຫລາຍ. ນອກຈາກນີ້ ເສດຊາກອາຄານທີ່ພັງລົງມາປິດກັ້ນຖະໜົນ ເປັນອຸປະສັກຕໍ່ຄວາມພະຍາຍາມໃນການຊ່ວຍເຫລືອຜູ້ປະສົບໄພ. ຂະນະທີ່ສັນຍານການສື່ສານຖືກຕັດຂາດ.
ລາຍງານເບື້ອງຕົ້ນລະບຸຈໍານວນຜູ້ເສຍຊີວິດທີ່ຢືນຢັນແລ້ວມີ 15 ຄົນ, ແຕ່ຕົວເລກດັ່ງກ່າວມີທ່າອ່ຽງເພີ່ມຂຶ້ນ ເນື່ອງຈາກແຜ່ນດິນໄຫວສ້າງຄວາມເສຍຫາຍຮຸນແຮງເປັນບໍລິເວນກວ້າງ, ສ່ວນຈໍານວນຜູ້ເສຍຊີວິດທີ່ຍັງບໍ່ໄດ້ຮັບການຢືນຢັນມີຫລາຍກວ່າ 300 ຄົນ.
ເມືອງ Herat ເປັນເມືອງເອກຂອງແຂວງ Herat ຕັ້ງຢູ່ຫ່າງຈາກຊາຍແດນອີຣານໄປທາງຕາເວັນອອກ 120 ກິໂລແມັດ ໂດຍ Herat ຖືກຍົກໃຫ້ເປັນເມືອງຫລວງທາງວັດທະນະທໍາຂອງອັບການິດສະຖານ, ມີປະຊາກອນອາໄສຢູ່ປະມານ 1,9 ລ້ານຄົນ ຕາມຂໍ້ມູນຂອງທະນາຄານໂລກໃນປີ 2019.
ອ້າງອີງ:

