ຕວກກີເປີດໂຮງງານຜະລິດລົດໃຫຍ່ ຂອງຕົນເອງແຫ່ງທຳອິດຂອງປະເທດ

ຕວກກີເປີດໂຮງງານຜະລິດລົດໃຫຍ່ ຂອງຕົນເອງແຫ່ງທຳອິດຂອງປະເທດ

ປະທານາທິບໍດີ ເຣເຈບ ໄຕຢິບ ແອຣໂດອັນ ຂອງຕວກກີ ໄດ້ເປີດຕົວໂຮງງານຜະລິດລົດໃຫຍ່ແຫ່ງທຳອິດຂອງປະເທດ ລວມທັງລົດໃຫຍ່ທີ່ຜະລິດໃນປະເທດຄັນທຳອິດ ເນື່ອງໃນໂອກາດວັນຄົບຮອບ 99 ປີ ການສ້າງຕັ້ງສາທາລະນະລັດຕວກກີ. ທ່ານ ແອຣໂດອັນ ກ່າວໃນພິທີເປີດໂຮງງານຂອງ Togg ກິດຈະການຮ່ວມຄ້າລົດຂອງລັດຕວກກີວ່າ: ໃນຖານະຜູ້ຜະລິດລົດທາງການຄ້າແຖວໜ້າຂອງເອີຣົບ ແລະ ໜຶ່ງໃນຜູ້ສົ່ງອອກລົດຊັ້ນນຳຂອງໂລກ ການບໍ່ມີຍີ່ຫໍ້ລົດໃນປະເທດນັ້ນເປັນເລື່ອງທີ່ເຮັດໃຫ້ຊາວຕວກກີເຈັບໃຈມາເປັນເວລາດົນ….

ລາວ-ມຽນມາ ຈັດກອງປະຊຸມຄະນະກຳມະການຊາຍແດນ ຂັ້ນແຂວງ-ເຂດ ຄັ້ງທີ X

ລາວ-ມຽນມາ ຈັດກອງປະຊຸມຄະນະກຳມະການຊາຍແດນ ຂັ້ນແຂວງ-ເຂດ ຄັ້ງທີ X

ກອງປະຊຸມຄະນະກຳມະການຊາຍແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ສາທາລະນະລັດ ສະຫະພາບມຽນມາ ຂັ້ນແຂວງ, ເຂດ ຄັ້ງທີ X ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 24-26 ຕຸລາ 2022 ນີ້, ຢູ່ທີ່ທ່າຂີ້ເຫຼັກ…

ເກີດເຫດ ຂົວພັງຖະຫລົ່ມລົງສູ່ແມ່ນ້ຳ ທີ່ປະເທດອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 132 ຄົນ

ເກີດເຫດ ຂົວພັງຖະຫລົ່ມລົງສູ່ແມ່ນ້ຳ ທີ່ປະເທດອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 132 ຄົນ

ສຳນັກຂ່າວ ຮອຍເຕີ ລາຍງານວ່າ: ເວລາ 18:40 ນາທີ ຂອງວັນທີ 30 ຕຸລາ ທີ່ຜ່ານມາ ເກີດເຫດຂົວອູ່ ພັງຖະຫລົ່ມລົງສູ່ແມ່ນ້ຳມັສຈຸ ໃນລັດຄຸຊະຣາດ ພາກຕາເວັນຕົກຂອງອິນເດຍ ໂດຍຂະນະທີ່ເກີດເຫດມີປະຊາຊົນ ກວ່າ 400 ຄົນທີ່ກຳລັງສັນຈອນໄປ-ມາຢູ່ເທິງຂົວດັ່ງກ່າວ , ເຫດການຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ…

ພາຍຸເຂດຮ້ອນ “ນັນເເກ” ຖະຫລົ່ມຟີລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 48 ຄົນ

ພາຍຸເຂດຮ້ອນ “ນັນເເກ” ຖະຫລົ່ມຟີລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 48 ຄົນ

ສຳນັກຂ່າວຊີອາໄອ ລາຍງານໃຫ້ຮູ້ວ່າ: ໃນວັນທີ 30 ຕຸລາ 2022 ຄະນະກຳມະການຫລຸດຜ່ອນໄພພິບັດແຫ່ງຊາດຟີລິບປິນໄດ້ກ່າວວ່າ ຈຳນວນຜູ້ເສຍຊີວິດຈາກລົມພາຍຸເຂດຮ້ອນ “ນັນເເກ” ຢູ່ປະເທດຟີລິບປິນໄດ້ເພີ່ມຂຶ້ນເປັນ 48 ຄົນ, ມີຜູ້ບາດເຈັບອີກ 40 ຄົນ ແລະ ສູນຫາຍອີກ 22 ຄົນ, ຈຳນວນຜູ້ປະສົບໄພມີຫລາຍກວ່າ…

ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ 151 ຄົນ ຈາກເຫດການໂສກນາດຕະກຳ ທີ່ງານສະຫລອງວັນຮາໂລວີນ ຢູ່ ນະຄອນຫລວງ ເຊອູນ

ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ 151 ຄົນ ຈາກເຫດການໂສກນາດຕະກຳ ທີ່ງານສະຫລອງວັນຮາໂລວີນ ຢູ່ ນະຄອນຫລວງ ເຊອູນ

ສຳນັກຂ່າວຢອນຮັບ(Yonhap) ຂອງ ສ ເກົາຫລີ ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 30 ຕຸລາ 2022 ມີຈຳນວນຜູ້ເສຍຊີວິດຈາກເຫດການສະຫລອງວັນຮາໂລວີນ ເພີ່ມຂຶ້ນ 154 ຄົນ,  ໃນນັ້ນເປັນຄົນຕ່າງປະເທດ 19 ຄົນ; ບາດເຈັບ 133 ຄົນ ແລະ…

ອັງກິດເລັ່ງຂະຫຍາຍເວລາ ຕັດງົບປະມານສະໜັບສະໜູນຕ່າງປະເທດ

ອັງກິດເລັ່ງຂະຫຍາຍເວລາ ຕັດງົບປະມານສະໜັບສະໜູນຕ່າງປະເທດ

ລັດຖະບານອັງກິດຂອງນາຍົກລັດຖະມົນຕີ ຣິຊີ ຊູແນັກ ອາດຕໍ່ເວລາການຫລຸດງົບປະມານຊ່ວຍເຫລືອຕ່າງປະເທດອອກໄປອີກຢ່າງໜ້ອຍ 2 ປີ ເພື່ອເລັ່ງຟື້ນຟູລະບົບສາທາລະນະສຸກຂອງປະເທດກ່ອນ. ວັນທີ 29 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ຣິຊີ ຊູແນັກ ກຳລັງພິຈາລະນາຕໍ່ເວລາຢຸດການຈ່າຍງົບປະມານ ໃນພູດການຊ່ວຍເຫລືອ ແລະ ການດຳເນີນງານຕ່າງປະເທດຕໍ່ໄປອີກຢ່າງໜ້ອຍ 2…

ໄທ ພົບເຈົ້າໜ້າທີ່ລັດ ຂາຍຂໍ້ມູນສ່ວນບຸກຄົນໃຫ້ ແກ໊ງຄໍເຊັນເຕີ

ໄທ ພົບເຈົ້າໜ້າທີ່ລັດ ຂາຍຂໍ້ມູນສ່ວນບຸກຄົນໃຫ້ ແກ໊ງຄໍເຊັນເຕີ

ສຳນັກຂ່າວໄທ ຊ່ອງ 3 ລາຍງານໃຫ້ຮູ້ວ່າ: ໃນວັນທີ 28 ຕຸລາ 2022 ທີ່ຜ່ານມາ ພົນຕຳຫລວດເອກ ຕໍ່ສັກສິດ ສຸກວິມົນ ຮອງຜູ້ບັນຊາການຕຳຫລວດແຫ່ງຊາດ ລາຍງານເຖິງກໍລະນີທີ່ມີເຈົ້າໜ້າທີ່ລັດ ນຳຂໍ້ມູນສ່ວນບຸກຄົນໄປຂາຍໃຫ້ແກ໊ງຄໍເຊັນເຕີ ວ່າ: ສືບເນື່ອງຈາກກໍລະນີມີທ່ານໝໍຢູ ຈັງຫວັດຊຽງໃໝ່ ຖືກຕວົະເສຍເງິນຫລາຍກວ່າລ້ານບາດ ເຊິ່ງສືບຮູ້ມາວ່າແກ໊ງຄໍເຊັນເຕີ…

ປະເທດຢູກັນດາ ພົບນັກຮຽນຕິດເຊື້ອ ອີໂບລາ 6 ຄົນ ສັ່ງປິດໂຮງຮຽນທັນທີ

ປະເທດຢູກັນດາ ພົບນັກຮຽນຕິດເຊື້ອ ອີໂບລາ 6 ຄົນ ສັ່ງປິດໂຮງຮຽນທັນທີ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 27 ຕຸລາ 2022 ທີ່ຜ່ານມາ ດຣ ເຈນ ຣູ ອະເຊັງ ລັດຖະມົນຕີສາທາລະນະສຸກ ຢູກັນດາ ຖະແຫລ່ງວ່າ: ພົບເດັກນ້ອຍ 6 ຄົນ ຈາກ 3 ໂຮງຮຽນໃນເມືອງຄຳປາລາ ຕິດເຊື້ອໄວຣັດ…

ພາຍຸເຂດຮ້ອນ “ນັລແກ” ຖະຫລົ່ມເກາະມິນດາເນົາຂອງຟີລິບປິນ ເສຍຊີວິດແລ້ວ 31 ຄົນ

ພາຍຸເຂດຮ້ອນ “ນັລແກ” ຖະຫລົ່ມເກາະມິນດາເນົາຂອງຟີລິບປິນ ເສຍຊີວິດແລ້ວ 31 ຄົນ

ມີຜູ້ເສຍຊີວິດແລ້ວ 31 ຄົນ ຈາກອິດທິພົນຂອງພາຍຸເຂດຮ້ອນ “ນັລແກ” ເຊິ່ງສ້າງຄວາມເສຍຫາຍໃຫ້ເກາະມິນດາເນົາຂອງຟີລິບປິນ. ວັນທີ 28 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການເຂດປົກຄອງຕົນເອງບັງຊາໂມໂຣ ໃນເກາະມິນດາເນົາ ຢູ່ທາງຕອນໃຕ້ຂອງຟີລິບປິນ ລາຍງານການພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 31 ຄົນ ຈາກອິດທິພົນຂອງພາຍຸເຂດຮ້ອນ “ນັລແກ” ເຊິ່ງສົ່ງຜົນໃຫ້ເກີດນ້ຳຖ້ວມກະທັນຫັນ…