Exit Polls ຄາດວ່າ ທ່ານ ເນຕັນຢາຮູ ອາດຊະນະການເລືອກຕັ້ງ ກັບຂຶ້ນມາເປັນນາຍົກລັດຖະມົນຕີອິດສະລາແອນອີກ

ວັນທີ 2 ພະຈິກ 2022, Exit Polls ຫລັງການເລືອກຕັ້ງອິດສະລາແອນຄາດວ່າ: ທ່ານ ເບນຈາມິນ ເນຕັນຢາຮູ ອະດີດນາຍົກລັດຖະມົນຕີອິດສະລາແອນ ທີ່ດຳລົງຕຳແໜ່ງຍາວນານທີ່ສຸດເຖິງ 12 ປີ ແລະ ພັກແນວຮ່ວມອາດຊະນະການເລືອກຕັ້ງ ກັບຂຶ້ນມາດຳລົງຕຳແໜ່ງຜູ້ນຳຂອງອິດສະລາແອນອີກ ຫລັງໄດ້ຮັບຂໍ້ກ່າວຫາພົວພັນການທຸຈະລິດ ແລະ ລົງຈາກຕຳແໜ່ງໃນກາງປີ 2021 ຜ່ານມາ.
Exit Polls ປະເມີນວ່າ: ພັກ Likud ຂອງທ່ານ ເນຕັນຢາຮູ ແລະ ພັກແນວຮ່ວມ ຈະສາມາດຄອງບ່ອນນັ່ງໃນສະພາໄດ້ 61-62 ບ່ອນນັ່ງຈາກທັງໝົດ 120 ບ່ອນນັ່ງ ຄວ້າສິດໃນການຈັດຕັ້ງລັດຖະບານຊຸດໃໝ່ຂອງອິດສະລາແອນ. ຂະນະທີ່ຄູ່ແຂ່ງຄົນສຳຄັນຄືທ່ານ ຢາອີ ລາພິກ ນາຍົກລັດຖະມົນຕີອິດສະລາແອນຄົນປັດຈຸບັນຈາກພັກ Yesh Atid ຈະໄດ້ຮັບບ່ອນນັ່ງປະມານ 54 ບ່ອນນັ່ງໃນການເລືອກຕັ້ງຄັ້ງນີ້ ເຊິ່ງຖືເປັນຄັ້ງທີ 5 ແລ້ວໃນໄລຍະ 4 ປີຜ່ານມາ.
ຖ້າທ່ານ ເນຕັນຢາຮູ ຊະນະການເລືອກຕັ້ງຄັ້ງນີ້ແທ້ ແລະ ຈັດຕັ້ງລັດຖະບານກັບແນວຮ່ວມຝ່າຍຂວາຂອງຕົນໄດ້ສຳເລັດ, ອິດສະລາແອນອາດມີລັດຖະບານປະສົມທີ່ມີແນວຄິດຂວາສຸດໃນປະຫວັດສາດການເມືອງອິດສະລາແອນ, ວິກິດຄວາມຂັດແຍ່ງກັບປາແລັສຕິນ ແລະ ໂລກອາຣັບອາດຍິ່ງທະວີຄວາມເຄັ່ງຕຶງຂຶ້ນ.
ແຕ່ຖ້າຜົນການເລືອກຕັ້ງບໍ່ເປັນແບບ Exit Polls ຄາດຄະເນໄວ້ ມີໂອກາດສູງທີ່ອິດສະລາແອນອາດຕ້ອງຈັດການເລືອກຕັ້ງຄັ້ງທີ 6 ຂຶ້ນໃນໄລຍະເດືອນມີນາ 2023 ເຊິ່ງຍັງພໍມີໂອກາດໃຫ້ທ່ານຮ່ວມກຳລັງກັບແນວຮ່ວມ ແລະ ກັບມາແກ້ຕົວໃໝ່ອີກໃນເກມການເມືອງລະດັບປະເທດຂອງອິດສະລາແອນ.
ໂດຍຄະນະກຳມະການການເລືອກຕັ້ງກາງຂອງອິດສະລາແອນຈະປະກາດຜົນການເລືອກຕັ້ງຢ່າງເປັນທາງການໃນທ້າຍອາທິດນີ້ ເບື້ອງຕົ້ນຍັງບໍ່ພົບສັນຍານການແຊກແຊງ ຫລື ທຸຈະລິດການເລືອກຕັ້ງໃນຄັ້ງນີ້.
ອ້າງອີງ:
https://www.reuters.com/…/netanyahu-bids-comeback…/

