ທາງການຈີນກ່າວວ່າ ໂຄວິດລະບາດພົ້ນຈຸດສູງສຸດແລ້ວ ແຕ່ຕ້ອງຕິດຕາມການເດີນທາງໄລຍະກຸດຈີນນີ້

ທາງການຈີນກ່າວວ່າ ໂຄວິດລະບາດພົ້ນຈຸດສູງສຸດແລ້ວ ແຕ່ຕ້ອງຕິດຕາມການເດີນທາງໄລຍະກຸດຈີນນີ້

ວັນທີ 19 ມັງກອນ, ທາງການຈີນເປີດເຜີຍວ່າ: ຈີນໄດ້ຜ່ານພົ້ນຈຸດສູງສຸດຂອງການແພ່ລະບາດຂອງໂຄວິດແລ້ວ ໂດຍປັດຈຸບັນອັດຕາການຕິດເຊື້ອຢູ່ໃນລະດັບຕໍ່າ. ເຖິງຢ່າງໃດກໍຕາມ, ການທີ່ປະຊາຊົນຈຳນວນຫລາຍເດີນທາງກັບບ້ານເກີດເມືອງນອນໃນໄລຍະເທດສະການກຸດຈີນຖືເປັນສະຖານະການທີ່ຫລາຍຝ່າຍກຳລັງຕິດຕາມ ເນື່ອງຈາກກັງວົນວ່າຈະເຮັດໃຫ້ຈຳນວນການຕິດເຊື້ອກັບມາເພີ່ມສູງຂຶ້ນອີກທົ່ວປະເທດ. ທ່ານ ຊຸນຊຸນຫລານ (Sun Chunlan) ຮອງນາຍົກລັດຖະມົນຕີ ແລະ ຜູ້ເບິ່ງແຍງດ້ານການຮັບມືໂຄວິດຂອງຈີນ ກ່າວວ່າ: ປັດຈຸບັນການລະບາດຢູ່ໃນລະດັບຂ້ອນຂ້າງຕໍ່າ ເຊິ່ງສອດຄ່ອງກັບຂໍ້ມູນຈາກເຈົ້າໜ້າທີ່ສາທາລະນະສຸກທີ່ເປີດເຜີຍກ່ອນໜ້ານີ້ວ່າ: ຈຳນວນຜູ້ຕິດເຊື້ອໂຄວິດໃນຄລີນິກ,…

ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ

ປະທານາທິບໍດີເປຣູຮຽກຮ້ອງທຸກຝ່າຍເປີດການເຈລະຈາ ຫລັງມີຜູ້ເສຍຊີວິດຈາກການຊຸມນຸມ 1 ຄົນ

ວັນທີ 19 ມັງກອນ, ທ່ານ ນາງ ດິນາ ໂບລົວເຕ ປະທານາທິບໍດີເປຣູ ຮຽກຮ້ອງໃຫ້ທຸກຝ່າຍເປີດການເຈລະຈາ ຫລັງຈາກວັນທີ 18 ມັງກອນ ເກີດເຫດຜູ້ປະທ້ວງ ແລະ ເຈົ້າໜ້າທີ່ຕຳຫລວດປະທະກັນຢ່າງດຸເດືອດໃນຫລາຍພື້ນທີ່ຂອງປະເທດ ຈົນສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 1 ຄົນ ແລະ ບາດເຈັບອີກ…

ຟີລິບປິນ ຫລຸດອັດຕາພາສີນຳເຂົ້າລົດໄຟຟ້າ ເພື່ອກະຕຸ້ນຕະຫລາດລົດໄຟຟ້າພາຍໃນປະເທດ

ຟີລິບປິນ ຫລຸດອັດຕາພາສີນຳເຂົ້າລົດໄຟຟ້າ ເພື່ອກະຕຸ້ນຕະຫລາດລົດໄຟຟ້າພາຍໃນປະເທດ

ວັນທີ 19 ມັງກອນ, ສໍານັກງານປະຊາສໍາພັນທໍານຽບປະທານາທິບໍດີຂອງທ່ານ ເຟີດິນານ ໂຣມວນເດ ມາກອດ ປະທານາທິບໍດີຟີລິບປິນ ເປີດເຜີຍວ່າ: ຟີລິບປິນຈະຫລຸດອັດຕາພາສີນໍາເຂົ້າລົດໄຟຟ້າ ແລະ ຊິ້ນສ່ວນລົດໄຟຟ້າ ເພື່ອກະຕຸ້ນຕະຫລາດລົດໄຟຟ້າພາຍໃນປະເທດ ໂດຍທ່ານ ມາກອດ ໄດ້ລົງນາມໃນຄໍາສັ່ງຝ່າຍບໍລິຫານຕາມຄໍາແນະນໍາຂອງລັດຖະບານ. ໃນເດືອນພະຈິກ 2022 ອົງການເສດຖະກິດ ແລະ…

ສ.ເກົາຫລີ ກຽມຍົກເລີກຄຳສັ່ງໃສ່ຜ້າປິດປາກ ທ້າຍເດືອນມັງກອນນີ້

ສ.ເກົາຫລີ ກຽມຍົກເລີກຄຳສັ່ງໃສ່ຜ້າປິດປາກ ທ້າຍເດືອນມັງກອນນີ້

ທ່ານ ຮັນ ດ໊ອກຊູ ນາຍົກລັດຖະມົນຕີ ສ.ເກົາຫລີ ເປີດເຜີຍໃນວັນທີ 20 ມັງກອນວ່າ: ສ.ເກົາຫລີ ກຽມຍົກເລີກຂໍ້ບັງຄັບໃສ່ຜ້າປິດປາກໃນອາຄານສາທາລະນະສ່ວນຫລາຍໃນທ້າຍເດືອນນີ້ ເຖິງວ່າຈະຍັງຈໍາເປັນຕ້ອງໃສ່ຜ້າປິດປາກໃນເວລາເດີນທາງດ້ວຍລົດໂດຍສານ ແລະ ໃນໂຮງໝໍກໍຕາມ. ທ່ານ ຮັນ ດ໊ອກຊູ ລະບຸວ່າ: ການຍົກເລີກຂໍ້ບັງຄັບດ້ານການໃສ່ຜ້າປິດປາກນີ້ຈະມີຜົນໃນວັນທີ 30  ມັງກອນນີ້…

ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ

ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ

ວັນທີ 19 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານ ສ.ເກົາຫລີ ພາຍໃຕ້ການນໍາຂອງປະທານາທິບໍດີ ຢຸນຊຸກຍອນ ຕ້ອງການຊຸກດັນກົດເຮັດວຽກລ່ວງເວລາຮູບແບບໃໝ່ ທີ່ຈະອະນຸຍາດໃຫ້ຄົນສາມາດເຮັດວຽກລ່ວງເວລາເພີ່ມເພື່ອແລກມື້ພັກໄດ້ ໂດຍຈະເພີ່ມຊົ່ວໂມງການເຮັດວຽກຂຶ້ນຈາກ 52 ຊົ່ວໂມງຕໍ່ອາທິດ ມາເປັນ 69 ຊົ່ວໂມງຕໍ່ອາທິດ (ເຮັດວຽກປົກກະຕິ 40 ຊົ່ວໂມງ +…

ສີລັງກາ ຈະແຈກເຂົ້າໃຫ້ຄອບຄົວທີ່ມີລາຍໄດ້ຕ່ຳ 2 ລ້ານກວ່າ ຄອບຄົວ

ສີລັງກາ ຈະແຈກເຂົ້າໃຫ້ຄອບຄົວທີ່ມີລາຍໄດ້ຕ່ຳ 2 ລ້ານກວ່າ ຄອບຄົວ

ສີ​ລັງກາ ຈະ​ແຈກ​ເຂົ້າ ​ໃຫ້​​ແກ່ ຄອບຄົວ​ ທີ່​ມີ​ລາຍ​ໄດ້​ຕ່ຳ ປະມານ 2 ລ້ານກວ່າ ​ຄອບຄົວ ​ເດືອນ​ລະ 10 ກີ​ໂລກຣາມ ​ເປັນ​ໄລຍະ ​ເວລາ 2​ເດືອນ ຊຶ່ງ​ແຜນ​ດັ່ງກ່າວ ມີ​ເປົ້າໝາຍ ຮັບປະກັນ ​ຄວາມ​ໝັ້ນຄົງ ທາງ​ດ້ານສະບຽງ…

ທ່ານ ນາງ ຫວໍຖິແອ້ງຊວນ ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ຮັກສາການປະທານປະເທດ ສສ ຫວຽດນາມ

ທ່ານ ນາງ ຫວໍຖິແອ້ງຊວນ ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ຮັກສາການປະທານປະເທດ ສສ ຫວຽດນາມ

VOVWORLD (ວິທະຍຸກະຈາຍສຽງຫວຽດນາມ) ລາຍງານຂ່າວວ່າ: ວັນທີ 18 ມັງກອນ 2023 ຜ່ານມາ ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ, ທ່ານເວືອງດິງເຫວ ປະທານສະພາແຫ່ງຊາດ ໄດ້ລົງນາມປະກາດຂອງຄະນະກຳມາທິການສາມັນສະພາແຫ່ງຊາດ ສະໄໝທີ 15 ກ່ຽວກັບການປະຕິບັດໜ້າທີ່ຮັກສາການປະທານປະເທດ ສາທາລະນະລັດ ສັງຄົມນິ…

ຄະນະນຳກະຊວງປ້ອງກັນປະເທດ ອວຍພອນອະດີດ ປະທານປະເທດ ໃນໂອກາດລະນຶກວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ

ຄະນະນຳກະຊວງປ້ອງກັນປະເທດ ອວຍພອນອະດີດ ປະທານປະເທດ ໃນໂອກາດລະນຶກວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ

ເນື່ອງ​ໃນ​ໂອກາດວັນສ້າງ ຕັ້ງ​ກອງທັບ​ປະຊາຊົນ​ລາວ ​ຄົບຮອບ 74 ປີ, ໃນ​ວັນ​ທີ 17 ມັງກອນ 2023 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ ພ້ອມ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ດອກ​ໄມ້​ເຂົ້າ​ອວຍພອນ​ ສະຫາຍ…

ອົງກອນການທ່ອງທ່ຽວໂລກລາຍງານ ສະຖິຕິນັກທ່ອງທ່ຽວຕ່າງປະເທດ ເພີ່ມ 2 ເທົ່າໃນປີຜ່ານມາ

ອົງກອນການທ່ອງທ່ຽວໂລກລາຍງານ ສະຖິຕິນັກທ່ອງທ່ຽວຕ່າງປະເທດ ເພີ່ມ 2 ເທົ່າໃນປີຜ່ານມາ

ອົງກອນການທ່ອງທ່ຽວໂລກ (UNWTO) ເຊິ່ງເປັນອົງກອນພິເສດດ້ານການທ່ອງທ່ຽວຂອງສະຫະປະຊາຊາດ (UN) ແລະ ມີສໍານັກງານໃຫຍ່ຢູ່ນະຄອນຫລວງມາດຣິດ ກ່າວວ່າ: ຈໍານວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 2 ເທົ່າໃນປີ 2022 ແລະ ອາດຈະເກືອບເຖິງລະດັບດຽວກັນກັບໄລຍະກ່ອນການລະບາດໃຫຍ່ໃນປີນີ້ ເນື່ອງຈາກການຍົກເລີກຂໍ້ຈໍາກັດການເດີນທາງ ໂດຍສະເພາະໃນຈີນ. ວັນທີ 18 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ:  UNWTO…

ໄມໂຄຣຊັອບ ຢືນຢັນເລີກຈ້າງພະນັກງານ 10.000 ຄົນ ຍ້ອນເສດຖະກິດໂລກຂະຫຍາຍຕົວຊ້າ

ໄມໂຄຣຊັອບ ຢືນຢັນເລີກຈ້າງພະນັກງານ 10.000 ຄົນ ຍ້ອນເສດຖະກິດໂລກຂະຫຍາຍຕົວຊ້າ

ໄມໂຄຣຊັອບ ໜຶ່ງໃນບໍລິສັດເຕັກໂນໂລຊີຍັກໃຫຍ່ຂອງໂລກຈາກອາເມລິກາ ປະກາດແຜນປົດພະນັກງານ 10.000 ຄົນ ເປັນໄປຕາມລາຍງານທີ່ອອກມາກ່ອນໜ້ານີ້ ໂດຍໃຫ້ເຫດຜົນກ່ຽວກັບສະພາບເສດຖະກິດໂລກຂະຫຍາຍຕົວຊ້າ. ວັນທີ 19 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດໄມໂຄຣຊັອບເຜີຍແພ່ຖະແຫລງການຂອງທ່ານ ສັດຢາ ນາເດລລາ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ກ່ຽວກັບການເລີກຈ້າງພະນັກງານປະມານ 10.000 ຄົນ ໂດຍການດໍາເນີນງານດັ່ງກ່າວຈະເລີ່ມໃນໄຕມາດສອງຂອງປີນີ້….