ມີຜູ້ເສຍຊີວິດ 120 ຄົນ ຈາກນ້ຳຖ້ວມລັດກູຈາລັດໃນອິນເດຍ

ເຈົ້າໜ້າທີ່ອິນເດຍລາຍງານວ່າ: ສະພາບນ້ຳຖ້ວມເປັນວົງກວ້າງໃນລັດກູຈາລັດເຂດອຸດສາຫະກຳທາງຕາເວັນຕົກຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ 120 ກວ່າຄົນ ແລະ ລະບົບສາທາລະນຸປະໂພກໃຊ້ການບໍ່ໄດ້. ຂະນະທີ່ກະສິກອນປູກຝ້າຍຫລາຍໝື່ນຄົນໄດ້ຮັບຄວາມເສຍຫາຍຢ່າງໜັກ.
ສຳນັກງານຄວບຄຸມໄພພິບັດແຫ່ງຊາດອິນເດຍຢູ່ນະຄອນຫລວງນິວເດລີຖະແຫລງວ່າ: ຝົນມໍລະສຸມຕົກໜັກ ແລະ ນ້ຳຖ້ວມໄລຍະກາງເດືອນກໍລະກົດເປັນຕົ້ນມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 300 ຄົນຢູ່ລັດທາງຕາເວັນຕົກ ແລະ ຕາເວັນອອກຂອງອິນເດຍ. ໜ່ວຍສຸກເສີນລາຍງານວ່າ: ເຈົ້າໜ້າທີ່ກຳລັງປະສານກັບທະຫານເພື່ອຊ່ວຍບັນເທົາສະຖານະການຄວາມເດືອດຮ້ອນໃນຫລາຍພື້ນທີ່, ເຮືອນຫລາຍກວ່າ 1 ລ້ານຄົວເຮືອນໄດ້ຮັບຜົນກະທົບ ແລະ ກຳລັງຕີລາຄາຄວາມເສຍຫາຍໃນພື້ນທີ່ກະສິກຳ, ສະໜາມບິນໃນເມືອງອາເມດາບັດ ເຊິ່ງເປັນສູນກາງການຄ້າຂອງລັດກູຈາລັດ ຜະເຊີນນ້ຳຖ້ວມໃນບາງຈຸດ ເຮັດໃຫ້ສາຍການບິນຕ່າງໆຕ້ອງປ່ຽນຖ້ຽວບິນ, ໂຮງງານກວ່າ 150 ແຫ່ງຕ້ອງລະງັບກິດຈະການຊົ່ວຄາວ, ນ້ຳຖ້ວມສ້າງຄວາມເສຍຫາຍໃຫ້ແກ່ກະສິກອນປູກຝ່າຍໃນລັດກູຈາລັດ ເຊິ່ງເປັນລັດບ້ານເກີດຂອງນາຍົກລັດຖະມົນຕີ ນາເຣນທຣາ ໂມດີ, ປະຊາຊົນຫລາຍກວ່າ 50.000 ຄົນປະສົບບັນຫາໃນການລະບາຍນ້ຳອອກຈາກພື້ນທີ່ ແລະ ເຮືອນຊານ.

