ອົດສະຕຣາລີສະກັດກັ້ນແຜນ ກໍ່ການຮ້າຍລະເບີດເຮືອບິນໄວ້ໄດ້
ທາງການອົດສະຕຣາລີຖະແຫລງວັນທີ 30 ກໍລະກົດນີ້ວ່າ: ເຈົ້າໜ້າທີ່ສາມາດສະກັດກັ້ນແຜນການກໍ່ການຮ້າຍທີ່ມີເປົ້າໝາຍກໍ່ເຫດລະເບີດເຮັດໃຫ້ເຮືອບິນຕົກ ພາຍຫລັງຈັບກຸມໄດ້ 4 ຄົນຈາກປະຕິບັດການບຸກຄົ້ນທົ່ວນະຄອນຊິດນີ.
ນາຍົກລັດຖະມົນຕີ ມັນຄອມ ເທີນບູນ ຂອງອົດສະຕຣາລີ ກ່າວວ່າ: ແຜນກໍ່ການຮ້າຍດັ່ງກ່າວອາດມີຄວາມສັບຊ້ອນເກີນກວ່າຈະດຳເນີນການພຽງຄົນດຽວ. ຂະນະທີ່ໜ່ວຍຄວາມໝັ້ນຄົງເຂົ້າຮັກສາຄວາມປອດໄພເຂັ້ມງວດຕາມສະໜາມບິນສຳຄັນທັງພາຍໃນ ແລະ ຕ່າງປະເທດທົ່ວອົດສະຕຣາລີ. ທ່ານ ເທີນບູນ ຖະແຫລງຕໍ່ສື່ມວນຊົນວ່າ: ໄພຄຸກຄາມຈາກການກໍ່ການຮ້າຍຍັງມີທ່າອ່ຽງສູງຂຶ້ນ ແລະ ປະຕິບັດການກວາດລ້າງຜ່ານມາເປັນໄປຢ່າງມີປະສິດທິພາບ, ແຕ່ຍັງມີພາລະກິດອີກຫລາຍທີ່ຕ້ອງດຳເນີນການຕໍ່ໄປ. ເຈົ້າໜ້າທີ່ອົດສະຕຣາລີບໍ່ໄດ້ເປີດເຜີຍຈະແຈ້ງວ່າແຜນການລະເບີດເຮືອບິນມີເປົ້າໝາຍໃສ່ຖ້ຽວບິນພາຍໃນ ຫລື ຕ່າງປະເທດ, ແຕ່ໜັງສືພິມເດລີເທເລກຣາບລາຍງານວ່າ: ມີເປົ້າໝາຍໃສ່ຖ້ຽວບິນພາຍໃນປະເທດ. ທ່ານ ແອນດຣູ ຄໍວິນ ຜູ້ບັນຊາການຕຳຫລວດອົດສະຕຣາລີ ກ່າວວ່າ: ແຜນການກໍ່ການຮ້າຍຄັ້ງນີ້ມີແນວຄິດມາຈາກກຸ່ມຫົວຮຸນແຮງ ໂດຍຈັບກຸມຊາຍ 4 ຄົນໄດ້ຈາກປະຕິບັດການບຸກຄົ້ນທົ່ວນະຄອນຊິດນີໃນວັນທີ 29 ກໍລະກົດ ແລະ ຍັງຕ້ອງດຳເນີນການສອບສວນຢ່າງຈະແຈ້ງຕໍ່ໄປ.

