ທ່ານ ນາງ ຫວໍຖິແອ້ງຊວນ ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ຮັກສາການປະທານປະເທດ ສສ ຫວຽດນາມ

VOVWORLD (ວິທະຍຸກະຈາຍສຽງຫວຽດນາມ) ລາຍງານຂ່າວວ່າ: ວັນທີ 18 ມັງກອນ 2023 ຜ່ານມາ ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ, ທ່ານເວືອງດິງເຫວ ປະທານສະພາແຫ່ງຊາດ ໄດ້ລົງນາມປະກາດຂອງຄະນະກຳມາທິການສາມັນສະພາແຫ່ງຊາດ ສະໄໝທີ 15 ກ່ຽວກັບການປະຕິບັດໜ້າທີ່ຮັກສາການປະທານປະເທດ ສາທາລະນະລັດ ສັງຄົມນິ ຍົມຫວຽດນາມ ໂດຍແຕ່ງຕັ້ງທ່ານນາງ ຫວໍຖິແອ້ງຊວນ ອາຍຸ 53 ປີ ຮອງປະທານປະເທດ ຂຶ້ນຮັກສາການປະທານປະເທດ ຫວຽດນາມ.
ຄະນະກຳມາທິການສາມັນສະພາແຫ່ງຊາດ ປະກາດວ່າ: ທ່ານນາງ ຫວໍຖິແອ້ງຊວນ ຈະດຳລົງຕຳແໜ່ງຮັກສາການປະທານປະເທດຫວຽດນາມ ໄປຈົນກວ່າສະພາແຫ່ງຊາດຈະຈັດກອງປະຊຸມເລືອກຕັ້ງ ປະທານ ປະເທດຄົນໃໝ່.