ອົງການອະນາໄມໂລກເຕືອນຄວາມສ່ຽງພະຍາດໄຂ້ເລືອດອອກ ທົ່ວໂລກຕິດເຊື້ອສະສົມຫລາຍກວ່າ 5 ລ້ານຄົນໃນປີນີ້

ອົງການອະນາໄມໂລກກ່າວວ່າ: ຜູ້ຕິດເຊື້ອພະຍາດໄຂ້ເລືອດອອກສະສົມທົ່ວໂລກຫລາຍກວ່າ 5 ລ້ານຄົນໃນປີນີ້ ເຊິ່ງການປ່ຽນແປງຂອງສະພາບອາກາດໂລກເປັນໜຶ່ງໃນປັດໄຈສໍາຄັນ.

ວັນທີ 25 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ເຜີຍແພ່ລາຍງານວ່າ: ນັບແຕ່ຕົ້ນປີ 2023 ມີການຢືນຢັນຜູ້ຕິດເຊື້ອພະຍາດໄຂ້ເລືອດອອກແລ້ວຫລາຍກວ່າ 5 ລ້ານຄົນ ແລະ ມີຜູ້ເສຍຊີວິດສະສົມຫລາຍກວ່າ 5.000 ຄົນ ສ່ວນຫລາຍຢູ່ພາກພື້ນອາເມລິກາ, ອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກຕາເວັນຕົກ.

ທັງນີ້, ຄວາມໜາແໜ້ນຂອງຍຸງປ່ຽນແປງຫລາຍໃນໄລຍະຜ່ານມາ ເນື່ອງຈາກປາກົດການເອລນີໂຢ ສົ່ງຜົນກະທົບຕໍ່ການປ່ຽນແປງຂອງສະພາບອາກາດໂລກ ເຮັດໃຫ້ອຸນຫະພູມໂລກເພີ່ມສູງຂຶ້ນ ແລະ ຄວາມຊຸ່ມຂອງອາກາດທີ່ເພີ່ມຂຶ້ນ.

ນອກຈາກນີ້, WHO ມີຄວາມກັງວົນວ່າ: ເຂດເບາະບາງ ແລະ ເຂດຂັດແຍ່ງທາງສົງຄາມເຊັ່ນ: ອັບການິດສະຖານ, ປາກິດສະຖານ, ຊູດັງ, ໂຊມາລີ ແລະ ເຢເມນ ມີຄວາມສ່ຽງຜະເຊີນການແພ່ລະບາດຂອງພະຍາດໄຂ້ເລືອດອອກໃນລະດັບຮຸນແຮງເຊັ່ນກັນ.

ສະຖິຕິຜູ້ຕິດເຊື້ອພະຍາດໄຂ້ເລືອດອອກສູງສຸດທົ່ວໂລກ ເທົ່າທີ່ WHO ເຄີຍຢືນຢັນກ່ອນໜ້ານີ້ ຄືປີ 2019 ມີຜູ້ຕິດເຊື້ອສະສົມປະມານ 5,2 ລ້ານຄົນ ຢູ່ຢ່າງໜ້ອຍ 129 ປະເທດ ເພີ່ມຂຶ້ນສິບເທົ່າ ເມື່ອປຽບທຽບໃສ່ສະຖິຕິຂອງປີ 2000.

ເຖິງວ່າຂໍ້ມູນດັ່ງກ່າວບົ່ງຊີ້ວ່າ: ປະຊາກອນໂລກໃນເກືອບທຸກພາກພື້ນມີຄວາມສ່ຽງຕໍ່ພະຍາດໄຂ້ເລືອດອອກ ໂດຍສະເພາະຜູ້ທີ່ອາໄສຢູ່ໃນປະເທດທີ່ມີອາກາດຮ້ອນຊຸ່ມ ຫລື ເຄິ່ງເຂດຮ້ອນ. ເຖິງຢ່າງໃດກໍຕາມ, ໄຂ້ເລືອດອອກຍັງເປັນພະຍາດທີ່ຮັກສາໄດ້ຕາມອາການ ແລະ ໃຊ້ເວລາປະມານ 1-2 ອາທິດ.

ເບື້ອງຕົ້ນຜູ້ຕິດເຊື້ອຈະມີອາການເຈັບຫົວ, ປວດຂໍ້, ເປັນໄຂ້ ແລະ ມີຜື່ນແດງຕາມຮ່າງກາຍ, ແຕ່ຖ້າປ່ອຍໃຫ້ອາການຮຸນແຮງ ອາດເຮັດໃຫ້ເກີດສະພາບເກັດເລືອດຕໍ່າ ແລະ ຄວາມດັນເລືອດຕໍ່າຈົນຊ໊ອກ ແລະ ເສຍຊີວິດໄດ້.