ອິດສະລາແອນໂຈມຕີຕໍ່ເນື່ອງ ຫວັງຄວບຄຸມຕອນເໜືອຂອງເຂດກາຊາໂດຍສົມບູນ

ອິດສະລາແອນຍັງເດີນໜ້າໂຈມຕີຢ່າງຕໍ່ເນື່ອງເພື່ອຍາດຊີງການຄວບຄຸມທາງຕອນເໜືອຂອງເຂດກາຊາຈາກກຸ່ມຕິດອາວຸດຮາມັດໃຫ້ໄດ້ໂດຍສົມບູນ. ຂະນະທີ່ຜູ້ນໍາອາເມລິກາ ແລະ ອິດສະລາແອນຫາລືກ່ຽວກັບທ່າອ່ຽງຂອງສົງຄາມທີ່ດໍາເນີນມາກວ່າ 11 ອາທິດ.

ຄວັນໜາປົກຄຸມເມືອງຈາບາເລຍທາງຕອນເໜືອຂອງກາຊາໃນວັນທີ 23 ທັນວາ ໂດຍປະຊາຊົນລາຍງານວ່າ: ມີການໂຈມຕີທາງອາກາດ ແລະ ການຍິງປືນຈາກລົດຖັງຂອງອິດສະລາແອນຢ່າງຕໍ່ເນື່ອງທັງເວັນທັງຄືນ. ຂະນະທີ່ລົດຖັງເຄື່ອນທີ່ເຂົ້າໄປໃນຕົວເມືອງຫລາຍຂຶ້ນ.

ໂຄສົກກອງທັບອິດສະລາແອນປະກາດວ່າ: ອິດສະລາແອນປະສົບຜົນສໍາເລັດໃນການຄວບຄຸມປະຕິບັດການຢູ່ເຂດກາຊາທາງຕອນເໜືອໄດ້ເກືອບທັງໝົດ ແລະ ກໍາລັງກຽມຂະຫຍາຍການບຸກພາກພື້ນດິນໄປພື້ນທີ່ອື່ນໆຢູ່ເຂດກາຊາ ໂດຍເນັ້ນໃສ່ທາງຕອນໃຕ້.

ຂະນະດຽວກັນ, ທໍານຽບຂາວລະບຸວ່າ: ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ແລະ ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ຂອງອິດສະລາແອນ ໄດ້ຫາລືກ່ຽວກັບຈຸດປະສົງ ແລະ ຈັງຫວະເວລາຂອງປະຕິບັດການທາງທະຫານຂອງອິດສະລາແອນ, ຄວາມຈໍາເປັນໃນການປົກປ້ອງຊີວິດພົນລະເຮືອນ ແລະ ການປ່ອຍຕົວປະກັນຈາກກຸ່ມຕິດອາວຸດປາແລັສຕິນ.

ສໍານັກງານນາຍົກລັດຖະມົນຕີຂອງອິດສະລາແອນເປີດເຜີຍວ່າ: ທ່ານ ເນທັນຢາຮູ “ຊີ້ແຈງຢ່າງຊັດເຈນວ່າອິດສະລາແອນຈະເຮັດສົງຄາມໄປຈົນກວ່າຈະບັນລຸຈຸດປະສົງທັງໝົດ”.

ກະຊວງສາທາລະນະສຸກປາແລັສຕິນເປີດເຜີຍໃນວັນທີ 23 ທັນວາວ່າ: ຈໍານວນຜູ້ເສຍຊີວິດຊາວປາແລັສຕິນເພີ່ມເປັນ 20.258 ຄົນ ແລະ ເຊື່ອວ່າມີສົບອີກຫລາຍພັນສົບຕົກຄ້າງຢູ່ກ້ອງຊາກຫັກພັງ. ຂະນະທີ່ຊາວກາຊາເກືອບທັງໝົດ 2,3 ລ້ານຄົນຕ້ອງກາຍເປັນຄົນບໍ່ມີບ່ອນຢູ່ອາໄສ.

ສ່ວນອິດສະລາແອນເປີດເຜີຍໃນວັນທີ 24 ທັນວາວ່າ: ມີທະຫານອິດສະລາແອນຖືກສັງຫານ 154 ຄົນ ນັບແຕ່ອິດສະລາແອນເລີ່ມເປີດການໂຈມຕີພາກພື້ນດິນເພື່ອຕອບໂຕ້ການໂຈມຕີຂອງກຸ່ມຮາມັດໃນວັນທີ 7 ຕຸລາ ເຊິ່ງກຸ່ມຕິດອາວຸດໄດ້ສັງຫານເຫຍື່ອໄປ 1.200 ຄົນ ແລະ ຈັບຕົວປະກັນໄປໄດ້ 240 ຄົນ.

ອ້າງອີງ: