ປັກກິ່ງຜະເຊີນຄື້ນຄວາມເຢັນຍາວນານທີ່ສຸດໃນຮອບ 7 ທົດສະວັດ ອົດສະຕຣາລີຜະເຊີນຄື້ນຄວາມຮ້ອນ

ນະຄອນຫລວງປັກກິິ່ງຜະເຊີນຄື້ນຄວາມເຢັນຍາວນານທີ່ສຸດໃນປະຫວັດສາດຍຸກໃໝ່ ນັບແຕ່ມີການບັນທຶກໃນປີ 1951 ທ່າມກາງອຸນຫະພູມທີ່ຕໍ່າກວ່າ 0 ອົງສາ ຕໍ່ເນື່ອງກວ່າ 300 ຊົ່ວໂມງ.

ໂດຍ Beijing Daily ສື່ທາງການຈີນ ລາຍງານຜົນການກວດວັດລະດັບອຸນຫະພູມຈາກສະຖານີກວດອາກາດໜານຈຽວ ພົບວ່າອຸນຫະພູມຢູ່ນະຄອນຫລວງປັກກິ່ງເພີ່ມຂຶ້ນສູງກວ່າ 0 ອົງສາ ໃນຕອນບ່າຍວັນທີ 24 ທັນວາ ເຊິ່ງເປັນຄັ້ງທໍາອິດນັບແຕ່ວັນທີ 11 ທັນວາ.

ຂະນະທີ່ຄື້ນຄວາມເຢັນດັ່ງກ່າວ ເຊິ່ງໄຫລວຽນມາຈາກຂົ້ວໂລກເໜືອ (Arctic) ສົ່ງຜົນເຮັດໃຫ້ພາກເໜືອ ແລະ ພາກຕາເວັນອອກສຽງເໜືອຂອງຈີນຜະເຊີນຄວາມໜາວເຢັນທໍາລາຍສະຖິຕິນັບແຕ່ອາທິດຜ່ານມາ ໂດຍບາງພື້ນທີ່ມີລະດັບອຸນຫະພູມຕໍ່າສຸດເຖິງຕິດລົບ 40 ອົງສາ. ອີກທັງຍັງເກີດພາຍຸຫິມະປົກຄຸມຢູ່ນະຄອນຫລວງປັກກິ່ງ ແລະ ອີກຫລາຍເມືອງ.

ຜົນກະທົບຈາກຄື້ນຄວາມເຢັນທີ່ຮຸນແຮງ ຍັງສົ່ງຜົນເຮັດໃຫ້ລະບົບເຮັດຄວາມຮ້ອນຢູ່ຫລາຍເມືອງທາງຕອນເໜືອເຖິງຂີດຈໍາກັດ ໂດຍຢູ່ເມືອງຈຽວຈົວ (Jiaozuo) ມົນທົນເຫີໜານ ພົບວ່າລະບົບເຮັດຄວາມຮ້ອນບາງສ່ວນຂອງເມືອງບໍ່ສາມາດນໍາໃຊ້ໄດ້ຈາກບັນຫາຂັດຂ້ອງຢູ່ໂຮງໄຟຟ້າ ເຊິ່ງທາງການກໍາລັງເລັ່ງແກ້ໄຂ.

ຂະນະທີ່ອີກ 2 ເມືອງຢູ່ເຫີໜານ ໄດ້ແກ່ ຜູຢາງ (Puyang) ແລະ ຜິງຕິ່ງຊານ (Pingdingshan) ທາງການຕ້ອງຕັດລະບົບເຮັດຄວາມຮ້ອນໃນອາຄານລັດຖະບານ ແລະ ລັດວິສາຫະກິດສ່ວນຫລາຍ ເພື່ອໃຫ້ໂຮງໝໍ, ໂຮງຮຽນ ແລະ ອາຄານທີ່ພັກອາໄສໄດ້ໃຊ້ກ່ອນ.

ຂະນະທີ່ຢູ່ອົດສະຕຣາລີ ພົບວ່າປະຊາຊົນໃນລັດເວສເທິນອົດສະຕຣາລີ (Western Australia) ລັດໃຫຍ່ທີ່ສຸດຂອງປະເທດ ກໍາລັງຜະເຊີນສະພາບອາກາດຮ້ອນອົບເອົ້າກົງກັນຂ້າມກັບຈີນ ເປັນຜົນມາຈາກຄື້ນຄວາມຮ້ອນ ແລະ ມີລາຍງານວ່າເກີດໄຟໄໝ້ປ່າຫລາຍກວ່າ 20 ຈຸດໃນວັນທີ 24 ທັນວາ. ຂະນະທີ່ທາງການໄດ້ປະກາດເຕືອນຄວາມສ່ຽງສູງໃນການເກີດໄຟໄໝ້ປ່າເພີ່ມຂຶ້ນໃນຫລາຍພື້ນທີ່ ແລະ ເຕືອນລະດັບອຸນຫະພູມໃນບາງພື້ນທີ່ອາດເພີ່ມສູງເຖິງ 45 ອົງສາ.

ອ້າງອີງ: