IMF ເຕືອນການແບ່ງກຸ່ມທາງເສດຖະກິດ ອາດດຶງ GDP ທົ່ວໂລກຮຸນແຮງເຖິງ 7%

IMF ເຕືອນການແບ່ງກຸ່ມທາງເສດຖະກິດ ອາດດຶງ GDP ທົ່ວໂລກຮຸນແຮງເຖິງ 7%

ກອງທຶນການເງິນສາກົນ (IMF) ລະບຸໃນລາຍງານທີ່ມີການເປີດເຜີຍໃນວັນທີ 15 ມັງກອນວ່າ: ການແບ່ງກຸ່ມທາງເສດຖະກິດທີ່ເກີດຂຶ້ນຮຸນແຮງທົ່ວໂລກ ຫລັງຈາກໂລກເຄີຍຂັບເຄື່ອນດ້ວຍລະບົບໂລກາພິວັດໃນໄລຍະຫລາຍທົດສະວັດຜ່ານມານັ້ນ ອາດບັນທອນຕົວເລກ GDP ໂລກສູງເຖິງ 7% ໂດຍອາດບັນທອນ 8%-12% ໃນບາງປະເທດ ຖ້າມີການແບ່ງແຍກທາງເຕັກໂນໂລຊີຮ່ວມນໍາ. ທັງນີ້, IMF ລະບຸວ່າ: ເຖິງວ່າກໍລະນີທີ່ເສດຖະກິດໂລກແບ່ງກຸ່ມກັນໃນວົງຈໍາກັດຍັງອາດຫລຸດ GDP…

ທ່ານ ໄບເດນ ປະກາດສະຖານະການສຸກເສີນໃນລັດແຄລິຟໍເນຍ ແລະ ລັດແອລະແບມາ ຫລັງຜະເຊີນໄພພິບັດທາງສະພາບອາກາດຮຸນແຮງ

ທ່ານ ໄບເດນ ປະກາດສະຖານະການສຸກເສີນໃນລັດແຄລິຟໍເນຍ ແລະ ລັດແອລະແບມາ ຫລັງຜະເຊີນໄພພິບັດທາງສະພາບອາກາດຮຸນແຮງ

ວັນທີ 15 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ໃນອາທິດຜ່ານມາ ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ປະກາດໃຊ້ສະຖານະການສຸກເສີນໃນສອງລັດສໍາຄັນ ຄືລັດແຄລິຟໍເນຍ ແລະ ລັດແອລະແບມາ ຫລັງຜະເຊີນໄພພິບັດທາງສະພາບອາກາດຮຸນແຮງຕໍ່ເນື່ອງ. ໂດຍທ່ານ ໄບເດນ ປະກາດໃຊ້ສະຖານະການສຸກເສີນໃນລັດແຄລິຟໍເນຍນັບແຕ່ວັນທີ 9 ມັງກອນຜ່ານມາ ພາຍຫລັງຫລາຍພື້ນທີ່ທົ່ວລັດແຄລິຟໍເນຍຖືກພາຍຸຝົນໄລຍະລະດູໜາວພັດຖະຫລົ່ມຢ່າງຕໍ່ເນື່ອງ…

ຊາວເນປານຮ່ວມໄວ້ອາໄລຜູ້ປະສົບເຫດເຮືອບິນຕົກ ຄັ້ງຮ້າຍແຮງສຸດໃນຮອບ 30 ປີ

ຊາວເນປານຮ່ວມໄວ້ອາໄລຜູ້ປະສົບເຫດເຮືອບິນຕົກ ຄັ້ງຮ້າຍແຮງສຸດໃນຮອບ 30 ປີ

ສໍານັກຂ່າວບີບີຊີລາຍງານວ່າ: ຊາວເນປານຮ່ວມກັນໄວ້ອາໄລຕໍ່ຜູ້ປະສົບເຫດເຮືອບິນຕົກ ເຊິ່ງເກີດຂຶ້ນໃນວັນທີ 15 ມັງກອນ ແລະ ຖືເປັນໂສກນາດຕະກຳທາງອາກາດຄັ້ງຮ້າຍແຮງທີ່ສຸດໃນຮອບ 30 ປີຂອງເນປານ. ເຮືອບິນຂອງສາຍການບິນເຢຕິແອລາຍ ພ້ອມຜູ້ໂດຍສານ ແລະ ຈຸບິນ 72 ຄົນ ປະສົບອຸບັດເຫດຕົກຫ່າງຈາກສະໜາມບິນໂປຂາຣາ ທາງພາກກາງຂອງປະເທດເນປານອອກໄປປະມານ 1,5 ກິໂລແມັດ ໂດຍເຮືອບິນລໍາດັ່ງກ່າວມີກໍານົດການເດີນທາງຈາກນະຄອນຫລວງກາມານທຸໄປເມືອງໂປຂາຣາ…

ອັບເດດ! ຫລ້າສຸດມີຄົນເສຍຊີວິດເພີ່ມຂຶ້ນເປັນ 68 ຄົນ ຈາກເຫດຍົນໂດຍສານຕົກທີ່ປະເທດເນປານ

ອັບເດດ! ຫລ້າສຸດມີຄົນເສຍຊີວິດເພີ່ມຂຶ້ນເປັນ 68 ຄົນ ຈາກເຫດຍົນໂດຍສານຕົກທີ່ປະເທດເນປານ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 16 ມັງກອນ 2023 ນີ້ ມີຄົນເສຍຊີວິດເພີີ່ມຂຶ້ນເປັນ 68 ຄົນ ແລະ ຍັງມີຜູ້ສູນຫາຍອີກ 4 ຄົນ ຈາກເຫດຍົນໂດຍສານຕົກທີ່ປະເທດເນປານ ເມື່ອວັນທີ 15 ມັງກອນ ທີ່ຜ່ານມາ. ທັງນີ້, ສຳນັກຂ່າວບີບີຊີລາຍງານວ່າ:…

ທໍນາໂດພັດຖະຫລົ່ມທາງຕອນໃຕ້ອາເມລິກາ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ

ທໍນາໂດພັດຖະຫລົ່ມທາງຕອນໃຕ້ອາເມລິກາ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ພາຍຸທໍນາໂດໄດ້ເຄື່ອນຕົວພັດຖະຫລົ່ມພື້ນທີ່ທາງຕອນໃຕ້ຂອງອາເມລິກາຢ່າງຕໍ່ເນື່ອງ ໂດຍສະເພາະເຂດລັດແອລະແບມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 9 ຄົນ. ຫລ້າສຸດ ປະທານາທິບໍດີ ໂຈ ໄບເດນ ອະນຸມັດໃຫ້ປະກາດໃຊ້ສະຖານະການສຸກເສີນ ເນື່ອງຈາກໄພພິບັດໃນລັດດັ່ງກ່າວໄດ້ແລ້ວນັບແຕ່ເຊົ້າວັນທີ 15 ມັງກອນຕາມເວລາທ້ອງຖິ່ນ. ໂດຍສູນບໍລິການດ້ານສະພາບອາກາດແຫ່ງຊາດອາເມລິກາ ເປີດເຜີຍວ່າ: ມີທໍນາໂດສູງເຖິງ 33 ຫົວທີ່ໄດ້ພັດຖະຫລົ່ມຫລາຍພື້ນທີ່ທົ່ວອາເມລິກາໃນບໍ່ເທົ່າໃດວັນຜ່ານມາ ໂດຍສະເພາະລັດທາງຕອນໃຕ້…

ເກີດເຫດເຮືອບິນຕົກໃນເນປານ ມີຜູ້ເສຍຊີວິດ 16 ຄົນ

ເກີດເຫດເຮືອບິນຕົກໃນເນປານ ມີຜູ້ເສຍຊີວິດ 16 ຄົນ

ເຈົ້າໜ້າທີ່ເນປານເປີດເຜີຍວ່າ: ເຮືອບິນຂອງສາຍການບິນເຢຕິແອລາຍ ພ້ອມຜູ້ໂດຍສານ ແລະ ຈຸບິນ 72 ຄົນ ປະສົບອຸບັດເຫດຕົກຢູ່ສະໜາມບິນໂປຂາຣາ (Pokhara) ທາງພາກກາງຂອງປະເທດເນປານໃນວັນທີ 15 ມັງກອນນີ້ ໂດຍປັດຈຸບັນພົບຜູ້ເສຍຊີວິດແລ້ວ 16 ຄົນ ແລະ ຄາດວ່າຈະພົບຜູ້ເສຍຊີວິດເພີ່ມອີກ. ທັງນີ້, ສຳນັກຂ່າວບີບີຊີລາຍງານວ່າ: ເຮືອບິນລຳດັ່ງກ່າວມີກຳນົດການເດີນທາງຈາກນະຄອນຫລວງກາມານທຸໄປເມືອງໂປຂະຣາ…

ນາງ ອາບອນນີ ເກເບຣີ ສາວງາມຈາກອາເມລິກາ ໄດ້ຮັບມົງກຸດ Miss Universe 2022 ໄປຄອງໄດ້ສຳເລັດ

ນາງ ອາບອນນີ ເກເບຣີ ສາວງາມຈາກອາເມລິກາ ໄດ້ຮັບມົງກຸດ Miss Universe 2022 ໄປຄອງໄດ້ສຳເລັດ

ວັນທີ 15 ມັງກອນ ຕາມເວລາປະເທດລາວ, ສຳເລັດໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດສາວງາມ ເພື່ອຄົ້ນຫານາງງາມຈັກກະວານຄົນໃໝ່ ຢູ່ເມືອງນິວອໍລີນ ລັດລຸຍເຊຍນາ ສະຫະລັດອາເມລິກາ ຫລັງຈາກ JKN Global Group ໄດ້ເຂົ້າມາເປັນເຈົ້າຂອງອົງກອນລາຍໃໝ່ຕໍ່ຈາກ WME | IMG ນັບແຕ່ທ້າຍປີ 2022 ຜ່ານມາ…

ຫວຽດນາມສ້າງສະຖິຕິສົ່ງອອກກາເຟ 1,77 ລ້ານໂຕນ ໃນປີ 2022

ຫວຽດນາມສ້າງສະຖິຕິສົ່ງອອກກາເຟ 1,77 ລ້ານໂຕນ ໃນປີ 2022

ສະຖິຕິການສົ່ງອອກກາເຟຂອງຫວຽດນາມໃນປີຜ່ານມາ ບັນລຸ 1,77 ລ້ານໂຕນ ສ້າງລາຍໄດ້ເຂົ້າປະເທດຫລາຍກວ່າ 4.000 ລ້ານໂດລາສະຫະລັດ. ວັນທີ 14 ມັງກອນ, ສໍານັກຂ່າວຊິນຮົວລາຍງານວ່າ: ລາຍງານໂດຍໜັງສືພິມ ຫວຽດນາມ ນິວ ລະບຸວ່າ: ຫວຽດນາມສົ່ງອອກກາເຟ 1,77 ລ້ານໂຕນ ໃນປີຜ່ານມາຄິດເປັນມູນຄ່າການຊື້ຂາຍຫລາຍກວ່າ 4.000…

ອັດຕາເງິນເຟີ້ ໃນຣັດເຊຍ ກວມເອົາ 11,9% ໃນປີ 2022 ແລະ ຈະຫລຸດລົງໃນທ້າຍໄຕມາດທຳອິດຂອງ ປີ 2023

ອັດຕາເງິນເຟີ້ ໃນຣັດເຊຍ ກວມເອົາ 11,9% ໃນປີ 2022 ແລະ ຈະຫລຸດລົງໃນທ້າຍໄຕມາດທຳອິດຂອງ ປີ 2023

ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ ລາຍງານວັນທີ 12 ມັງກອນນີ້ວ່າ: ທ່ານ ແມັກຊິມ ເຣເຊດນິຄອມ ລັດຖະມົນຕີີ ກະຊວງພັດທະນາເສດຖະກິດ ຂອງ ຣັດເຊຍ ເປີດເຜີຍວ່າອັດຕາເງິນເຟີ້ ປະຈຳປີ ກວມເອົາ 11,9% (ໄລ່ເຖິງທ້າຍປີ…

ສານເບຣຊິນສັ່ງສອບສວນອະດີດປະທານາທິບໍດີ ພົວພັນເຫດການຜູ້ຊຸມນຸມບຸກສະພາ ຫລັງພົບວິດີໂອປຸກປັ່ນຄັດຄ້ານຜົນເລືອກຕັ້ງ

ສານເບຣຊິນສັ່ງສອບສວນອະດີດປະທານາທິບໍດີ ພົວພັນເຫດການຜູ້ຊຸມນຸມບຸກສະພາ ຫລັງພົບວິດີໂອປຸກປັ່ນຄັດຄ້ານຜົນເລືອກຕັ້ງ

ສານສູງສຸດເບຣຊິນກຽມເປີດການສອບສວນອະດີດປະທານາທິບໍດີ ຢາອີ ໂບລໂຊນາຣູ ຂໍ້ຫາສະໜັບສະໜູນຜູ້ປະທ້ວງກໍ່ເຫດບຸກອາຄານສຳຄັນຂອງລັດຖະບານໃນວັນທີ 8 ມັງກອນ ຫລັງເສຍໄຊການເລືອກຕັ້ງ ແຕ່ບໍ່ຍອມຮັບຜົນ. ສໍານັກຂ່າວຕ່າງປະເທດລາຍງານວ່າ: ຄະນະຜູ້ພິພາກສາສານສູງສຸດຂອງເບຣຊິນມີມະຕິເຫັນພ້ອມໃຫ້ເປີດການສອບສວນອະດີດປະທານາທິບໍດີ ຢາອີ ໂບລໂຊນາຣູ ໃນຂໍ້ກ່າວຫາທີ່ວ່າໃຫ້ການສະໜັບສະໜູນເບື້ອງຫລັງຜູ້ປະທ້ວງບຸກອາຄານລັດຖະສະພາ, ທໍານຽບປະທານາທິບໍດີ ແລະ ອາຄານສານສູງສຸດ ໃນວັນທີ 8 ມັງກອນຜ່ານມາ. ມະຕິດັ່ງກ່າວມີຂຶ້ນຫລັງຈາກສໍານັກງານໄອຍະການເບຣຊິນຍື່ນຄໍາຮ້ອງຕໍ່ສານໃຫ້ມີການສອບສວນທ່ານ…