ສີລັງກາ ຈະແຈກເຂົ້າໃຫ້ຄອບຄົວທີ່ມີລາຍໄດ້ຕ່ຳ 2 ລ້ານກວ່າ ຄອບຄົວ

ສີລັງກາ ຈະແຈກເຂົ້າ ໃຫ້ແກ່ ຄອບຄົວ ທີ່ມີລາຍໄດ້ຕ່ຳ ປະມານ 2 ລ້ານກວ່າ ຄອບຄົວ ເດືອນລະ 10 ກີໂລກຣາມ ເປັນໄລຍະ ເວລາ 2ເດືອນ ຊຶ່ງແຜນດັ່ງກ່າວ ມີເປົ້າໝາຍ ຮັບປະກັນ ຄວາມໝັ້ນຄົງ ທາງດ້ານສະບຽງ ອາຫານ ໂດຍລັດຖະບານ ສີລັງກາ ຈະຊື້ເຂົ້າເປືອກ 61.600 ໂຕນ ພາຍໃຕ້ ການສະໜັບ ສະໜູນ ຈາກເຈົ້າຂອງ ເຂົ້າເປືອກ ຂະໜາດກາງ ແລະ ຂະໜາດນ້ອຍ. ເມື່ອປີ 2022 ມີລາຍງານ ຈາກໂຄງການ ອາຫານໂລກ ແຫ່ງສະຫະ ປະຊາຊົນ (WFP) ລະບຸວ່າ: ປະຊາຊົນ ໃນສີລັງກາ ຫລາຍກວ່າ 6 ລ້ານຄົນ ຜະເຊີນກັບ ຄວາມບໍ່ໝັ້ນຄົງ ທາງອາຫານ ແລະ ຕ້ອງການ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ.

