ຈໍານວນຜູ້ເສຍຊີວິດຈາກເຫດກວາດຍິງໃກ້ລອສແອນເຈລິສເພີ່ມເປັນ 11 ຄົນ ຕໍາຫລວດຍັງເລັ່ງຫາແຮງຈູງໃຈ
ວັນທີ 23 ມັງກອນ, ຈໍານວນຜູ້ເສຍຊີວິດຈາກເຫດກວາດຍິງໃນຫ້ອງບອນລູມເຕັ້ນລໍາ Star Ballroom Dance Studio ຢູ່ເມືອງມອນເທີເຣພາກ ໃກ້ກັບນະຄອນລອສແອນເຈລິສ ເພີ່ມຂຶ້ນເປັນ 11 ຄົນແລ້ວ ຫລັງມີເຫຍື່ອອາການສາຫັດຄົນໜຶ່ງເສຍຊີວິດເພີ່ມ ໂດຍປັດຈຸບັນເຈົ້າໜ້າທີ່ຕໍາຫລວດຍັງພະຍາຍາມສືບຫາແຮງຈູງໃຈໃນການກໍ່ເຫດສະເທືອນຂວັນທີ່ເກີດຂຶ້ນ. ຕໍາຫລວດເປີດເຜີຍວ່າ: ຜູ້ກໍ່ເຫດເປັນຜູ້ຊາຍຊາວອາຊີຊື່ ຫູ ກ໋ານ ຕຣໍາ…








