ເວນເກີ ຢືນຢັນ ຊານເຊດ ບໍ່ໜີຈາກ ອາເຊນອລ

ອາແຊນ ເວນເກີ ຜູ້ຈັດ ການທີມ ອາເຊນອລ ຢືນຢັນວ່າ ອະເລັກຊິສ ຊານເຊດ ຈະຍັງຢູ່ກັບ ທີມຕໍ່ໄປ ຫຼັງຈາກທີ່ ຊານເຊດ ຕົກ ເປັນຂ່າວກ່ຽວໂຍ່ງກັບເລື່ອງ ການຍ້າຍທີມມາຕະຫຼອດລະດູ ການນີ້.
ປັດຈຸບັນ ຊານເຊດ ເຫຼືອສັນ ຍາກັບທີມອີກ 12 ເດືອນເທົ່ານັ້ນ ແຖມລາວເອງເຄີຍອອກປາກວ່າໃນລະດູການ 2017-18 ນັ້ນ ລາວຢາກລົງຫຼິ້ນເກມລະດັບຢູຟາ ແຊ໊ມປຽນລີກ ເຊິ່ງໄລຍະ 2 ອາ ທິດຜ່ານມາ ທີມຕົກເປັນຂ່າວກັບ ລາວກໍມີທັງ ແມນເຊສເຕີ ຊິຕີ ແລະ ປາຣິສ ແຊັງແຊັກແມງ ທີ່ ຕ້ອງການໂຕໄປຮ່ວມທີມ.
ກະແສຂ່າວການຍ້າຍທີມ ຂອງ ຊານເຊດ ຮ້າຍແຮງຂຶ້ນໄປ ອີກ ເມື່ອ ຊານເຊດ ບໍ່ໄດ້ລາຍ ງານໂຕກັບຕົ້ນສັງເລີຍ ທັງທີ່ລາວ ມີຄິວຕ້ອງກັບມາຊ້ອມ ແຕ່ວ່າຫຼ້າ ສຸດ ເວນເກີ ອອກມາປິດຂ່າວລື ຮຽບຮ້ອຍ ພ້ອມແຈ້ງວ່າ ຊານ ເຊດ ມາບໍ່ໄດ້ເພາະເປັນໄຂ້ຫວັດ.
“ຊານເຊດ ບໍ່ສະບາຍເປັນ ໄຂ້ຫວັດ ຂ້ອຍໄດ້ຮັບຂໍ້ຄວາມ ກ່ຽວກັບເລື່ອງນັ້ນເມື່ອວານນີ້ ລາວຈະກັບມາໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້ ຕ້ອນນີ້ມັນບໍ່ມີຄວາມ ປ່ຽນແປງໃດໆທັງນັ້ນ ແນ່ນອນ ວ່າລາວຈະຢູ່ກັບເຮົາຕໍ່ໄປ” ເວນ ເກີ ກ່າວ.

