ປະທານາທິບໍດີອິນໂດເນເຊຍຂູ່ສັ່ງປິດໂຮງງານປ່ອຍມົນລະພິດ ຖ້າບໍ່ຕິດຕັ້ງລະບົບບຳບັດອາກາດ

ປະທານາທິບໍດີອິນໂດເນເຊຍຂູ່ສັ່ງປິດໂຮງງານປ່ອຍມົນລະພິດ ຖ້າບໍ່ຕິດຕັ້ງລະບົບບຳບັດອາກາດ

ສຳນັກຂ່າວຊິນຮົວລາຍງານວ່າ: ປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ນຳອິນໂດເນເຊຍ ຂູ່ລົງໂທດໂຮງງານທີ່ປະຕິເສດຕິດຕັ້ງລະບົບຄວບຄຸມມົນລະພິດ ເພື່ອຮັບມືຄຸນນະພາບອາກາດທີ່ບໍ່ດີໃນນະຄອນຫລວງຈາກາຕາ ເມືອງຫລວງຂອງປະເທດ. ທ່ານ ວິໂດໂດ ເຕືອນວ່າ: ຈະຕ້ອງມີການລົງໂທດ ແລະ ສັ່ງປິດໂຮງງານອຸດສາຫະກຳແນ່ນອນ ຖ້າໂຮງງານເຫລົ່ານັ້ນປະຕິເສດການຕິດຕັ້ງລະບົບບຳບັດອາກາດ ເພາະປະຊາຊົນຕ້ອງເສຍຄ່າໃຊ້ຈ່າຍສູງເພື່ອຮັກສາສຸຂະພາບ. ທັງນີ້, ທາງການອິນໂດເນເຊຍໄດ້ອອກນະໂຍບາຍເຮັດວຽກຢູ່ເຮືອນ, ກຳນົດໃຫ້ຜູ້ຂັບຂີ່ລົດໃຫຍ່ທົດສອບການປ່ອຍມົນລະພິດ ລວມທັງກະຕຸ້ນປະຊາຊົນໃຊ້ລະບົບຂົນສົ່ງສາທາລະນະ…

ສຳລັບທິດທາງວຽກຈຸດສຸມໃນ 2 ປີເຄິ່ງ ຕໍ່ໜ້ານີ້ ຄະນະພັກ-ຄະນະນຳຂອງແຂວງສະຫວັນນະເຂດ

ສຳລັບທິດທາງວຽກຈຸດສຸມໃນ 2 ປີເຄິ່ງ ຕໍ່ໜ້ານີ້ ຄະນະພັກ-ຄະນະນຳຂອງແຂວງສະຫວັນນະເຂດ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາປະຊາຊົນແຂວງຊຸດທີ II ໃນວັນທີ 23 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມໃນ ໄລຍະກາງສະໄໝຜ່ານມາ ແລະ ທິດທາງແຜນການທ້າຍສະໄໝ ໂດຍສະເພາະວຽກງານພັດທະນາຊົນນະບົດ…

ກອງທັບກາບອງຢຶດອຳນາດລັດຖະບານ ຍົກເລີກຜົນການເລືອກຕັ້ງ ພ້ອມສັ່ງປິດຊາຍແດນ

ກອງທັບກາບອງຢຶດອຳນາດລັດຖະບານ ຍົກເລີກຜົນການເລືອກຕັ້ງ ພ້ອມສັ່ງປິດຊາຍແດນ

ກອງທັບກາບອງປະກາດຜ່ານສະຖານີໂທລະພາບແຫ່ງຊາດໃນວັນທີ 30 ສິງຫາວ່າ: ປັດຈຸບັນກອງທັບໄດ້ຢຶດອຳນາດລັດຖະບານພາຍໃຕ້ການນຳຂອງປະທານາທິບໍດີ ອາລີ ບອງໂກ ອອນດິມບາ ທີ່ຫາກໍຊະນະການເລືອກຕັ້ງສະໄໝທີ 3 ໃນວັນທີ 26 ສິງຫາຜ່ານມາ ໂດຍກອງທັບໄດ້ຍົກເລີກຜົນການເລືອກຕັ້ງດັ່ງກ່າວ ພ້ອມສັ່ງປິດຊາຍແດນປະເທດທັນທີ ຈົນກວ່າຈະມີປະກາດປ່ຽນແປງ. ໂດຍກອງທັບກາບອງຈະກ້າວຂຶ້ນມາເບິ່ງແຍງ ແລະ ບໍລິຫານປະເທດໃນນາມຂອງ “ຄະນະກຳມະການປ່ຽນຜ່ານ ແລະ…

ເຮີລິເຄນອິດາເລຍ ພັດຖະຫລົ່ມຟໍຣິດາ ແຮງສຸດໃນຮອບ 125 ປີ ເຮັດໃຫ້ນ້ຳຖ້ວມ-ໄຟມອດເປັນວົງກວ້າງ

ເຮີລິເຄນອິດາເລຍ ພັດຖະຫລົ່ມຟໍຣິດາ ແຮງສຸດໃນຮອບ 125 ປີ ເຮັດໃຫ້ນ້ຳຖ້ວມ-ໄຟມອດເປັນວົງກວ້າງ

ຜົນກະທົບຈາກເຮີລິເຄນອິດາເລຍທີ່ພັດຖະຫລົ່ມຟໍຣິດາໃນວັນທີ 30 ສິງຫາ ກ່ອນຈະເຄື່ອນທີ່ຜ່ານລັດຈໍເຈຍ ເຮັດໃຫ້ເກີດລົມພັດແຮງ, ຝົນຕົກໜັກ ແລະ ນ້ຳຖ້ວມ ລວມທັງເກີດຄື້ນພາຍຸພັດເຂົ້າຝັ່ງ ຫລື Storm Surge ສູງເປັນປະຫວັດສາດ ແລະ ເກີດໄຟຟ້າມອດເປັນວົງກວ້າງກະທົບປະຊາຊົນຫລາຍກວ່າ 4,6 ແສນຄອບຄົວ. ໂດຍເຮີລິເຄນອິດາເລຍພັດຂຶ້ນຝັ່ງບໍລິເວນເຂດບິກເບນ (Big Bend)…

ນັກວິທະຍາສາດເຕືອນ! ຖ້າໂລກຮ້ອນເກີນໄປ ປ່າຝົນເຂດຮ້ອນຈະຕາຍ ເພາະສັງເຄາະແສງບໍ່ໄດ້ ແລະ ຈະເຮັດໃຫ້ລະບົບນິເວດຫລົ້ມ

ນັກວິທະຍາສາດເຕືອນ! ຖ້າໂລກຮ້ອນເກີນໄປ ປ່າຝົນເຂດຮ້ອນຈະຕາຍ ເພາະສັງເຄາະແສງບໍ່ໄດ້ ແລະ ຈະເຮັດໃຫ້ລະບົບນິເວດຫລົ້ມ

ຂໍ້ມູນຈາກເຄື່ອງກວດຈັບ ECOSTRESS ຂອງ NASA ທີ່ຕິດຕັ້ງໃນສະຖານີອາວະກາດນານາຊາດ ທີ່ເກັບກໍາຂໍ້ມູນແຕ່ປີ 2018-2020 ສາມາດບັນທຶກປ່າໄມ້ເຂດຮ້ອນ 5 ແຫ່ງ ແລະ ລະບຸໄດ້ວ່າຕົ້ນໄມ້ເຫລົ່ານັ້ນສາມາດສັງເຄາະແສງໄດ້ໃນອຸນຫະພູມ 46.7 °C ຮອງສາສະດາຈານມະຫາວິທະຍາໄລແອເທິນແອຣິໂຊນາ ອະທິບາຍວ່າຖ້າອາກາດເພີ່ມຂຶ້ນ 2-3 °C ຈະເຮັດໃຫ້ອຸນຫະພູມໃບໄມ້ຈະຮ້ອນຂຶ້ນ 8°C…

ອິດທິພົນຂອງ ເຮີລິເຄນ ອິດາເລຍ ພັດເຂົ້າລັດຟໍຣິດາ ມີຄົນເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ອ່ອນກຳລັງລົງເປັນພາຍຸໂຊນຮ້ອນມຸ່ງໜ້າສູ່ລັດຈໍເຈຍ

ອິດທິພົນຂອງ ເຮີລິເຄນ ອິດາເລຍ ພັດເຂົ້າລັດຟໍຣິດາ ມີຄົນເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ອ່ອນກຳລັງລົງເປັນພາຍຸໂຊນຮ້ອນມຸ່ງໜ້າສູ່ລັດຈໍເຈຍ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 31 ສິງຫາ 2023: ເຮີລິເຄນ ອິດາເລຍ ອ່ອນກຳລັງລົງເປັນພາຍຸໂຊນຮ້ອນໂດຍຄວາມໄວລົມ 70 ກິໂລແມັດ/ຊົ່ວໂມງ ຫລັງຈາກເຄື່ອນຕົວຂຶ້ນຝັ່ງລັດຟໍຣິດາ ສະຫະລັດອາເມຣິກາ ໃນວັນທີ 30 ສິງຫາ ຜ່ານມາ, ແລະ ກຳລັງເຄື່ອນທີ່ໄປຍັງຕອນເໜືອ ມຸ່ງໜ້າໄປສູ່ລັດຈໍເຈຍ ແລະ…

ຄືນນີ້ຖ້າຝົນບໍ່ຕົກ ກຽມເບິ່ງປາກົດການ SuperBluemoon ດວງຈັນໃກ້ໂລກທີ່ສຸດໃນຮອບປີ

ຄືນນີ້ຖ້າຝົນບໍ່ຕົກ ກຽມເບິ່ງປາກົດການ SuperBluemoon ດວງຈັນໃກ້ໂລກທີ່ສຸດໃນຮອບປີ

ວັນທີ 30 ສິງຫາ 2023 ນີ້, ເຟສບຸກ NARIT ສະຖາບັນວິໄຈດາຣາສາດ ໂພສຂໍ້ຄວາມວ່າ ຊຸບເປີຟູມູນ Super Full Moon ຫລື ດວງຈັນເຕັມດວງໃກ້ໂລກທີ່ສຸດໃນຮອບປີ ມີໄລຍະຫ່າງຈາກໂລກປະມານ 357,334. SuperBluemoon ແມ່ນມາຈາກສອງປາກົດການທີ່ເກີດຂຶ້ນພ້ອມກັນຄື: ປາກົດການ…

ຜູ້ໂດຍສານນັບພັນເດືອດຮ້ອນ ຖ້ຽວບິນອັງກິດເລື່ອນ-ຍົກເລີກ ຫລັງລະບົບຄວບຄຸມຈະລາຈອນທາງອາກາດຂັດຂ້ອງ

ຜູ້ໂດຍສານນັບພັນເດືອດຮ້ອນ ຖ້ຽວບິນອັງກິດເລື່ອນ-ຍົກເລີກ ຫລັງລະບົບຄວບຄຸມຈະລາຈອນທາງອາກາດຂັດຂ້ອງ

ຜູ້ໂດຍສານເຮືອບິນຫລາຍພັນຄົນໃນອັງກິດຕ້ອງຜະເຊີນຄວາມເດືອດຮ້ອນ ພາຍຫລັງມີການເລື່ອນ ຫລື ຍົກເລີກຖ້ຽວບິນ ເນື່ອງຈາກລະບົບຄວບຄຸມການຈະລາຈອນທາງອາກາດເກີດບັນຫາຂັດຂ້ອງທາງເຕັກນິກ, ຂະນະທີ່ສະໜາມບິນ ແລະ ສາຍການບິນຫລາຍແຫ່ງໃນອັງກິດ ລວມທັງ British Airways, Virgin Atlantic ແລະ TUI ກໍໄດ້ຮັບຜົນກະທົບຈາກການເລື່ອນ ແລະ ຍົກເລີກຖ້ຽວບິນໃນວັນທີ 28 ສິງຫາ….

ທ່ານ ໄບເດນ ຈະຢ້ຽມຢາມຫວຽດນາມເດືອນໜ້າ ເນັ້ນຮັດແໜ້ນການພົວພັນ ອາເມລິກາ-ອາຊີ ແຕ່ບໍ່ມາຮ່ວມກອງປະຊຸມອາຊຽນ

ທ່ານ ໄບເດນ ຈະຢ້ຽມຢາມຫວຽດນາມເດືອນໜ້າ ເນັ້ນຮັດແໜ້ນການພົວພັນ ອາເມລິກາ-ອາຊີ ແຕ່ບໍ່ມາຮ່ວມກອງປະຊຸມອາຊຽນ

ທຳນຽບຂາວອາເມລິກາເປີດເຜີຍວ່າ: ປະທານາທິບໍດີ ໂຈ ໄບເດນ ຈະເດີນທາງຢ້ຽມຢາມນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 10 ກັນຍາ ພາຍຫລັງສຳເລັດກອງປະຊຸມຜູ້ນຳ G20 ຢູ່ນະຄອນຫລວງນິວເດລີ ປະເທດອິນເດຍ ລະຫວ່າງວັນທີ 9-10 ກັນຍາ ໂດຍມີກຳນົດພົບປະກັບທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ…

ພູຖານຫລຸດຄ່າທຳນຽມນັກທ່ອງທ່ຽວລົງເຄິ່ງໜຶ່ງ ຫວັງດຶງດູດນັກທ່ອງທ່ຽວເຂົ້າປະເທດເພີ່ມຂຶ້ນ

ພູຖານປະກາດຫລຸດຄ່າທຳນຽມນັກທ່ອງທ່ຽວລົງເຄິ່ງໜຶ່ງ ຈາກ 200 ໂດລາສະຫະລັດ ເຫລືອ 100 ໂດລາສະຫະລັດ ດ້ວຍຄວາມພະຍາຍາມຈະສົ່ງເສີມຂະແໜງອຸດສາຫະກຳການທ່ອງທ່ຽວທີ່ຍັງບໍ່ຟື້ນຕົວ ຫລັງຈາກປະເທດຍົກເລີກຂໍ້ຈຳກັດກ່ຽວກັບໂຄວິດມາແລ້ວ 1 ປີ. ໃນເດືອນກັນຍາປີຜ່ານມາ, ພູຖານຂຶ້ນ “ຄ່າທຳນຽມການພັດທະນາທີ່ຍືນຍົງ” ຫລື ຄ່າທຳນຽມທີ່ເກັບຈາກນັກທ່ອງທ່ຽວຕໍ່ຄົນຕໍ່ຄືນຈາກ 65 ໂດລາສະຫະລັດ ເປັນ 200…