ເຮີລິເຄນອິດາເລຍ ພັດຖະຫລົ່ມຟໍຣິດາ ແຮງສຸດໃນຮອບ 125 ປີ ເຮັດໃຫ້ນ້ຳຖ້ວມ-ໄຟມອດເປັນວົງກວ້າງ

ຜົນກະທົບຈາກເຮີລິເຄນອິດາເລຍທີ່ພັດຖະຫລົ່ມຟໍຣິດາໃນວັນທີ 30 ສິງຫາ ກ່ອນຈະເຄື່ອນທີ່ຜ່ານລັດຈໍເຈຍ ເຮັດໃຫ້ເກີດລົມພັດແຮງ, ຝົນຕົກໜັກ ແລະ ນ້ຳຖ້ວມ ລວມທັງເກີດຄື້ນພາຍຸພັດເຂົ້າຝັ່ງ ຫລື Storm Surge ສູງເປັນປະຫວັດສາດ ແລະ ເກີດໄຟຟ້າມອດເປັນວົງກວ້າງກະທົບປະຊາຊົນຫລາຍກວ່າ 4,6 ແສນຄອບຄົວ.
ໂດຍເຮີລິເຄນອິດາເລຍພັດຂຶ້ນຝັ່ງບໍລິເວນເຂດບິກເບນ (Big Bend) ເຊິ່ງເປັນສ່ວນໂຄ້ງເບື້ອງຕາເວັນຕົກຂອງລັດຟໍຣິດາ ດ້ວຍຄວາມແຮງລົມລະດັບ 3 ຫລື 200 ກວ່າກິໂລແມັດຕໍ່ຊົ່ວໂມງ ຖືເປັນເຮີລິເຄນທີ່ມີຄວາມແຮງຫລາຍທີ່ສຸດທີ່ພັດຖະຫລົ່ມພື້ນທີ່ດັ່ງກ່າວໃນຮອບ 125 ປີ.
ຫລ້າສຸດ ສູນເຮີລິເຄນແຫ່ງຊາດຂອງອາເມລິກາ (National Hurricane Center) ລາຍງານວ່າ: ເຮີລິເຄນອິດາເລຍອ່ອນກຳລັງລົງເປັນພາຍຸເຂດຮ້ອນແລ້ວຫລັງເຄື່ອນທີ່ຜ່ານລັດຈໍເຈຍ ແລະ ກຳລັງມຸ້ງໜ້າໄປລັດເຊົາແຄໂຣໄລນາ ເຊິ່ງອິດທິພົນພາຍຸເລີ່ມເຮັດໃຫ້ເກີດນ້ຳຖ້ວມຖະໜົນຫລາຍເສັ້ນໃນເມືອງຊາລສຕັນ ແລະ ມີຄວາມສ່ຽງຈະເກີດທໍນາໂດໃນບາງຈຸດ.
ທັງນີ້, ມີລາຍງານວ່າ: ໃນຄືນຜ່ານມາ ເຈົ້າໜ້າທີ່ກູ້ໄພໃນລັດຟໍຣິດາໄດ້ເຂົ້າຊ່ວຍເຫລືອປະຊາຊົນ 150 ກວ່າຄົນ ທີ່ຕົກຄ້າງຢູ່ພາຍໃນເຮືອນທີ່ຈົມຢູ່ໃຕ້ນ້ຳ ໂດຍຫລາຍພື້ນທີ່ຂອງລັດພົບວ່າມີປະລິມານນ້ຳຝົນຫລາຍກວ່າ 9 ນິ້ວ ເຊິ່ງໃນເຂດປາສໂກ (Pasco County) ບໍລິເວນຊາຍຝັ່ງຕາເວັນຕົກຂອງລັດ ພົບວ່າມີເຮືອນປະມານ 4.000-6.000 ຫລັງ ທີ່ໄດ້ຮັບຄວາມເສຍຫາຍຈາກພາຍຸ.
ສ່ວນຢູ່ລັດຈໍເຈຍ ທາງການໄດ້ປະກາດເຕືອນນ້ຳຖ້ວມ ແລະ ຍົກເລີກຖ້ຽວບິນຂາອອກທັງໝົດຈາກສະໜາມບິນຊາວານນາ/ຮິລຕັນເຮດ ພ້ອມສັ່ງປິດສຳນັກງານຂອງລັດ ເນື່ອງຈາກສະພາບອາກາດ.
ອ້າງອີງ:
