ຜູ້ໂດຍສານນັບພັນເດືອດຮ້ອນ ຖ້ຽວບິນອັງກິດເລື່ອນ-ຍົກເລີກ ຫລັງລະບົບຄວບຄຸມຈະລາຈອນທາງອາກາດຂັດຂ້ອງ

ຜູ້ໂດຍສານເຮືອບິນຫລາຍພັນຄົນໃນອັງກິດຕ້ອງຜະເຊີນຄວາມເດືອດຮ້ອນ ພາຍຫລັງມີການເລື່ອນ ຫລື ຍົກເລີກຖ້ຽວບິນ ເນື່ອງຈາກລະບົບຄວບຄຸມການຈະລາຈອນທາງອາກາດເກີດບັນຫາຂັດຂ້ອງທາງເຕັກນິກ, ຂະນະທີ່ສະໜາມບິນ ແລະ ສາຍການບິນຫລາຍແຫ່ງໃນອັງກິດ ລວມທັງ British Airways, Virgin Atlantic ແລະ TUI ກໍໄດ້ຮັບຜົນກະທົບຈາກການເລື່ອນ ແລະ ຍົກເລີກຖ້ຽວບິນໃນວັນທີ 28 ສິງຫາ.

ໂດຍສາຍການບິນ ແລະ ສະໜາມບິນຫລາຍແຫ່ງປະກາດຫລັງເກີດເຫດຂັດຂ້ອງ ເຕືອນວ່າຖ້ຽວບິນຕ່າງໆຍັງປະສົບຄວາມຊັກຊ້າໃນການໃຫ້ບໍລິການ ເຖິງວ່າບັນຫາຂັດຂ້ອງດັ່ງກ່າວຈະໄດ້ຮັບການແກ້ໄຂພາຍໃນບໍ່ເທົ່າໃດຊົ່ວໂມງ ເຊິ່ງຜູ້ຊ່ຽວຊານດ້ານການບິນຊີ້ວ່າ: ການຢຸດສະງັກຂອງຖ້ຽວບິນຕ່າງໆ ພາຍຫລັງເກີດຂໍ້ຜິດພາດທາງເຕັກນິກຈະຄົງຢູ່ອີກເປັນເວລາຫລາຍວັນ.

ສຳນັກຂ່າວ BBC ລາຍງານວ່າ: ຜູ້ໂດຍສານບາງຄົນຖືກເລື່ອນຖ້ຽວບິນນັບແຕ່ບ່າຍວັນທີ 28 ສິງຫາ ໂດຍໜ່ວຍງານຄວບຄຸມການຈະລາຈອນທາງອາກາດໄດ້ຈຳກັດຈຳນວນເຮືອບິນລົງຈອດ ສົ່ງຜົນໃຫ້ປະຊາຊົນຈຳນວນຫລາຍຕ້ອງຕົກຄ້າງຢູ່ໃນສະໜາມບິນຂອງອັງກິດ ແລະ ຢູ່ຕ່າງປະເທດ.

ຂະນະທີ່ສະໜາມບິນຮີໂທໃນນະຄອນຫລວງລອນດອນປະກາດໃນຕອນແລງວັນທີ 28 ສິງຫາວ່າ: ຕາຕະລາງຖ້ຽວບິນຍັງຢຸດສະງັກ ເຊິ່ງຜູ້ໂດຍສານທີ່ຈະເດີນທາງໃນວັນທີ 29 ສິງຫາ ຄວນຕິດຕໍ່ສາຍການບິນກ່ອນຈະເດີນທາງໄປສະໜາມບິນ.

ເຊັ່ນດຽວກັບສະໜາມບິນແກດວິກທີ່ເປີດເຜີຍວ່າ: ກຳລັງວາງແຜນໃຫ້ບໍລິການຖ້ຽວບິນໃນວັນທີ 29 ສິງຫາຕາມຕາຕະລາງປົກກະຕິ, ແຕ່ແນະນຳໃຫ້ຜູ້ໂດຍສານກວດສອບສະຖານະຂອງຖ້ຽວບິນນຳສາຍການບິນກ່ອນເດີນທາງໄປສະໜາມບິນ.

ອ້າງອີງ:

https://www.bbc.com/news/uk-66637156