ຈີນອະນຸຍາດນັກເດີນທາງຂາເຂົ້າບໍ່ຈຳເປັນຕ້ອງກວດໂຄວິດ-19 ເລີ່ມ 30 ສິງຫາ 2023
ທ່ານ ຫວັງ ເຫວິນປິນ ໂຄສົກກະຊວງການຕ່າງປະເທດຈີນ ປະກາດໃນວັນທີ 28 ສິງຫາວ່າ: ຈີນຈະບໍ່ບັງຄັບໃຫ້ນັກເດີນທາງຂາເຂົ້າສະແດງຫລັກຖານການກວດໂຄວິດ-19 ທີ່ເປັນລົບອີກຕໍ່ໄປ ໂດຍຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 30 ສິງຫາເປັນຕົ້ນໄປ. ສຳນັກຂ່າວ AP ລາຍງານວ່າ: ການຍົກເລີກມາດຕະການສະແດງຜົນກວດໂຄວິດ-19 ຄັ້ງນີ້ຈະຖືເປັນບາດກ້າວສຳຄັນໃນການຢຸດມາດຕະການຈຳກັດທີ່ກ່ຽວກັບໂຄວິດ-19 ທີ່ບັງຄັບໃຊ້ມາແຕ່ປີ 2020. ທັງນີ້,…








