ອິດທິພົນຂອງ ເຮີລິເຄນ ອິດາເລຍ ພັດເຂົ້າລັດຟໍຣິດາ ມີຄົນເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ອ່ອນກຳລັງລົງເປັນພາຍຸໂຊນຮ້ອນມຸ່ງໜ້າສູ່ລັດຈໍເຈຍ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 31 ສິງຫາ 2023: ເຮີລິເຄນ ອິດາເລຍ ອ່ອນກຳລັງລົງເປັນພາຍຸໂຊນຮ້ອນໂດຍຄວາມໄວລົມ 70 ກິໂລແມັດ/ຊົ່ວໂມງ ຫລັງຈາກເຄື່ອນຕົວຂຶ້ນຝັ່ງລັດຟໍຣິດາ ສະຫະລັດອາເມຣິກາ ໃນວັນທີ 30 ສິງຫາ ຜ່ານມາ, ແລະ ກຳລັງເຄື່ອນທີ່ໄປຍັງຕອນເໜືອ ມຸ່ງໜ້າໄປສູ່ລັດຈໍເຈຍ ແລະ ນອສ ແຄໂຣໄລນາ ໃນມື້ນີ້.

ປັດຈຸບັນປະຊາຊົນໃນລັດຟໍຣິດາໄດ້ຮັບຜົນກະທົບຫລາຍກວ່າ 300.000 ຄົນ, ມີຄົນເສຍຊີວິດແລ້ວ 2 ຄົນ ທາງດ້ານລັດຖະບານທ້ອງຖິ່ນໄດ້ສັ່ງໃຫ້ເຈົ້າໜ້າທີ່ຫລາຍກວ່າ 1.500 ຄົນ ແລະ ໜ່ວຍກູ້ໄພ 540 ຄົນ ໄປຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບແລ້ວ.ສູນເຮີລິເຄນແຫ່ງຊາດຂອງສະຫະລັດ ເຕືອນວ່າ: ພາຍຸຈະຍັງຄົງ ເຮັດໃຫ້ມີຄວາມສ່ຽງເກີດນ້ຳຖ້ວມກະທັນຫັນ, ຄື່ນພາຍຸຊັດຂຶ້ນຝັ່ງ ແລະ ລົມພັດແຮງ ໃນຫລາຍພື້ນທີ່ຂອງຈໍເຈຍ.

ທາງການລັດ ນອສ ແຄໂຣໄລນາ ຮຽກຮ້ອງໃຫ້ປະຊາຊົນກຽມພ້ອມຮັບມືກັບເຮີລິເຄນທີ່ອາດເຄື່ອນຕົວມາເຖິງ ແລະ ສັ່ງໃຫ້ໜ່ວຍກູ້ໄພທາງນ້ຳກຽມພ້ອມອອກປະຕິບັດການໄດ້ທຸກເມື່ອ ຫລັງທີ່ປະກາດພາວະສຸກເສີນ ແລະ ເຕືອນໄພພາຍຸໂຊນຮ້ອນທົ່ວລັດ, ທັງນີ້ ທາງສະໜາມບິນໃນລັດຈໍເຈຍໄດ້ປະກາດຍົກເລີກຖ້ຽວບິນທັງໝົດ ເພື່ອກຽມຮັບມືກັບອິດທິພົນຂອງພາຍຸ.