ອິນເດຍ ລົງຈອດຍານສໍາຫລວດ Chandrayaan-3 ບໍລິເວນຂົ້ວໃຕ້ຂອງດວງຈັນສໍາເລັດຕາມກໍານົດການ

ອິນເດຍ ລົງຈອດຍານສໍາຫລວດ Chandrayaan-3 ບໍລິເວນຂົ້ວໃຕ້ຂອງດວງຈັນສໍາເລັດຕາມກໍານົດການ

  ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 23 ສິງຫາ 2023, ປະເທດອິນເດຍ ສາມາດລົງຈອດ ຍານສໍາຫຼວດ “ຈັນທຣາຍານ-3” (Chandrayaan-3) ບໍລິເວນຂົ້ວໃຕ້ຂອງດວງຈັນໄດ້ສໍາເລັດຕາມກໍານົດການ ໃນເວລາ 18:04 ນາທີ, ຫລັງຈາກສາມາດເຂົ້າສູ່ວົງໂຄຈອນຂອງດວງຈັນໄດ້ສໍາເລັດ. ການລົງຈອດຂອງຍານສໍາຫລວດ ຈັນທຣາຍານ-3 ໃນຄັ້ງນີ້ເຮັດໃຫ້ ປະເທດອິນເດຍກາຍເປັນປະເທດທີ…

ເກີດເຫດເຮືອບິນຂະໜາດນ້ອຍ RA-02795 ຂອງຣັດເຊຍຕົກທາງການຢືນຢັນຜູ້ໂດຍສານເສຍຊີວິດທັງໝົດ

ເກີດເຫດເຮືອບິນຂະໜາດນ້ອຍ RA-02795 ຂອງຣັດເຊຍຕົກທາງການຢືນຢັນຜູ້ໂດຍສານເສຍຊີວິດທັງໝົດ

ສຳນັກຂ່າວຊ່ອງ 3 ໄທ ລາຍງານ ວັນທີ 24 ສິງຫາ 2023 ວ່າ: ເຮືອບິນຂະໜາດນ້ອຍ RA-02795ຂອງຣັດເຊຍ ຕົກລົງ ຢູ່ທາງພາກເໜືອຂອງນະຄອນຫລວງມົດສະກູ ປະເທດຣັດເຊຍ ເຮັດໃຫ້ເກີດໄຟລຸກໄໝ້ຢ່າງຮຸນແຮງ,ເຈົ້າໜ້າທີ່ກູ້ໄພຣັດເຊຍ ຢືນຢັນວ່າ: ຈາກການກວດສອບເບື້ອງຕົ້ນພົບວ່າ ໃນເຮືອບິນມີ ຜູ້ໂດຍສານ ແລະ…

ການາດາປະກາດສະຖານະການສຸກເສີນໄຟໄໝ້ປ່າຮຸນແຮງ ຢູ່ລັດບຣິຕິໂກລຳເບຍ

ການາດາປະກາດສະຖານະການສຸກເສີນໄຟໄໝ້ປ່າຮຸນແຮງ ຢູ່ລັດບຣິຕິໂກລຳເບຍ

ລັດບຣິຕິໂກລຳເບຍຂອງການາດາ ປະກາດສະຖານະການສຸກເສີນຈາກໄຟໄໝ້ປ່າ ເຊິ່ງລຸກລາມຢ່າງວ່ອງໄວ ແລະ ສັ່ງອົບພະຍົບປະຊາຊົນຫລາຍພັນຄົນ. ວັນທີ 19 ສິງຫາ 2023, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເດວິດ ອີບີ ເຈົ້າຄອງລັດບຣິຕິໂກລຳເບຍ ທາງຕາເວັນຕົກຂອງການາດາ ປະກາດສະຖານະການສຸກເສີນໄຟໄໝ້ປ່າໃນພື້ນທີ່ ເຊິ່ງລຸກລາມຂະຫຍາຍວົງກວ້າງຢ່າງວ່ອງໄວ ຈາກ 64 ເຮັກຕາ…

ອິຕາລີລົງທຶນເກືອບ 3 ລ້ານເອີໂຣ ແກ້ໄຂບັນຫາ “ປູມ້າ” ບຸກແຫລ່ງນ້ຳ

ອິຕາລີລົງທຶນເກືອບ 3 ລ້ານເອີໂຣ ແກ້ໄຂບັນຫາ “ປູມ້າ” ບຸກແຫລ່ງນ້ຳ

ອິຕາລີພົບບັນຫາຝູງປູມ້າບຸກລຸກຊາຍຝັ່ງ ແລະ ລາກູນຫລາຍແຫ່ງໃນປະເທດ ກາຍເປັນບັນຫາເລື່ອງສິ່ງແວດລ້ອມ ແລະ ເສດຖະກິດທີ່ລັດຖະບານຕ້ອງຈັດສັນງົບປະມານເກືອບ 3 ລ້ານເອີໂຣ ເພື່ອຫລຸດຈຳນວນສັດນ້ຳປະເພດນີ້. ເມື່ອຕົ້ນເດືອນສິງຫາຜ່ານມາ, ອິຕາລີຕ້ອງປະສົບບັນຫາ “ປູມ້າ” ຈຳນວນມະຫາສານບຸກລຸກຊາຍຝັ່ງ ແລະ ແອ່ງນ້ຳລາກູນໃນຫລາຍພື້ນທີ່ ສ້າງຄວາມເສຍຫາຍຕໍ່ສະພາບແວດລ້ອມ ແລະ ເປັນອັນຕະລາຍຕໍ່ສັດນ້ຳປະເພດອື່ນ ຈົນຕ້ອງຈັດງົບປະມານ 2,9…

Apple ເຕືອນຢ່ານອນຫລັບໃກ້ໄອໂຟນທີ່ສາກຢູ່

Apple ເຕືອນຢ່ານອນຫລັບໃກ້ໄອໂຟນທີ່ສາກຢູ່

Apple ອອກມາເຕືອນຜູ້ໃຊ້ສະມາດໂຟນວ່າ: ບໍ່ຄວນນອນຫລັບຂ້າງໆໂທລະສັບລະຫວ່າງທີ່ສຽບໄຟສາກແບດເຕີຣີຢູ່. Apple ເປີດເຜີຍວ່າ: ການນອນຫລັບຂ້າງໆສະມາດໂຟນທີ່ກຳລັງສາກແບັດ ເພີ່ມຄວາມສ່ຽງໃນການເກີດອັນຕະລາຍຕໍ່ເຮົາ ໃນກໍລະນີເກີດໄຟໄໝ້ໂທລະສັບ ຫລື ອາດຖືກໄຟຊ໊ອດ ໂດຍສະເພາະການນອນຫລັບໂດຍຍັງຈັບສະມາດໂຟນທີ່ສາກແບັດເອົາໄວ້ຢູ່ໃນມື ລວມທັງການວາງໂທລະສັບທີ່ສາກແບັດເອົາໄວ້ກ້ອງຜ້າຫົ່ມ, ກ້ອງໝອນ ຫລື ໃນຮ່າງກາຍຂອງເຮົາ ເພາະຈະເປັນການເພີ່ມອຸນຫະພູມໃຫ້ສະມາດໂຟນ ເຊິ່ງອາດຈະສູງເກີນໄປຈົນເກີດໄຟໄໝ້ໄດ້. ນອກຈາກນີ້, Apple ຍັງແນະນຳໃຫ້ໃຊ້ສາຍສາກ…

ແຄລິຟໍເນຍກຽມຮັບມືພາຍຸເຂດຮ້ອນຫົວທຳອິດໃນຮອບ 80 ກວ່າປີ

ແຄລິຟໍເນຍກຽມຮັບມືພາຍຸເຂດຮ້ອນຫົວທຳອິດໃນຮອບ 80 ກວ່າປີ

ລັດແຄລິຟໍເນຍຂອງອາເມລິກາອອກຄຳເຕືອນເຝົ້າລະວັງພາຍຸຮຸນແຮງລະດັບ 4 ທີ່ຄາດວ່າຈະເຄື່ອນທີ່ທົ່ວພາກຕາເວັນຕົກສຽງໃຕ້ຂອງປະເທດ ໃນວັນທີ 20 ສິງຫາ ແລະ ຕົ້ນອາທິດໜ້າ ເຊິ່ງຖືເປັນຄັ້ງທຳອິດທີ່ມີການອອກຄຳເຕືອນການເຝົ້າລະວັງພາຍຸເຂດຮ້ອນໃນແຄລິຟໍເນຍ. ສູນເຮີຣິເຄນແຫ່ງຊາດ (NHC) ຂອງອາເມລິກາ ລາຍງານວ່າ: ພາຍຸຮິລາຣີທະວີກຳລັງແຮງຂຶ້ນຢ່າງວ່ອງໄວໃນວັນທີ 17-18 ສິງຫາ ໂດຍທະວີກຳລັງແຮງຂຶ້ນຈາກພາຍຸເຂດຮ້ອນເປັນເຮີຣິເຄນລະດັບ 4 ໃນເວລາພຽງ 24…

ຈີນເດີນໜ້າແຜນຣີໄຊເຄິລອຸປະກອນພະລັງງານລົມ-ແສງຕາເວັນ ຫວັງຊ່ວຍສິ່ງແວດລ້ອມໂລກ

ຈີນເດີນໜ້າແຜນຣີໄຊເຄິລອຸປະກອນພະລັງງານລົມ-ແສງຕາເວັນ ຫວັງຊ່ວຍສິ່ງແວດລ້ອມໂລກ

ຄະນະກຳມະການປະຕິຮູບ ແລະ ການພັດທະນາແຫ່ງຊາດຈີນ ເປີດເຜີຍໃນວັນທີ 17 ສິງຫາວ່າ: ກຸ່ມໜ່ວຍງານທາງການຈີນໄດ້ເຜີຍແພ່ແນວທາງປະຕິບັດເພື່ອສົ່ງເສີມການຣີໄຊເຄິລອຸປະກອນພະລັງງານລົມ ແລະ ພະລັງງານແສງຕາເວັນທີ່ເລີກໃຊ້ແລ້ວ. ແນວປະຕິບັດເບື້ອງຕົ້ນລະບຸວ່າ: ຈີນຈະສ້າງລະບົບຣີໄຊເຄິລອຸປະກອນພະລັງງານລົມ ແລະ ພະລັງງານແສງຕາເວັນ ເຊິ່ງຄວບຄຸມການອອກແບບອັນເປັນມິດຕໍ່ສິ່ງແວດລ້ອມ, ການຣີໄຊເຄິລທີ່ໄດ້ມາດຕະຖານ, ການໃຊ້ປະໂຫຍດທີ່ມີມູນຄ່າສູງ, ການກຳຈັດຖິ້ມທີ່ບໍ່ເປັນອັນຕະລາຍ ແລະ ຈຸດເຊື່ອມໂຍງອື່ນໆໃນຕ້ອງໂຊ້ຣີໄຊເຄິລ. ນອກຈາກນັ້ນ…

ຫົວໜ້າຝ່າຍແກ້ໄຂເຫດສຸກເສີນເກາະເມົາວີລາອອກ ທ່າມກາງສຽງວິຈານເລື່ອງຮັບມືໄຟໄໝ້ປ່າຮາວາຍ

ຫົວໜ້າຝ່າຍແກ້ໄຂເຫດສຸກເສີນເກາະເມົາວີລາອອກ ທ່າມກາງສຽງວິຈານເລື່ອງຮັບມືໄຟໄໝ້ປ່າຮາວາຍ

ທ່ານ ເຮີແມນ ອັນດາຍາ ຜູ້ບໍລິຫານສຳນັກງານແກ້ໄຂເຫດສຸກເສີນເມົາວີເຄົາຕີ ປະຈຳລັດຮາວາຍ ປະກາດລາອອກແລ້ວໃນວັນທີ 17 ສິງຫາ ທ່າມກາງສຽງວິພາກວິຈານຢ່າງໜັກຈາກປະຊາຊົນ ແລະ ສື່ທ້ອງຖິ່ນ ກ່ຽວກັບການຮັບມືເຫດໄຟໄໝ້ປ່າຄັ້ງຮຸນແຮງຂອງຮາວາຍທີ່ບໍ່ດີ ຈົນເຮັດໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫລວງ. ຂະນະທີ່ຈຳນວນຜູ້ເສຍຊີວິດຫລ້າສຸດມີຢ່າງໜ້ອຍ 111 ຄົນແລ້ວ. ເຖິງຢ່າງໃດກໍຕາມ, ຖະແຫລງການຈາກທ່ານ ຣິຊາດ ບິສເຊນ…

ແຈ້ງການ!!  ຫາເຈົ້າຂອງລົດຈັກ 2 ຄັນ ໃຫ້ມາພົວພັນເອົາຢູ່ ປກສ ແຂວງ ວຽງຈັນ

ແຈ້ງການ!! ຫາເຈົ້າຂອງລົດຈັກ 2 ຄັນ ໃຫ້ມາພົວພັນເອົາຢູ່ ປກສ ແຂວງ ວຽງຈັນ

ວັນທີ 14 ສິງຫາ 2023, ກອງບັນຊາການ ປກສ ແຂວງ ວຽງຈັນ ໄດ້ອອກແຈ້ງການເລກທີ 5482/ປກວ.ວຈ ເຖິງສັງຄົມໃນຂອບເຂດທົ່ວປະເທ ຊາບວ່າ: ເຈົ້າໜ້າທີ່ວິຊາສະເພາະກອງ ບັນຊາການ ປກສ ແຂວງວຽງຈັນ ໄດ້ກັກລົດຈັກ ຈໍານວນ 2 ຄັນຄື:…