ຄືນນີ້ຖ້າຝົນບໍ່ຕົກ ກຽມເບິ່ງປາກົດການ SuperBluemoon ດວງຈັນໃກ້ໂລກທີ່ສຸດໃນຮອບປີ

ວັນທີ 30 ສິງຫາ 2023 ນີ້, ເຟສບຸກ NARIT ສະຖາບັນວິໄຈດາຣາສາດ ໂພສຂໍ້ຄວາມວ່າ ຊຸບເປີຟູມູນ Super Full Moon ຫລື ດວງຈັນເຕັມດວງໃກ້ໂລກທີ່ສຸດໃນຮອບປີ ມີໄລຍະຫ່າງຈາກໂລກປະມານ 357,334. SuperBluemoon ແມ່ນມາຈາກສອງປາກົດການທີ່ເກີດຂຶ້ນພ້ອມກັນຄື: ປາກົດການ Blue moon ແລະ Supermoon ຫລັງຈາກທີ່ເຄີຍເກີດປາກົດການ Super Full Moon ມາແລ້ວ ໃນວັນທີ 1 ສິງຫາ 2023 ທີ່ຜ່ານມາ.
ເຊິ່ງຈະມີປາກົດການດວງຈັນຂະໜາດໃຫຍ່ປົກກະຕິໜ້ອຍໆ ຫາກປຽບທຽບກັບເວລາປົກກະຕິ ຈະມີຂະໜາດໃຫຍ່ປະມານ 7% ແລະ ຄວາມແຈ້ງເພີ່ມຂຶ້ນ 15% ເວລາທີ່ຈະສັງເກດເຫັນປາກົດການ ຊຸບເປີຟູມູນ ດີທີ່ສຸດເລີ່ມແຕ່ເວລາປະມານ 18:09 ໂມງ ເປັນຕົ້ນໄປຈົນຮອດ ຕອນເຊົ້າຂອງວັນທີ 31 ສິງຫາ 2023 ທີ່ສາມາດເບິ່ງດ້ວຍຕາເປົ່າ ແລະ ນອກນັ້ນຍັງມີດາວເສົາແຈ້ງສະຫວ່າງຄຽງຂ້າງດວງຈັນອີກດ້ວຍ.
ສຳລັບ ສປປ ລາວ ຖ້າຄືນນີ້ທ້ອງຟ້າແຈ້ງ ບໍ່ມີຝົນ ກໍສາມາດເບິ່ງດ້ວຍຕາເປົ່າໄດ້
ຂ່າວຕ່າງປະເທດລາວພັດທະນາ

