ທ່ານ ໄບເດນ ຈະຢ້ຽມຢາມຫວຽດນາມເດືອນໜ້າ ເນັ້ນຮັດແໜ້ນການພົວພັນ ອາເມລິກາ-ອາຊີ ແຕ່ບໍ່ມາຮ່ວມກອງປະຊຸມອາຊຽນ

ທຳນຽບຂາວອາເມລິກາເປີດເຜີຍວ່າ: ປະທານາທິບໍດີ ໂຈ ໄບເດນ ຈະເດີນທາງຢ້ຽມຢາມນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 10 ກັນຍາ ພາຍຫລັງສຳເລັດກອງປະຊຸມຜູ້ນຳ G20 ຢູ່ນະຄອນຫລວງນິວເດລີ ປະເທດອິນເດຍ ລະຫວ່າງວັນທີ 9-10 ກັນຍາ ໂດຍມີກຳນົດພົບປະກັບທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ຜູ້ນຳລັດຖະບານຫວຽດນາມ.
ກຳນົດຢ້ຽມຢາມຫວຽດນາມຂອງທ່ານ ໄບເດນ ມີຂຶ້ນທ່າມກາງຄວາມພະຍາຍາມຂອງວໍຊິງຕັນ ໃນການຮັດແໜ້ນການພົວພັນລະຫວ່າງ ອາເມລິກາ ແລະ ປະເທດໃນອາຊີ.
Karine Jean-Pierre ໂຄສົກທຳນຽບຂາວ ເປີດເຜີຍວ່າ: ການຢ້ຽມຢາມຫວຽດນາມຂອງທ່ານ ໄບເດນ ຄາດວ່າຈະມີການຫາລືໃນຫລາຍບັນຫາສຳຄັນ ນັບແຕ່ເລື່ອງການພັດທະນາເຕັກໂນໂລຊີ, ນະວັດຕະກຳ ແລະ ການຮ່ວມມືທາງເສດຖະກິດ ໄປຈົນເຖິງບັນຫາສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ການປ່ຽນແປງຂອງສະພາບອາກາດ.
ເຖິງຢ່າງໃດກໍຕາມ, ຜູ້ນຳອາເມລິກາຕັດສິນໃຈຈະບໍ່ເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນຄັ້ງທີ 43 ທີ່ຈັດຂຶ້ນຢູ່ນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ລະຫວ່າງວັນທີ 4-7 ກັນຍາ ໂດຍຈະສົ່ງຮອງປະທານາທິບໍດີ ຄາມາລາ ແຮຮິສ ເຂົ້າຮ່ວມປະຊຸມແທນ.
ອ້າງອີງ:

