ກອງທັບກາບອງຢຶດອຳນາດລັດຖະບານ ຍົກເລີກຜົນການເລືອກຕັ້ງ ພ້ອມສັ່ງປິດຊາຍແດນ

ກອງທັບກາບອງປະກາດຜ່ານສະຖານີໂທລະພາບແຫ່ງຊາດໃນວັນທີ 30 ສິງຫາວ່າ: ປັດຈຸບັນກອງທັບໄດ້ຢຶດອຳນາດລັດຖະບານພາຍໃຕ້ການນຳຂອງປະທານາທິບໍດີ ອາລີ ບອງໂກ ອອນດິມບາ ທີ່ຫາກໍຊະນະການເລືອກຕັ້ງສະໄໝທີ 3 ໃນວັນທີ 26 ສິງຫາຜ່ານມາ ໂດຍກອງທັບໄດ້ຍົກເລີກຜົນການເລືອກຕັ້ງດັ່ງກ່າວ ພ້ອມສັ່ງປິດຊາຍແດນປະເທດທັນທີ ຈົນກວ່າຈະມີປະກາດປ່ຽນແປງ.
ໂດຍກອງທັບກາບອງຈະກ້າວຂຶ້ນມາເບິ່ງແຍງ ແລະ ບໍລິຫານປະເທດໃນນາມຂອງ “ຄະນະກຳມະການປ່ຽນຜ່ານ ແລະ ຟື້ນຟູສະຖາບັນ” (Committee for the Transition and Restoration of Institutions) ແລະ ໃຫ້ເຫດຜົນໃນການຕັດສິນໃຈຢຶດອຳນາດລັດຖະບານທີ່ມາຈາກການເລືອກຕັ້ງວ່າ: ເນື່ອງຈາກການປົກຄອງທີ່ຂາດຄວາມຮັບຜິດຊອບ ແລະ ບໍ່ສາມາດຄາດເດົາໄດ້ ເຮັດໃຫ້ຄວາມສາມັກຄີຂອງຄົນພາຍໃນຊາດເສື່ອມຖອຍລົງຢ່າງຕໍ່ເນື່ອງ ເຊິ່ງສ່ຽງຈະເຮັດໃຫ້ປະເທດຕົກຢູ່ໃນຄວາມສັບສົນວຸ້ນວາຍ ພວກເຮົາຈຶ່ງຕັດສິນໃຈຈະປົກປ້ອງສັນຕິພາບດ້ວຍການຢຸດລະບອບການປົກຄອງໃນປັດຈຸບັນ.
ຄະນະກຳມະການການເລືອກຕັ້ງກາງຂອງກາບອງລະບຸວ່າ: ປະທານາທິບໍດີ ບອງໂກ ຈາກພັກ PGD ໄດ້ຮັບຄະແນນສຽງສູງເຖິງ 64,27% ຄວ້າໄຊເໜືອຄູ່ແຂ່ງຄົນສຳຄັນຄືທ່ານ ອັລເບິດ ອອນໂດ ອອສຊາ ຈາກພັກ A23 ທີ່ໄດ້ຮັບຄະແນນສຽງປະມານ 30,8% ສົ່ງຜົນໃຫ້ປະທານາທິບໍດີ ບອງໂກ ຄວ້າສິດນັ່ງຕັ່ງຜູ້ນຳປະເທດກາບອງເປັນສະໄໝທີ 3 ນັບແຕ່ປີ 2009.
ກອງທັບຍັງອ້າງອີກວ່າ: ລັດຖະບານກາບອງພາຍໃຕ້ການນຳຂອງປະທານາທິບໍດີ ບອງໂກ ບໍ່ໄດ້ເຄົາລົບເຈດຕະນາຂອງປະຊາຊົນຊາວກາບອງມາຫລາຍປີແລ້ວ ແລະ ພວກເຂົາຕ້ອງການປ່ຽນແປງສິ່ງນີ້ ຈຶ່ງນຳໄປສູ່ການຢຶດອຳນາດ.
ຂະນະທີ່ບັນດາພັກຝ່າຍຄ້ານກ່າວວ່າ: ຜົນການເລືອກຕັ້ງທີ່ເກີດຂຶ້ນເກີດຈາກການສໍ້ໂກງຂອງປະທານາທິບໍດີ ບອງໂກ ແລະ ກຸ່ມຜູ້ສະໜັບສະໜູນຂອງທ່ານ. ພ້ອມລະບຸວ່າ: ການເລືອກຕັ້ງຄັ້ງຫລ້າສຸດນີ້ຂາດຄວາມບໍລິສຸດຍຸຕິທຳ ຫລັງຈາກເກີດເຫດຕັດສັນຍານອິນເຕີເນັດ ແລະ ປະກາດຊ່ວງເວລາເຄີຟິວໃນໄລຍະທີ່ມີການຈັດການເລືອກຕັ້ງທົ່ວໄປຂຶ້ນໃນທ້າຍອາທິດຜ່ານມາ.
ໂດຍກອງທັບກາບອງລະບຸວ່າ: ໃນທີ່ສຸດປະຊາຊົນຊາວກາບອງກໍໄດ້ມາຢູ່ບົນເສັ້ນທາງທີ່ຈະມຸ້ງໜ້າໄປສູ່ຄວາມສຸກ ຫລັງຈາກກອງທັບຕັດສິນໃຈຢຶດອຳນາດ. ພ້ອມໃຫ້ຄຳໝັ້ນວ່າ: ພວກເຮົາຈະເຄົາລົບມຸ້ງໝັ້ນທີ່ກາບອງມີຕໍ່ປະເທດຊາດ ແລະ ປະຊາຄົມສາກົນຢ່າງຈິງຈັງ.
ອ້າງອີງ:
- https://www.aljazeera.com/news/2023/8/30/gabon-military-officers-claim-power-say-election-lacked-credibility
- https://www.aljazeera.com/news/liveblog/2023/8/30/gabon-crisis-live-news-soldiers-seize-power-cancel-election-result
- https://www.reuters.com/world/africa/gabon-vote-president-bongo-seeks-extend-56-year-family-dynasty-2023-08-26/

