ສ.ເກົາຫລີ ພົບພະຍາດອະຫິວາໝູອາຟຣິກາໃນໝູກໍລະນີທີ 5 ຂອງປີນີ້ ພ້ອມເຕືອນໄພລະດັບສີແດງໃນທົ່ວປະເທດ
ກະຊວງກິດຈະການພາຍໃນ ແລະ ຄວາມປອດໄພຂອງ ສ.ເກົາຫລີ ປະກາດກັກກັນພະຍາດໃນວັນທີ 15 ກັນຍາ ພາຍຫລັງຢືນຢັນພົບພະຍາດອະຫິວາໝູອາຟຣິກາໃນໝູ (ASF) ຢູ່ຟາມໝູແຫ່ງໜຶ່ງໃນເຂດຢອນຊອນ ແຂວງຢອງກີ ໃນຄືນວັນທີ 14 ກັນຍາ ໂດຍຖືເປັນກໍລະນີທີ 5 ແລ້ວໃນປີນີ້ ສ່ວນກໍລະນີຫລ້າສຸດກ່ອນໜ້ານີ້ພົບໃນເດືອນກໍລະກົດ. …






