ສາວດື່ມມັດຊະທຸກອາທິດ ເປັນເວລາ 3 ເດືອນ ສຸດທ້າຍໄດ້ເຂົ້າໂຮງໝໍ

ສໍານັກຂ່າວ Newsweek  ລາຍງານ ກໍລະນີນາງ Lynn Shazeen ອາຍຸ 28 ປີ ເລີ່ມດື່ມມັດຊະ ຕັ້ງແຕ່ເດືອນພຶດສະພາ 2025, ຫລັງຈາກຮູ້ສຶກສົນໃຈໃນລົດຊາດຊາຂຽວ ແລະ ຄຸນສົມບັດທາງສຸຂະພາບເຊັ່ນ: ມີສານຕ້ານອະນຸມູນອິດສະຫລະສູງ, ສົ່ງເສີມສຸຂະພາບຫົວໃຈ ແລະ ມີຄາເຟອີນຕໍ່າກວ່າກາເຟ. ລາວໄດ້ກາຍເປັນຄົນທີ່ດື່ມຊາມັດຊະເປັນປະຈຳ, ບາງອາທິດດື່ມເຖິງສອງເທື່ອ, ໂດຍສະເພາະໃນຮູບແບບຊາມັດຊະລາເຕ້ ເຊິ່ງໄດ້ກາຍເປັນສ່ວນໜຶ່ງຂອງກິດຈະກຳປະຈຳອາທິດເພື່ອສຸຂະພາບຂອງລາວ.

ແຕ່ຫລັງຈາກຜ່ານໄປໄລຍະໜຶ່ງ ນາງ Lynn ເລີ່ມມີອາການຜິດປົກກະຕິເຊັ່ນ: ຮູ້ສຶກອິດເມື່ອຍຢ່າງຕໍ່ເນື່ອງ, ມີອາການຄັນຕາມຕົວ ແລະ ໜາວເລື້ອຍໆ. ມາໃນເດືອນກໍລະກົດ, ລາວຕັດສິນໃຈໄປພົບແພດເພື່ອກວດເລືອດ. ຜົນກວດພົບວ່າ ລາວເປັນ ພະຍາດເລືອດຈາງ (Anemia), ເຊິ່ງເປັນພາວະທີ່ຈຳນວນເມັດເລືອດແດງ ຫລື ຕົວຂົນສົ່ງອົກຊິແຊນໃນເລືອດຫລຸດລົງ. ອາການຂອງລາວຮ້າຍແຮງຂຶ້ນຈາກທີ່ເຄີຍເປັນຢູ່ແລ້ວ ເພາະການດື່ມຊາມັດຊະເຮັດໃຫ້ພະຍາດໂລຫິດຈາງນັ້ນຮຸນແຮງຂຶ້ນ.

ທ່ານໝໍ Parth Bhavsar ອະທິບາຍວ່າ ຊາມັດຊະມີ ສານໂພລີຟີນອນ (polyphenols) ເຊິ່ງສາມາດ “ຈັບ” ທາດເຫລັກໃນລຳໄສ້ ເຮັດໃຫ້ຮ່າງກາຍດູດຊຶມທາດເຫລັກເຂົ້າສູ່ເລືອດໄດ້ບໍ່ດີ  ໂດຍສະເພາະຖ້າດື່ມຊາມັດຊະໃກ້ກັບເວລາອາຫານ ການດູດຊຶມທາດເຫລັກຈະຫລຸດລົງຫລາຍຂຶ້ນ.

ຫລັງຈາກທີ່ລະດັບທາດເຫລັກໃນເລືອດຫລຸດລົງຢ່າງໜ້າກັງວົນໃນເດືອນກໍລະກົດ ເຮັດໃຫ້ນາງ Lynn ໄດ້ເຊົາດື່ມຊາມັດຊະທັນທີ ແລະ ປ່ຽນມາເປັນຊາຊະນິດອື່ນແທນເພື່ອໃຫ້ຮ່າງກາຍໄດ້ມີເວລາຟື້ນຕົວ. ເຊິ່ງລາວບອກວ່າຕອນນີ້ອາການອິດເມື່ອຍ ແລະ ອາການຄັນໄດ້ດີຂຶ້ນຫລາຍແລ້ວ.

ນາງ Lynn ຍັງໄດ້ໂພສຄລິບໃນ TikTok ເຊິ່ງດຶງດູດຄວາມສົນໃຈຂອງຜູ້ຄົນຫລາຍລ້ານຄົນ ເພື່ອເລົ່າເລື່ອງລາວຂອງລາວໃນ “ຍຸກຕິດຊາມັດຊະ” ເພື່ອຢາກເຕືອນໃຫ້ຄົນທີ່ມີພະຍາດໂລຫິດຈາງຢູ່ແລ້ວ ຫລື ມີຄວາມສ່ຽງ ໃຫ້ລະມັດລະວັງເວລາທີ່ດື່ມຊາມັດຊະ ໂດຍສະເພາະເມື່ອດື່ມໃກ້ກັບເວລາອາຫານ ຫລື ອາຫານທີ່ມີທາດເຫລິກສູງ ແລະ ສາມາດດື່ມຮ່ວມກັບ ວິຕາມິນ C ເພື່ອຊ່ວຍໃຫ້ການດູດຊຶມທາດເຫລັກໄດ້ດີຂຶ້ນ.

ຮຽບຮຽງຈາກ Newsweek