ອະດີດປະທານາທິບໍດີເບຣຊິນຖືກຕັດສິນຕິດຄຸກ 27 ປີ 3 ເດືອນ ຂໍ້ຫາວາງແຜນກໍ່ລັດຖະປະຫານຫລັງເສຍໄຊການເລືອກຕັ້ງ

ສານສູງສຸດເບຣຊິນຕັດສິນລົງໂທດທ່ານ ຢາອີ ໂບລໂຊນາຣູ ອະດີດປະທານາທິບໍດີເບຣຊິນ ຕິດຄຸກ 27 ປີ 3 ເດືອນ ໂດຍມີຄວາມຜິດຂໍ້ຫາວາງແຜນກໍ່ລັດຖະປະຫານ ເພື່ອໃຫ້ຕົນເອງໄດ້ຢູ່ໃນອໍານາດຕໍ່ໄປ ຫລັງເສຍໄຊການເລືອກຕັ້ງໃຫ້ທ່ານ ລູອິສ ອິນາຊິໂອ ລູລາ ດາ ຊິລວາ ປະທານາທິບໍດີຄົນປັດຈຸບັນ ໃນປີ 2022.
ຄໍາຕັດສິນນີ້ຖືເປັນການປະນາມຢ່າງຮຸນແຮງຕໍ່ຜູ້ນໍາທີ່ມີຊື່ສຽງຄົນໜຶ່ງຂອງໂລກ ຜູ້ທີ່ໄດ້ຮັບສາຍາ “ທຣໍາແຫ່ງເບຣຊິນ” ແລະ ເຮັດໃຫ້ທ່ານ ໂບລໂຊນາຣູ ອາຍຸ 70 ປີ ເປັນອະດີດປະທານາທິບໍດີຄົນທໍາອິດໃນປະຫວັດສາດຂອງເບຣຊິນທີ່ຖືກຕັດສິນວ່າມີຄວາມຜິດຂໍ້ຫາໂຈມຕີປະຊາທິປະໄຕ.
ຄະນະຜູ້ພິພາກສາ 4 ໃນ 5 ຄົນຂອງສານເບຣຊິນລົງຄະແນນສຽງໃຫ້ທ່ານມີຄວາມຜິດ ໂດຍທ່ານ ຄາເມນ ລູເຊຍ ໜຶ່ງໃນຜູ້ພິພາກສາທີ່ຕັດສິນລົງໂທດທ່ານ ໂບລໂຊນາຣູ ຊີ້ວ່າ: ທ່ານເປັນສາເຫດ “ການກໍ່ຈະລາຈົນ” ໃນວັນທີ 8 ມັງກອນ 2023 ເຊິ່ງຜູ້ສະໜັບສະໜູນຂອງທ່ານຫລາຍພັນຄົນໄດ້ບຸກທໍາລາຍສານ, ທໍານຽບປະທານາທິບໍດີ ແລະ ລັດຖະສະພາ.
ນອກຈາກຄວາມຜິດຂໍ້ຫາພະຍາຍາມກໍ່ລັດຖະປະທານ ແລະ ພະຍາຍາມລົ້ມລ້າງປະຊາທິປະໄຕດ້ວຍຄວາມຮຸນແຮງແລ້ວ, ທ່ານ ໂບລໂຊນາຣູ ຍັງມີຄວາມຜິດຂໍ້ຫາເຂົ້າຮ່ວມ ແລະ ຊັກນໍາອົງກອນອາດຊະຍາກໍາຕິດອາວຸດ ລວມທັງທໍາລາຍຊັບສິນຂອງລັດຖະບານ ແລະ ມໍລະດົກທາງວັດທະນະທໍາຂອງເບຣຊິນ ເຊິ່ງຂໍ້ກ່າວຫາເຫລົ່ານີ້ມີໂທດຮ້າຍແຮງ ແລະ ອາດມີໂທດຕິດຄຸກສູງສຸດລວມກັນໄດ້ຫລາຍກວ່າ 40 ປີ.
ສ່ວນທ່ານ ໂບລໂຊນາຣູ ຢືນຢັນໃນຄວາມບໍລິສຸດຂອງຕົນເອງສະເໝີມາ ແລະ ເອີ້ນການພິຈາລະດີນີ້ວ່າ: “ການລ່າແມ່ມົດ” ໂດຍອ້າງວ່າມີແຮງຈູງໃຈທາງການເມືອງແອບແຝງ ເຊິ່ງໜຶ່ງສຽງໃນຄະນະຜູ້ພິພາກສາທີ່ຕັດສິນໃຫ້ທ່ານພົ້ນຜິດຈາກທຸກຂໍ້ກ່າວຫານັ້ນ ອາດເປັນປັດໄຈສໍາຄັນທີ່ທີມທະນາຍຄວາມຂອງທ່ານ ໂບລໂຊນາຣູ ຈະໃຊ້ຕໍ່ສູ້ໃນທາງກົດໝາຍຕໍ່ໃນອະນາຄົດ.
ໄອຍະການເບຣຊິນກ່າວວ່າ: ທ່ານ ໂບລເຊນາຣູ ເລີ່ມວາງແຜນຈະຢູ່ໃນອໍານາດມາດົນແລ້ວ ກ່ອນເຫດການວັນທີ 8 ມັງກອນ 2023 ໂດຍສະເໜີການກໍ່ລັດຖະປະຫານຕໍ່ຜູ້ບັນຊາການທະຫານເບຣຊິນ ແລະ ສ້າງຂໍ້ສົງໄສທີ່ “ບໍ່ມີມູນຄວາມຈິງ” ກ່ຽວກັບລະບົບການເລືອກຕັ້ງ. ໄອຍະການຍັງກ່າວອີກວ່າ: ທ່ານຮູ້ເຖິງ “ແຜນລອບສັງຫານທ່ານ ລູລາ” ນໍາອີກ.
ທ່ານ ໂບລໂຊນາຣູ ຖືກຫ້າມບໍ່ໃຫ້ດໍາລົງຕໍາແໜ່ງທາງການເມືອງຈົນຮອດປີ 2030 ເນື່ອງຈາກກ່າວຂໍ້ມູນບໍ່ເປັນຄວາມຈິງວ່າລະບົບການລົງຄະແນນສຽງຂອງເບຣຊິນ “ສ່ຽງຕໍ່ການສໍ້ໂກງ”. ເຖິງຢ່າງໃດກໍຕາມ, ທ່ານເນັ້ນເຖິງຈຸດຢືນຢ່າງຊັດເຈນ ແລະ ປະກາດຄວາມຕັ້ງໃຈທີ່ຈະຕໍ່ສູ້ກັບຄໍາສັ່ງຫ້າມດັ່ງກ່າວ ເພື່ອລົງສະໝັກຮັບເລືອກຕັ້ງປະທານາທິບໍດີເບຣຊິນອີກໃນປີ 2026.
ອ້າງອີງ:

