ມີຜູ້ເສຍຊີວິດຫລາຍກວ່າ 50 ຄົນ ຈາກເຫດການອາຄານໂຮງຮຽນຖະຫລົ່ມໃນອິນໂດເນເຊຍ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 6 ຕຸລາ 2025ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການ ອາຄານໂຮງຮຽນຖະຫລົ່ມຢູ່ ອິນໂດເນເຊຍ ທີ່ໄດ້ຮັບການຢືນຢັນແລ້ວແມ່ນຫລາຍກວ່າ 50 ຄົນ ແລະ ຍັງສູນຫາຍອີກ 13 ຄົນ. ທີມກູ້ໄພໄດ້ເຂົ້າເກັບກູ້ຊາກອາຄານແລ້ວປະມານ 80% ຂອງພື້ນທີ່, ໂດຍພົບຊິ້ນສ່ວນຮ່າງກາຍຂອງຜູ້ເສຍຊີວິດອີກ 5 ຊີ້ນສ່ວນ ນີ້ອາດຊີ້ໃຫ້ເຫັນວ່າ ຍອດຜູ້ເສຍຊີວິດອາດເພີ່ມສູງຂຶ້ນ. ເຫດການຄັ້ງນີ້ຖືກຈັດວ່າເປັນໂສກນາດຕະກຳ ອາຄານຖະຫລົ່ມທີ່ມີຜູ້ເສຍຊີວິດຫລາຍທີ່ສຸດຂອງ ອິນໂດເນເຊຍໃນປີ 2025.

 ກ່ອນໜ້ານີ້ຄືນວັນທີ 29 ເດືອນ ກັນຍາ ຜ່ານມາ ອາຄານໂຮງຮຽນກິນນອນ ອິດສະລາມ, ອານໂຄຊີນີ (Al Khoziny Islamic Boarding School) ໃນເມືອງຊີໂດອາໂຈ, ແຂວງຊະວາຕາເວັນອອກ ໄດ້ຖະຫຼົ່ມລົງມາຢ່າງບໍ່ຄາດຄິດ ໃນຂະນະທີ່ນັກຮຽນ ແລະ ຄູອາຈານພວມຢູ່ໃນອາຄານເພື່ອປະຕິບັດ ພິທີລະໝາດພາກບ່າຍ ພາຍໃນມັດສະຍິດຂອງໂຮງຮຽນ.

ທັນທີຫລັງເກີດເຫດ, ເຈົ້າໜ້າທີ່ກູ້ໄພ, ຕຳຫລວດ ແລະ ອາສາສະໝັກ ໄດ້ເລັ່ງເຂົ້າໃຫ້ການຊ່ວຍເຫລືອ ເພື່ອຄົ້ນຫາຜູ້ລອດຊີວິດ.

ເຈົ້າໜ້າທີ່ລະບຸວ່າ ສາເຫດເບື້ອງຕົ້ນ ແມ່ນມາຈາກ ໂຄງສ້າງອາຄານທີ່ບໍ່ສາມາດຮອງຮັບນໍ້າໜັກທີ່ເພີ່ມຂຶ້ນ, ເນື່ອງຈາກມີການຂະຫຍາຍຊັ້ນເທິງໂດຍບໍ່ໄດ້ຮັບອະນຸຍາດ ແລະ ຖານຮາກເດີມອາດບໍ່ແຂງແຮງພໍ.

ເຖິງແມ່ນວ່າຄວາມຫວັງໃນການພົບນັກຮຽນທີ່ຍັງບໍ່ອອກມາຈະຫລຸດໜ້ອຍລົງ, ແຕ່ໜ່ວຍກູ້ໄພຍັງຄົງປະຕິບັດງານຕໍ່ເນື່ອງດ້ວຍຄວາມລະມັດລະວັງ ໂດຍໄດ້ຮ່ວມມືກັບຄອບຄົວຜູ້ສູນຫາຍໃນການຕັດສິນໃຈໃຊ້ເຄື່ອງຈັກໜັກເພື່ອເລັ່ງເກັບກູ້ຊາກ.

ລັດຖະບານອິນໂດເນເຊຍໄດ້ເລີ່ມ ສອບສວນ ເຖິງຄວາມຮັບຜິດຊອບຂອງຜູ້ກໍ່ສ້າງ ແລະ ຜູ້ບໍລິຫານໂຮງຮຽນ, ໂດຍສະເພາະກໍລະນີທີ່ມີການ ຕໍ່ເຕີມອາຄານໂດຍບໍ່ໄດ້ຮັບອະນຸຍາດ ທັງໃນໂຮງຮຽນອິດສະລາມ (pesantren) ຫລາຍແຫ່ງ ເຊິ່ງສ່ວນໃຫຍ່ບໍ່ມີໃບອະນຸຍາດອາຄານຢ່າງເປັນທາງການ.