ຍີ່ປຸ່ນສ້າງສະຖິຕິໃໝ່: ປະຊາກອນທີ່ມີອາຍຸເກີນ 100 ປີ ເພີ່ມຂຶ້ນເກືອບຮອດແສນຄົນ

ໂຕກຽວ, ວັນທີ 12 ກັນຍາ 2025 – ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນໄດ້ເປີດເຜີຍວ່າ: ຈຳນວນປະຊາກອນທີ່ມີອາຍຸ 100 ປີຂຶ້ນໄປ ໃນປະເທດໄດ້ເພີ່ມຂຶ້ນເປັນ 99,763 ຄົນ, ເຊິ່ງເປັນສະຖິຕິສູງສຸດເທົ່າທີ່ເຄີຍມີມາ ແລະ ເປັນການເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນປີທີ 55.

.

ລາຍງານລະບຸວ່າໃນບັນດາຜູ້ສູງອາຍຸທັງໝົດນີ້ ໃນນັ້ນເປັນຜູ້ຍິງ 88% ຫລື ປະມານ 87,784 ຄົນ ສ່ວນຜູ້ຊາຍມີຈຳນວນ 11,979 ຄົນ ເຊິ່ງສະທ້ອນໃຫ້ເຫັນຢ່າງຊັດເຈນວ່າ: ຜູ້ຍິງໃນສັງຄົມຍີ່ປຸ່ນມີອາຍຸຍືນຍາວກວ່າຜູ້ຊາຍ.

.

ນອກຈາກນີ້ ແຂວງທີ່ມີອັດຕາຜູ້ທີ່ມີອາຍຸເກີນ 100 ປີຕໍ່ຈຳນວນປະຊາກອນຫຼາຍທີ່ສຸດແມ່ນ ແຂວງຊິມາເນະ ເຊິ່ງຂຶ້ນຊື່ວ່າເປັນແຂວງທີ່ມີສິ່ງແວດລ້ອມ ແລະ ວິຖີຊີວິດທີ່ດີຕໍ່ສຸຂະພາບ ແລະ ຊ່ວຍໃຫ້ປະຊາກອນມີອາຍຸຍືນຍາວ.

.

ຍີ່ປຸ່ນຖືກຈັດວ່າເປັນໜຶ່ງໃນປະເທດທີ່ມີສັງຄົມຜູ້ສູງອາຍຸຫລາຍທີ່ສຸດໃນໂລກ ແລະ ຕົວເລກໃນຄັ້ງນີ້ຍິ່ງເປັນການຊີ້ໃຫ້ເຫັນເຖິງສິ່ງທ້າທາຍໃນດ້ານການເບິ່ງແຍງສຸຂະພາບ ແລະ ສະຫວັດດີການສຳລັບຜູ້ສູງອາຍຸໃນອະນາຄົດ.

.

ຮຽບຮຽງຈາກ BBC NEWS