ອັງກິດປະທ້ວງໃຫຍ່ ຕໍ່ຕ້ານອົບພະຍົບຜິດກົດໝາຍ ມີຜູ້ຮ່ວມຊຸມນຸມ 1.5 ແສນກວ່າຄົນ

             ທ່ານ ທອມມີ ໂຣບິນສັນ ນັກເຄື່ອນໄຫວຝ່າຍຂວາຈັດຂອງອັງກິດ ຈັດຂະບວນປະທ້ວງໃຫຍ່ “Unite the Kingdom” ເພື່ອຕໍ່ຕ້ານການອົບພະຍົບຜິດກົດໝາຍ ແລະ ຮຽກຮ້ອງໃຫ້ມີເສລີພາບໃນການເວົ້າ ແລະ ສະແດງອອກ ໂດຍມີຜູ້ເຂົ້າຮ່ວມຊຸມນຸມໃນນະຄອນຫລວງລອນດອນ 1.5 ແສນກວ່າຄົນ.

             ຂະນະທີ່ກຸ່ມເຄື່ອນໄຫວດ້ານສິດທິມະນຸດ Stand Up To Racism ລວມຕົວກັນຮຽກຮ້ອງໃຫ້ຢຸດການດູໝິ່ນເຊື້ອຊາດ, ຊົນເຜົ່າ ແລະ ສີຜິວ ໂດຍມີຜູ້ສະໜັບສະໜູນປະມານ 5,000 ຄົນ ກ່ອນສະຖານະການຈະລຸກລາມໃນບາງຈຸດ ເກີດການປະທະກັບເຈົ້າໜ້າທີ່ຕໍາຫລວດ ເຮັດໃຫ້ມີຕໍາຫລວດໄດ້ຮັບບາດເຈັບຢ່າງໜ້ອຍ 26 ຄົນ ໃນຈໍານວນນີ້ 4 ຄົນໄດ້ຮັບບາດເຈັບສາຫັດ ແລະ ມີຜູ້ຊຸມນຸມປະມານ 25 ຄົນຖືກຄວບຄຸມຕົວ.

               ທ່ານ ໂຣບິນສັນ ລະບຸວ່າ: ທ່ານຈະຈັດກິດຈະກໍາໃນລັກສະນະດຽວກັນນີ້ອີກໃນມໍ່ໆນີ້, ກ່ອນໜ້ານີ້ທ່ານຫາກໍໄດ້ຮັບການປ່ອຍຕົວຈາກຄຸກ ຫລັງຈາກຕິດຄຸກໃນເດືອນຕຸລາ 2024 ໃນຄວາມຜິດຂໍ້ຫາບໍ່ປະຕິບັດຕາມຄໍາສັ່ງ ຫ້າມກ່າວອ້າງ ແລະ ເຜີຍແຜ່ຂໍ້ມູນທີ່ບໍ່ມີຄວາມຈິງກ່ຽວກັບຜູ້ລີ້ໄພຊາວຊິຣີ.

ອ້າງອີງ: