ທ່ານ ທຣໍາ ພ້ອມຂວໍ້າບາດຣັດເຊຍ ຖ້າສະມາຊິກ NATO ຢຸດຊື້ນໍ້າມັນຣັດເຊຍ

             ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ກ່າວວ່າ: ທ່ານພ້ອມຈະໃຊ້ມາດຕະການຂວໍ້າບາດຣັດເຊຍທີ່ເຂັ້ມງວດຂຶ້ນ ຖ້າ NATO ປະຕິບັດຕາມເງື່ອນໄຂບາງປະການ ເຊິ່ງລວມທັງການຢຸດຊື້ນໍ້າມັນຈາກຣັດເຊຍ ໂດຍທ່ານ ທຣໍາ ໂພສໃນ Truth Social ຂອງທ່ານ ເຊິ່ງລະບຸວ່າ: ທ່ານ ທຣໍາ ພ້ອມຈະດໍາເນີນມາດຕະການນັ້ນ ເມື່ອ NATO ຕົກລົງ ແລະ ເລີ່ມເຮັດແບບດຽວກັນ.

                    ຜ່ານມາ, ທ່ານ ທຣໍາ ເຄີຍຂູ່ໃຊ້ມາດຕະການທີ່ເຂັ້ມງວດຂຶ້ນຕໍ່ຣັດເຊຍຫລາຍຄັ້ງ, ແຕ່ມາຮອດປັດຈຸບັນຍັງບໍ່ມີການດໍາເນີນມາດຕະການໃດໆຕໍ່ຣັດເຊຍ. ຂະນະທີ່ຝ່າຍຣັດເຊຍກໍເມີນເສີຍຕໍ່ກໍານົດເວລາ ແລະ ຄໍາຂູ່ຂວໍ້າບາດຂອງທ່ານ ທຣໍາ.

                  ທ່ານ ທຣໍາ ອະທິບາຍວ່າ: ການຊື້ນໍ້າມັນຣັດເຊຍເປັນເລື່ອງໜ້າຕົກໃຈ ແລະ ຍັງແນະນໍາໃຫ້ NATO ເກັບພາສີຈີນ ໃນອັດຕາສູງເຖິງ 50-100% ເຊິ່ງທ່ານເຊື່ອວ່າ ຈະເຮັດໃຫ້ອິດທິພົນຂອງຈີນສູງກວ່າຣັດເຊຍ.

              ທ່ານ ທຣໍາ ຍັງໄດ້ສົ່ງຈົດໝາຍເຖິງປະເທດສະມາຊິກ NATO ມີໃຈຄວາມສໍາຄັນວ່າ: ທ່ານພ້ອມຈະໃຊ້ມາດຕະການຂວໍ້າບາດຕໍ່ຣັດເຊຍ ເມື່ອ NATO ພ້ອມສະໜັບສະໜູນແນວທາງນີ້ ພຽງແຕ່ບອກມາວ່າ ຕອນໃດ ໂດຍທ່ານ ທຣໍາ ຍັງລະບຸວ່າ: ການຊື້ນໍ້າມັນຣັດເຊຍບັນທອນຈຸດຢືນໃນການເຈລະຈາ ແລະ ອໍານາດການຕໍ່ລອງເໜືອຣັດເຊຍ, ການຢຸດຊື້ພະລັງງານຣັດເຊຍ ຄຽງຄູ່ກັບການເກັບພາສີນໍາເຂົ້າຈໍານວນຫລາຍຈາກຈີນ ຈະມີສ່ວນຊ່ວຍຢຸດຄວາມຂັດແຍ່ງໃນຄັ້ງນີ້.

              ການອາໄສພະລັງງານຣັດເຊຍຂອງເອີຣົບຫລຸດລົງນັບແຕ່ຣັດເຊຍເລີ່ມຮຸກຮານອູແກຣນໃນຕົ້ນປີ 2022 ເຊິ່ງໃນເວລານັ້ນ ສະຫະພາບເອີຣົບ (EU) ໄດ້ຮັບແກັສປະມານ 45% ຈາກຣັດເຊຍ ແລະ ຄາດວ່າປີນີ້ຈະຫລຸດລົງເຫລືອປະມານ 13% ເຊິ່ງຕົວເລກນີ້ຍັງສູງເກີນໄປໃນສາຍຕາທ່ານ ທຣໍາ.

              ທ່າທີຂອງທ່ານ ທຣໍາ ມີຂຶ້ນໃນໄລຍະຄວາມເຄັ່ງຕຶງລະຫວ່າງພັນທະມິດ NATO ກັບຣັດເຊຍເພີ່ມສູງຂຶ້ນ ຫລັງຈາກໂດຣນຣັດເຊຍກວ່າສິບລໍາເຂົ້າສູ່ນ່ານຟ້າໂປໂລຍໃນກາງອາທິດຜ່ານມາ ໂດຍລັດຖະບານໂປໂລຍເບິ່ງວ່າ: ການລຸກລໍ້າດັ່ງກ່າວເປັນໄປໂດຍເຈດຕະນາ ແລະ ສ່ຽງນໍາພາໂປໂລຍເຂົ້າໃກ້ສົງຄາມ ແລະ ຄວາມຂັດແຍ່ງຄັ້ງໃຫຍ່ ນັບແຕ່ສົງຄາມໂລກຄັ້ງທີສອງ.

             ກ່ອນໜ້ານີ້, ອາເມລິກາເຄີຍເກັບພາສີສິນຄ້າຈາກອິນເຍສູງເຖິງ 50% ເຊິ່ງລວມທັງຄ່າປັບໄໝ 25% ສໍາລັບການເຮັດທຸລະກໍາກັບຣັດເຊຍ ເຊິ່ງເປັນແຫລ່ງເງິນທຶນສໍາຄັນສໍາລັບການເຮັດສົງຄາມຢູ່ອູແກຣນ.

ອ້າງອີງ: