ຫລາຍປັດໄຈທີ່ຕ້ອງປັບປຸງ ເພື່ອສ້າງປະເທດລາວໃຫ້ເປັນປະເທດເນື້ອຫອມສໍາລັບນັກທ່ອງທ່ຽວ

ໂດຍ: ທິດກໍ່າ

ຈາກສະຖິຕິຈໍານວນນັກທ່ອງທ່ຽວທີ່ນໍາເອົາເມັດເງິນເຂົ້າສູ່ປະເທດໃນ 6 ເດືອນຕົ້ນປີໄດ້ສະແດງໃຫ້ເຫັນວ່າການທ່ອງທ່ຽວຢູ່ປະເທດເຮົາພວມຂະຫຍາຍຕົວມາແຮງແຊງຫລາຍຂະແໜງການໃນປັດຈຸບັນ ແລະ ໃນອະນາຄົດຄາດວ່າຂະແໜງການນີ້ຈະມີການເຕີບໂຕນໍາເອົາເງິນເຂົ້າປະເທດຢ່າງມະຫາສານ.

ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ປະເທດລາວເຖິງວ່າບໍ່ມີທະເລ ແຕ່ກໍມີທ່າແຮງ ຫລືວ່າ ມີຈຸດຂາຍໃນການທ່ອງທ່ຽວໃນຫລາຍດ້ານ ບໍ່ວ່າດ້ານວັດທະນະທໍາ-ສັງຄົມ, ທໍາມະຊາດ ແລະ ໃນດ້ານອື່ນໆ ເປັນຕົ້ນດ້ານທໍາມະຊາດກໍມີຊັບໃນດິນສິນໃນນໍ້າຢ່າງຫລວງຫລາຍ, ມີບໍ່ແຮ່ນາໆຊະນິດ, ມີພູຜາປ່າໄມ້, ມີແມ່ນໍ້າລໍາເຊ, ຖໍ້າຮູພູເຂົາ, ມີນໍ້າຕົກຕາດໂຕນຄອນທີ່ສະຫລັບສັບຊ້ອນ. ເມື່ອເບິ່ງພາບວິວທິວທັດທໍາມະຊາດອັນສວຍສົດງົດງາມເຫລົ່ານັ້ນແລ້ວ ມັນກໍປຽບເໝືອນສະຫວັນບົນດິນທີ່ແສນຫາຍາກໃນໂລກເມືອງຄົນ. ຍິ່ງໄປກວ່ານັ້ນ ມັນຍັງເປັນຊັບສົມບັດອັນລໍ້າຄ່າຂອງຊາດລາວຄົນລາວເຮົາ ຂໍພຽງແຕ່ວ່າຮູ້ຂຸດຄົ້ນດັດສົມເອົາສິ່ງເຫລົ່ານັ້ນໃຫ້ກາຍມາເປັນຂຸມຊັບໃນການທ່ອງທ່ຽວເຊີງອານຸລັກແບບຍືນຍົງທີ່ກິນບໍ່ບົກຈົກບໍ່ລົງຈາກຮຸ້ນນີ້ໄປສູ່ຮຸ້ນລູກຮຸ້ນຫລານ. ສ່ວນຈຸດຂາຍການທ່ອງທ່ຽວດ້ານວັດທະນະທໍາ-ສັງຄົມກໍຍິ່ງມີຫລາກຫລາຍ, ມີວັດວາອາຮາມສິລະປະສະຖາປັດຕະຍະກໍາຮີດຄອງປະເພນີວິຖີຊີວິດທີ່ລຽບງ່າຍຂອງຄົນລາວກາຍເປັນເອກະລັກອະລິຍະທໍາຂອງຄົນລາວມາແຕ່ຕົ້ນກໍາເນີດ. ໃນສອງປັດໄຈໃຫຍ່ໆທີ່ໄດ້ກ່າວມາຂ້າງເທິງນີ້ມັນເປັນທ່າແຮງອັນໃຫຍ່ຫລວງໃນການດຶງດູດເອົາແຂກຕ່າງດ້າວທ້າວຕ່າງແດນເຂົ້າມາທ່ຽວປະເທດລາວໃຫ້ນັບມື້ນັບຫລາຍຈົນກາຍເປັນປະເທດເນື້ອຫອມສໍາລັບນັກທ່ອງທ່ຽວໃນປັດຈຸບັນ ກໍຄືອະນາຄົດຍາວນານ.

ແຕ່ຢ່າງໃດກໍດີ, ເພື່ອບັນລຸເປົ້າໝາຍທີ່ກ່າວມານັ້ນ ພວກເຮົາຍັງຕ້ອງພ້ອມກັນແກ້ໂຈດໃນຫລາຍດ້ານຄື:

ອັນທີໜຶ່ງ ຕ້ອງສ້າງພື້ນຖານໂຄງລ່າງໄວ້ຮອງຮັບເປັນຢ່າງດີເຊັ່ນ: ສ້າງຖະໜົນຫົນທາງໃນທົ່ວປະເທດໃຫ້ເປັນລະບົບຄົບຊຸດ ນັບທັງທາງຫລວງທາງຊອຍ, ທາງນ້ອຍທາງໃຫຍ່ໃຫ້ສະດວກສະບາຍໃນການໄປມາ ດີແທ້ຄວນໃຫ້ເປັນທາງເບຕົງ ຫລື ປູຢາງຂົ້ວຢ່າງມາດຕະຖານໃນທຸກເສັ້ນທາງທຸກທ້ອງຖິ່ນ ນັບທັງທາງຫລວງທາງຊອຍທາງນ້ອຍທາງໃຫຍ່.

ສ່ວນໜ້າວຽກອັນທີສອງກໍແມ່ນສ້າງໂຮງແຮມ, ຮ້ານອາຫານ, ຕຶກຫ້າງຮ້ານສູນບໍລິການຕ່າງໆໃຫ້ໂດດເດັ່ນພຽງພໍກັບຄວາມຕ້ອງການຂອງແຂກທີ່ຈະລຸຫລັ່ງເຂົ້າມາທ່ຽວໃນປະເທດເຮົາຫລາຍຂຶ້ນ.
ສໍາລັບການແກ້ໂຈດອັນທີສາມກໍແມ່ນການບຸກເບີກປົວແປງກໍ່ສ້າງສະຖານທີ່ທ່ອງທ່ຽວທາງວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດໃຫ້ມາດຕະຖານສວຍງາມ ແລະ ຮັບປະກັນຕໍ່ຄວາມປອດໄພແກ່ນັກທ່ອງທ່ຽວ.

ອີກສິ່ງໜຶ່ງທີ່ເປັນບັນຫາທາງຈິດຕະສາດໜ່ວງໜ່ຽວດຶງດູດຈິດໃຈນັກທ່ອງທ່ຽວ ກໍຄືອັດທະຍາໄສໄມຕີຈິດທີ່ສະແດງໃຫ້ເຫັນເຖິງວັດທະນະທໍາຂອງຄົນລາວໃນດ້ານຕ່າງໆ ເປັນຕົ້ນວິຖີຊີວິດ, ສິລະປະວັນນະຄະດີ, ຮີດຄອງປະເພນີ, ການກິນຢູ່, ພົບປະສັງສັນ, ອັດທະຍາໄສໄມຕີຕໍ່ແຂກບ້ານແຂກເມືອງ ທັງໝົດເຫລົ່ານີ້ມັນລ້ວນແລ້ວແຕ່ເປັນປັດໄຈ ຫລືວ່າ ເປັນຈຸດຂາຍການທ່ອງທ່ຽວ ເພື່ອດຶງເອົາເມັດເງິນຢ່າງມະຫາສານເຂົ້າກະເປົາໃຫຍ່ຂອງປະເທດ.