ເຈົ້າໜ້າທີ່ໄທ ຈັບຕົວຊາຍໜຸ່ມລາວ ຄ້າລູກປືນເຖື່ອນ ພ້ອມຂອງກາງລູກປືນ 2 ພັນກວ່າລູກ

ສໍານັກຂ່າວ MGR online ຂອງໄທ ລາຍງານວ່າ: ຄືນວັນທີ 10 ກັນຍາ 2025 ເວລາປະມານ 19:30 ນາທີ ເຈົ້າໜ້າທີ່ຕໍາຫລວດຈັງຫວັດກາລະສິນ ຮ່ວມກັບຕໍາຫລວດມຸກດາຫານ ໄດ້ຈັບຕົວ ທ້າວສາຄອນ ໄຊຍະມຸງຄຸນ ອາຍຸ 21 ປີ ສັນຊາດລາວ ຜູ້ຖືກຫາ ມີລູກປືນສົງຄາມ ຂະໜາດ 7.62 ມມ ໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ, ພ້ອມຂອງກາງລູກປືນ ຈໍານວນ 2,214 ລູກ ແລະ ໂທລະສັບມືຖື 1 ໜ່ວຍ.

ສືບເນື່ອງຈາກວັນທີ 10 ກັນຍາ 2025 ເຈົ້າໜ້າທີ່ຕໍາຫລວດກາລະສິນ ໄດ້ຕັ້ງດ່ານກວດຄົ້ນ ແລະ ປ້ອງກັນເຫດອາຊະຍາກໍາ ຢູ່ບໍລິເວນຖະໜົນກາລະສິນ ຊ່ວງແຍກບ້ານຄອນລຽບ ຕໍາບົນຫລຸບ ອໍາເພີເມືອງ ຈັງຫວັດກາລະສິນ ພົບທ້າວວິໄຊ ໃຈຊ່ວງ ອາຍຸ 24 ປີ ຊາວຕໍາບົນຫົວນາຄໍາ ອໍາເພີກະນວນ ຈັງຫວັດຂອນແກ່ນ.

ຜ່ານການສອບສວນ ພົບວ່າເປັນບຸກຄົນຖືກໝາຍຈັບ ຄະດີອາຍາ, ເຈົ້າໜ້າທີ່ຈຶ່ງກັກຕົວ ແລະ ໄດ້ກວດສອບຂໍ້ມູນໃນໂທລະສັບຂອງທ້າວວິໄຊ ພົບວ່າມີການຕິດຕໍ່ຊື້-ຂາຍອາວຸດປືນ ແລະ ລູກປືນສົງຄາມ ໂດຍໄດ້ຕິດຕໍ່ຊື້ຂາຍກັບ ຄົນລາວ ແລະ ໄດ້ນັດໃຫ້ທ້າວວິໄຊ ມາຮັບເຄື່ອງ ລູກປືນເອເຄ ຂະໜາດ 7.62 ມມ ຈໍານວນ 2,000 ລູກ ຢູ່ມຸກດາຫານ.

ຈາກນັ້ນ, ຈຶ່ງໄດ້ປະສານເຈົ້າໜ້າທີ່ ມຸກດາຫານ ໃຫ້ລໍ້ຊື້ລູກປືນດັ່ງກ່າວ ຈາກຄົນລາວ ແລະ ໄດ້ນັດສົ່ງເຄື່ອງ ຢູ່ຕໍາບົນນາສີນວນ ອໍາເພີເມືອງ ຈັງຫວັດມຸກດາຫານ, ພົບເຫັນ ທ້າວສາຄອນ ໄຊຍະມຸງຄຸນ ອາຍຸ 21 ປີ ສັນຊາດລາວ ຢູ່ແຂວງສະຫວັນນະເຂດ ສປປ ລາວ ຈັບເປົາ ບັນຈຸລູກປືນລໍຖ້າສົ່ງໃຫ້ສາຍສືບ, ເຈົ້າໜ້າທີ່ຈຶ່ງເຂົ້າຈັບກຸມຕົວ ແຕ່ຜູ້ກ່ຽວພະຍາຍາມເອົາຕົວຫລົບໜີ ແຕ່ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບກຸມໄວ້ໄດ້ ພ້ອມຂອງກາງໄວ້ເປັນຫລັກຖານ.

ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ລູກປືນຈໍານວນດັ່ງກ່າວ ເປັນຂອງຕົນແທ້, ເຊິ່ງໄດ້ຮັບມາຈາກ ທ້າວນ້ອຍ ຄົນລາວ ໃຫ້ມາຖ້າສົ່ງໃຫ້ຄົນທີ່ຈະມາຊື້, ເຊິ່ງຕົນຈະໄດ້ຄ່າຈ້າງ 9,000 ບາດ ຈາກທ້າວນ້ອຍ ແຕ່ຖືກເຈົ້າໜ້າທີ່ກັກຕົວໄດ້ກ່ອນ.

ປັດຈຸບັນ, ເຈົ້າໜ້າທີ່ໄດ້ຄວບຄຸມຕົວມາດໍາເນີນຄະດີ ໃນຂໍ້ຫາມີລູກປືນສົງຄາມ ໄວ້ໃນຄອບຄອງ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ນໍາຕົວຜູ້ຖືກຫາ ພ້ອມຂອງກາງ ສົ່ງໃຫ້ເຈົ້າໜ້າທີ່ເມືອງມຸກດາຫານດໍາເນີນຄະດີຕາມກົດໝາຍຕໍ່ໄປ.