ສະມັດຊາໃຫຍ່ UN ລົງມະຕິສະໜັບສະໜູນຖະແຫລງການນິວຢອກ ຊຸກຍູ້ແນວທາງສອງລັດ ອິດສະລາແອນ-ປາແລັສຕິນ

            ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ລົງມະຕິສະໜັບສະໜູນ ຖະແຫລງການນິວຢອກ (New York Declaration) ເຊິ່ງມີຈຸດປະສົງເພື່ອກໍານົດຂັ້ນຕອນທີ່ເປັນຮູບປະທໍາ, ມີກໍານົດເວລາ ແລະ ບໍ່ສາມາດຢ້ອນກັບ ຫລື ປ່ຽນແປງໄດ້ ເພື່ອປູທາງໄປສູ່ແນວທາງສອງລັດ (Two-State Solution) ລະຫວ່າງອິດສະລາແອນ-ປາແລັສຕິນ ໂດຍໄດ້ຮັບສຽງສະໜັບສະໜູນຈາກ 142 ປະເທດ, 12 ປະເທດງົດອອກສຽງ ແລະ ອີກ 10 ປະເທດລົງສຽງຄັດຄ້ານ ເຊິ່ງລວມທັງອິດສະລາແອນ ແລະ ອາເມລິກາ.

                ການລົງຄະແນນສຽງຄັ້ງນີ້ມີຂຶ້ນບໍ່ຮອດ 24 ຊົ່ວໂມງ ຫລັງຈາກທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ໄດ້ອະນຸມັດແຜນຂະຫຍາຍການຕັ້ງຖິ່ນຖານໃນເຂດເວສແບງທີ່ຖືກຢຶດຄອງ ເຊິ່ງຈະເຮັດໃຫ້ການຈັດຕັ້ງລັດປາແລັສຕິນໃນອະນາຄົດເກືອບຈະເປັນໄປບໍ່ໄດ້. ພ້ອມປະກາດຈຸດຢືນວ່າ: ຈະບໍ່ມີການຈັດຕັ້ງລັດປາແລັສຕິນເກີດຂຶ້ນ ໂດຍອິດສະລາແອນຍັງໄດ້ປະນາມການລົງມະຕິຄັ້ງນີ້ວ່າ: ເສື່ອມເສຍ ໜ້າອັບອາຍ ແລະ ວິພາກວິຈານມະຕິທີ່ບໍ່ເອີ້ນຮາມັດວ່າ: ອົງການກໍ່ການຮ້າຍ.

           ເອກະສານຄວາມຍາວ 7 ໜ້ານີ້ສະເໜີໂດຍຝຣັ່ງ ແລະ ຊາອຸດິອາຣະບີ ໂດຍຮຽກຮ້ອງໃຫ້ມີການດໍາເນີນງານຮ່ວມກັນ ເພື່ອຢຸດສົງຄາມໃນເຂດກາຊາ ເພື່ອບັນລຸຂໍ້ຕົກລົງຍຸຕິທໍາ ສັນຕິ ແລະ ຍືນຍົງໃນຄວາມຂັດແຍ່ງອິດສະລາແອນ-ປາແລັສຕິນບົນພື້ນຖານຂອງການດໍາເນີນແນວທາງສອງລັດຢ່າງມີປະສິດທິພາບ.

                 ນອກຈາກນີ້ ຍັງຮຽກຮ້ອງໃຫ້ກຸ່ມຮາມັດເຊິ່ງບໍລິຫານພື້ນທີ່ໃນເຂດກາຊາປ່ອຍຕົວປະກັນທັງໝົດ ແລະ ລະບຸວ່າ: ຕ້ອງຢຸດການປົກຄອງໃນເຂດກາຊາ ແລະ ສົ່ງມອບອາວຸດໃຫ້ອົງການບໍລິຫານປາແລັສຕິນ… ຕາມຈຸດປະສົງຂອງລັດປາແລັສຕິນທີ່ມີອະທິປະໄຕ ແລະ ເປັນອິດສະຫລະ.

                 ການສະໜັບສະໜູນຂອງສະມາຊິກ UN ຕໍ່ແນວທາງສອງລັດ ເກີດຂຶ້ນທ່າມກາງການໂຈມຕີເຂດກາຊາຢ່າງຕໍ່ເນື່ອງຂອງອິດສະລາແອນ ໂດຍ AI Jazeera ລະບຸວ່າ: ການລົງຄະແນນສຽງສະແດງໃຫ້ເຫັນເຖິງການຕໍ່ຕ້ານຢ່າງບໍ່ໜ້າເຊື່ອຈາກປະຊາຄົມສາກົນ ແລະ ເປັນສັນຍານຂອງຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບການຂາດຄວາມຄືບໜ້າໃນການເຈລະຈາ ແລະ ຄວາມພະຍາຍາມຂອງປະຊາຄົມລະຫວ່າງປະເທດທີ່ຈະຊຸກຍູ້ຂະບວນການເຈລະຈາໃຫ້ກ້າວໜ້າ.

                ການລົງຄະແນນສຽງນີ້ມີຂຶ້ນກ່ອນກອງປະຊຸມສຸດຍອດຂອງ UN ທີ່ຈະຈັດຂຶ້ນໃນວັນທີ 22 ກັນຍາ ຢູ່ນິວຢອກ ໂດຍມີຝຣັ່ງ ແລະ ຊາອຸດິອາຣະບີເປັນປະທານຮ່ວມ ເຊິ່ງທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ແລະ ຜູ້ນໍາອື່ນໆອີກຫລາຍຄົນໄດ້ໃຫ້ຄໍາໝັ້ນວ່າ: ຈະຮັບຮອງລັດປາແລັສຕິນຢ່າງເປັນທາງການ.

             ປັດຈຸບັນສະມາຊິກ UN 146 ປະເທດໄດ້ສະໜັບສະໜູນລັດປາແລັສຕິນແລ້ວ ຄາດວ່າອີກປະມານ 10 ປະເທດ ເຊິ່ງລວມທັງຝຣັ່ງ, ນອກແວ, ແອັສປາຍ, ມອນຕາ, ອຽກລັງ ແລະ ອັງກິດ ຈະຮ່ວມຮັບຮອງລັດປາແລັສຕິນໃນເດືອນກັນຍານີ້.

ອ້າງອີງ: