ສ.ເກົາຫລີ ພົບພະຍາດອະຫິວາໝູອາຟຣິກາໃນໝູກໍລະນີທີ 5 ຂອງປີນີ້ ພ້ອມເຕືອນໄພລະດັບສີແດງໃນທົ່ວປະເທດ
ກະຊວງກິດຈະການພາຍໃນ ແລະ ຄວາມປອດໄພຂອງ ສ.ເກົາຫລີ ປະກາດກັກກັນພະຍາດໃນວັນທີ 15 ກັນຍາ ພາຍຫລັງຢືນຢັນພົບພະຍາດອະຫິວາໝູອາຟຣິກາໃນໝູ (ASF) ຢູ່ຟາມໝູແຫ່ງໜຶ່ງໃນເຂດຢອນຊອນ ແຂວງຢອງກີ ໃນຄືນວັນທີ 14 ກັນຍາ ໂດຍຖືເປັນກໍລະນີທີ 5 ແລ້ວໃນປີນີ້ ສ່ວນກໍລະນີຫລ້າສຸດກ່ອນໜ້ານີ້ພົບໃນເດືອນກໍລະກົດ.
ສໍານັກຂ່າວຊິນຮົວລາຍງານວ່າ: ໜ່ວຍງານກັກກັນພະຍາດໄດ້ອອກປະກາດເຕືອນໄພລະດັບສີແດງທົ່ວປະເທດ, ພ້ອມສັ່ງໃຫ້ຟາມໝູ ແລະ ສະຖານທີ່ທີ່ກ່ຽວຂ້ອງໃນເຂດຢອນຊອນ ແລະ ພື້ນທີ່ອ້ອມຮອບຢຸດເຮັດກິດຈະກໍາທັງໝົດເປັນເວລາ 48 ຊົ່ວໂມງ ຈົນຮອດເວລາ 20:00 ໂມງ ຂອງວັນທີ 16 ກັນຍາ ຕາມເວລາທ້ອງຖິ່ນ.
ທັງນີ້, ໜ່ວຍງານກັກກັນພະຍາດໄດ້ສົ່ງທີມງານລົງພື້ນທີ່ເພື່ອຂ້າເຊື້ອໃນບໍລິເວນອ້ອມຮອບ ແລະ ຄວບຄຸມການເຂົ້າ-ອອກຟາມໝູທີ່ກວດພົບພະຍາດ ພ້ອມກໍາຈັດໝູທີ່ໄດ້ຮັບຜົນກະທົບທັງໝົດ.

