ເງິນຊາອຸມັນຫອມຫວານ 2 ທີມດັງຊາອຸສົນໃຈ ອັລ ອຄວ້າໂຕ ເອັນໂກໂລ ກັອງເຕ້ ທີ່ກຳລັງຈະໝົດ ສັນຍາກັບເຊວຊີ ຮ່ວມທີມ
ເອັນໂກໂລ ກັອງເຕ້ ກອງກາງປະສົບການຂອງ ເຊວຊີ ກຽມຮັບເງິນກ້ອນໃຫຍ່. ຫລັງຈາກຕົກເປັນຂ່າວວ່າສອງສະໂມສອນໃຫຍ່ໃນປະເທດ ຊາອຸດີ ອາຣາເບຍ ພ້ອມທີ່ຈະທຸ່ມເງິນ 100 ລ້ານເອີໂຣ ຄວ້າໂຕມາເສີມທັບໃນຊ່ວງລະດູຮ້ອນນີ້. ກອງກາງແຊ້ມໂລກອາຍຸ 32 ປີ ຈະໝົດສັນຍາຢູ່ສະແຕມຟອດ ບຣິດ ຈົນເຖິງລະດູຮ້ອນນີ້. ໂດຍໃນທີ່ຊ່ວງທີ່ຜ່ານມາມີຂ່າວອອກມາວ່ານັກເຕະພ້ອມທີ່ຈະຂະຫຍາຍສັນຍາສະບັບໃໝ່. ແຕ່ມາຮອດປະຈຸບັນຍັງບໍ່ທັນມີການຢືນຢັນຢ່າງເປັນທາງການ….










