ເລັສເຕີ ກຽມປ່ອຍ 7 ນັກເຕະ ອອກຈາກທີມໃນລະດູຮ້ອນນີ້

ທີມຈິ້ງຈອກ ກຽມການສໍາລັບໄປຫລິ້ນໃນ ເດະ ແຊມປຽນຊິບ ໂດຍການປະກາດແຍກທາງ 7 ຜູ້ຫລິ້ນທີີ່ບໍ່ໄດ້ເປັນສ່ວນຫນຶ່ງຂອງແຜນການຂອງທີມສໍາລັບລະດູການຕໍ່ໄປ.
ຈິ້ງຈອກ ຕົກຊັ້ນຈາກ ພີເມຍລີກ ເພື່ອໄປຫລິ້ນໃນ ແຊມປ້ຽນຊິບ ໃນລະດູການໜ້າ. ຫລັງຈາກຈົບລະດູການນີ້ຢູ່ອັນດັບທີ 18 ມີ 34 ຄະແນນຈາກ 38 ນັດ.
ຈາກສະຖານະການດັ່ງກ່າວ ເຮັດໃຫ້ພວກເຂົາຫລຸດຜ່ອນພາລະຄ່າໃຊ້ຈ່າຍໃນຈໍານວນທີ່ແນ່ນອນ ແລະ ຕັດສິນໃຈບໍ່ຕໍ່ສັນຍາກັບຜູ້ຫລິ້ນບາງຄົນທີ່ຈະບໍ່ຢູ່ໃນແຜນການຂອງທີມຕໍ່ໄປ.
ເຊິ່ງນັກເຕະທັງ 7 ຄົນທີ່ມີລາຍຊື່ປະກອບມີ: ຍຸຣິ ດີເລີມັອງ ກອງກາງຝີຕີນດີເຊິ່ງຕົກເປັນເປົ້າໝາຍຂອງ Aston Villa ລວມທັງ ໂຊຍຸນຊູ, ດາເນລ ອາມາຕີ, ອາໂຢເຊ ເປເຣສ, ນອມປາຣິສ ເມນດີ້, ໄຣອັລ ເບີທານ ແລະ ເຕເຕ້.

