ເອຊີ ມິລານ ປະກາດແຍກທາງ ເປົາໂລ ມັລດີນີ ຫລັງມີບັນຫາຂັດແຍງກັບເຈົ້າຂອງທີມ

ເອຊີ ມິລານ ຢືນຢັນຢ່າງເປັນທາງການວ່າ ເປົາໂລ ມັລດີນີ ໄດ້ອອກຈາກຕຳແໜ່ງຜູ້ອຳນວຍການຝ່າຍເຕັກນິກຂອງສະໂມສອນແລ້ວ.

ອະດີດກອງຫລັງລະດັບຕຳນານຊາວອີຕາລີ ມີປັນຫາຂັດແຍງ​ກັບ Jerry Cardinale, ຫົວ​ຫນ້າ​ບໍ​ລິ​ຫານ​ຂອງກຸ່ມທຶນ RedBird Capital, ທີ່​ເປັນ​ເຈົ້າ​ຂອງທີມ AC Milan, Maldini ຕ້ອງ​ການງົບເສີມທີມ​ຫລາຍ​ໃນ​ລະ​ດູ​ຮ້ອນ, ແຕ່ວ່າທາງ Cardinale ກັບ​ບໍ່ໃຫ້​​ອະ​ນຸ​ມັດ​ຕາມ​ຄໍາ​ຮ້ອງ​ຂໍ.

ຈົນສຸດທ້າຍ ຄວາມສໍາພັນຂອງທັງສອງຝ່າຍເຖິງຄາວແຕກຫັກເມື່ອ ມິລານ ຕັດສິນໃຈແຍກທາງກັບ ມັລດີນີ ແບບກະທັນຫັນ.