ຢາກກັບບາຊ່າ! ເມສຊີ່ ເລື່ອນແຜນການ ທີ່ຈະຍ້າຍຮ່ວມ ອັລ ຮິລາ ປີ 2024

ລີໂອເນວ ເມສຊີ່ ກອງໜ້າລະດັບຕຳນານຂອງທີມຊາດອາເຈນຕິນາ ໄດ້ເລື່ອນເວລາແຜນການຍ້າຍໄປຢູ່ກັບ ອັລ ຮິລາ ໄປເປັນປີ 2024 ເພາະຢາກກັບຄືນໄປຫລິ້ນໃຫ້ກັບ ບາເຊໂລນາ ຫລາຍກວ່າ ຕາມລາຍງານທີ່ໄດ້ຮັບມາ.

ກອງໜ້າໄວ 35 ປີ ຫາກໍ່ຢືນຢັນແຍກທາງກັບ ປາຣີ ແຊັງ-ແຊັກແມັງ ສະໂມສອນຍັກໃຫຍ່ຂອງຝຣັ່ງ. ທ່າມກາງຂ່າວລືກ່ອນໜ້ານີ້ວ່າ ຍອດທີມດັງຂອງ ຊາອຸດິ ອາຣາເບຍ ພ້ອມທີ່ຈະໃຊ້ເງິນຈໍານວນມະຫາສານເພື່ອນໍາເອົາເຂົາມາຮ່ວມທີມ.

ຢ່າງໃດກໍ່ຕາມ, ຈາກສະຖານະການຫລ້າສຸດທີ່ ບາເຊໂລນາ ໄດ້ແກ້ບັນຫາກ່ຽວກັບແຜນການເງິນກັບ ລາລີກາ. ເຮັດໃຫ້ຍັກໃຫຍ່ແຫ່ງກາຕາລັນມີໂອກາດດຶງ ເມສຊີ ກັບມາສະແດງລວດລາຍໃນ ແຄັມນູ ອີກຄັ້ງ ນອກຈາກນັ້ນ, ພໍ່ຂອງ ເມສຊີ່ ເອງກໍ່ອອກມາໃຫ້ສໍາພາດວ່ານັກເຕະຕ້ອງການກັບຄືນໄປຫາສະໂມສອນທີ່ເຮັດໃຫ້ລາວມີຊື່ສຽງມາຢ່າງດົນນານ.

ອີງຕາມການລາຍງານທີ່ໄດ້ຮັບມາ ທາງຊາອຸດິ ອາຣາເບຍ ໄດ້ແປກໃຈໃນຄໍາຮ້ອງຂໍຂອງ ເມສຊີ່ ແລະ ແຈ້ງກັບຄືນໄປວ່າການສະເຫນີ 500 ລ້ານເອີໂຣຕໍ່ປີແມ່ນພຽງແຕ່ສໍາລັບປີນີ້ເທົ່ານັ້ນ. ແລະ ຖ້າຫາກວ່າການຍ້າຍເກີດຂຶ້ນໃນປີຕໍ່ໄປ ຕ້ອງໄດ້ມີການເຈລະຈາຄືນໃຫມ່ ເຊິ່ງອາດມີຂໍ້ສະເໜີທີ່ແຕກຕ່າງກັນອອກໄປ.