ມາຄຣົງ ກ່ອມ ເອັມປັບເປ້ ໃຫ້ຢູ່ກັບເປແອສເຊ ຕໍ່

ມາຄຣົງ ກ່ອມ ເອັມປັບເປ້ ໃຫ້ຢູ່ກັບເປແອສເຊ ຕໍ່

ປະທານາທິບໍດີຝຣັ່ງໄດ້ຢືນຢັນວ່າລາວຈະຊຸກຍູ້ໃຫ້ກອງຫນ້າໂຕເກັ່ງຢູ່ກັບສະໂມສອນເດີມຕໍ່ໄປ ແລະ​ ບໍ່​​ຍ້າຍ​ໄປ​ສະ​ໂມ​ສອນ​ອື່ນ​ຕາມ​ທີ່​ເປັນຂ່າວກ່ອນ​ຫນ້າ​ນີ້​. ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ​ເປີດ​ເຜີຍ​ໂດຍ​ຫຍໍ້​ວ່າຈະພະຍາຍາມພັກດັນໃຫ້ ຄີລຽນ ເອັມປັບເປ້ ຍັງຢູ່ກັບ ປາຣີ ແຊັງ-ແຊັກແມັງ ຕໍ່ໄປ ເຖິງວ່າຈະມີຂ່າວນັກເຕະໄດ້ແຈ້ງສະໂມສອນແລ້ວວ່າຈະບໍ່ຕໍ່ສັນຍາອອກໄປໃນປີໜ້າ. ຫົວຫອກໄວ 24 ປີ ຕົກເປັນຂ່າວວ່າຈະຖືກຂາຍອອກຈາກທີມໃນລະດູຮ້ອນນີ້. ຫລັງຈາກທີ່ນັກເຕະຈະໝົດສັນຍາກັບທີມໃນປີໜ້າ….

ໄດ້ຫລິ້ນ UCL! ນີວຄາສເຊິນ ປາດໜ້າ ສະເປີ ກຽມຄວ້າ ແມດດິສັນ

ໄດ້ຫລິ້ນ UCL! ນີວຄາສເຊິນ ປາດໜ້າ ສະເປີ ກຽມຄວ້າ ແມດດິສັນ

ສະກາຍ ສະປອດ ລາຍງານວ່າ ນິວຄາສເຊິລ ເປັນທີມເຕັງທີ່ຈະເຊັນສັນຍາກັບ ເຈມ ແມດດິສັນ ກອງກາງໂຕເກັ່ງຂອງ ເລັສເຕີ ຊິຕີ້ ໄປຮ່ວມທັບ. ກອງກາງອາຍຸ 26 ປີ ເປັນໜຶ່ງໃນຜູ້ຫລິ້ນທີ່ຮ້ອນແຮງທີ່ສຸດໃນຕະຫລາດນັກເຕະໃນຊ່ວງລະດູຮ້ອນນີ້ຫລັງຈາກທີ່ ເລັສເຕີ ຊິຕີ້ ໄດ້ຕົກຊັ້ນ, ໂດຍທີ ທັອດແນມ…

ເມສຊີ່ ຢືນຢັນ ຈະບໍ່ຫລິ້ນບານໂລກ ຄັ້ງຕໍ່ໄປແລ້ວ

ເມສຊີ່ ຢືນຢັນ ຈະບໍ່ຫລິ້ນບານໂລກ ຄັ້ງຕໍ່ໄປແລ້ວ

ລີໂອເນວ ເມສຊີ່ ຈອມທັບຄົນເກັ່ງຂອງທີມຊາດອາເຈນຕິນາ ຢືນຢັນວ່າຈະບໍ່ລົງຫລິ້ນໃນເຕະບານໂລກຄັ້ງຕໍ່ໄປແລ້ວ. ດາວຍິງອາຍຸ 35 ປີ ເປັນກຳລັງສຳຄັນທີ່ນຳພາກອງທັບຟ້າຂາວ ຄວ້າແຊ້ມບານໂລກ 2022 ເຊິ່ງລາວຊີ້ວ່ານີ້ເປັນແຊ້ມທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງລາວ. ແລະ ຄົງຄິດວ່າມັນຈະເປັນຄັ້ງສຸດທ້າຍແລ້ວສຳລັບລາວ. “ຈິງແລ້ວ ຂ້າພະເຈົ້າໄດ້ເວົ້າມັນສອງສາມເທື່ອແລ້ວ. ບານໂລກຄັ້ງທີ່ຜ່ານມາແມ່ນບານໂລກຄັ້ງສຸດທ້າຍຂອງຂ້ອຍ,” ເມສຊີ່ ກ່າວກັບ Titan Sports….

ລີເວີພູລ ທາບທາມ ບັລເບເດ ຍົກລະດັບແດນກາງ ດ້ວຍຂໍ້ສະເໜີ 60 ລ້ານຢູໂຣ

    ສື່ສະເປນລະບຸວ່າ : ລີເວີພູລ ຍື່ນຂໍ້ສະເໜີຈຳນວນ 60 ລ້ານຢູໂຣ ໃຫ້ກັບ ຣຽວ ມາດຣິດ ເພື່ອຂໍເຊັນສັນຍາກັບ ເຟເດຣິໂກ ບັລເບເດ ກອງກາງທີມຊາດອຸຣຸໄກວ. ສຳລັບ ບັລເບເດ ຖືເປັນກຳລັງສຳຄັນຂອງ ຣຽວ ມາດຣິດ…

ເຖິງເວລາເໝາະສົມ! ເບີນາໂດ້ ຊີລວາ ແຈ້ງຕໍ່ແມນຊິຕີ້ ຕ້ອງການຍ້າຍທີມ ໃນລະດູຮ້ອນນີ້

ເຖິງເວລາເໝາະສົມ! ເບີນາໂດ້ ຊີລວາ ແຈ້ງຕໍ່ແມນຊິຕີ້ ຕ້ອງການຍ້າຍທີມ ໃນລະດູຮ້ອນນີ້

Manchester Evening news ລາຍງານຂ່າວວ່າ ເບີນາໂດ້ ຊີລວາ ກອງກາງໂຕເກັ່ງຂອງ ແມນເຊັສເຕີ ຊິຕີ້ ແຈ້ງກັບສະໂມສອນວ່າຕ້ອງການຍ້າຍທີມໃນຊ່ວງຊຳເມີ້ນີ້. ດາວເຕະອາຍຸ 28 ປີ ເປັນກໍາລັງສໍາຄັນທີ່ຊ່ວຍໃຫ້ເຮືອໃບສີຟ້າຄວ້າ 3 ແຊ້ມ ໃນລະດູການທີ່ຜ່ານມາ. ໂດຍລົງຫລິ້ນໄປເຖິງ 55 ນັດໃນການແຂ່ງຂັນລວມທັງລາຍການທັງຫມົດ….

ໃກ້ສຳເລັດ! ອາເຊນອລ ກຽມທຸບສະຖິຕິ ຄ່າໂຕ 100 ລ້ານປອນຊື້ ດີແຄນ ໄຣສ໌

ໃກ້ສຳເລັດ! ອາເຊນອລ ກຽມທຸບສະຖິຕິ ຄ່າໂຕ 100 ລ້ານປອນຊື້ ດີແຄນ ໄຣສ໌

ອາເຊນອລ ກຽມປິດຂໍ້ສະເໜີ ດີແຄນ ໄຣສ໌ ດ້ວຍຄ່າໂຕ 100 ລ້ານປອນ ເຊິ່ງຖືເປັນສະຖິຕິໃໝ່ຂອງສະໂມສອນ, ອີງຕາມການລາຍງານຂອງ The Guardian. ກອງກາງອາຍຸ 24 ປີ ເປັນເປົ້າໝາຍຫລັກຂອງປືນໃຫຍ່ໃນການເສີມທີມໃນລະດູຮ້ອນນີ້. ເຊິ່ງພວກເຂົາພ້ອມທີ່ຈະຈ່າຍຄ່າຕົວ 90 ລ້ານປອນ, ຂະນະທີ່ທາງ ເວັສແຮມ…

ຫຸ້ນຂອງແມນຢູ ໂດດສູງ ຫລັງຫລາຍຊື່ລາຍງານຂ່າວກຸ່ມທຶນ ຊິກ ກາຕາ ເຂົ້າຊື້ກິດຈະການທີມສຳເລັດ

ຫຸ້ນຂອງແມນຢູ ໂດດສູງ ຫລັງຫລາຍຊື່ລາຍງານຂ່າວກຸ່ມທຶນ ຊິກ ກາຕາ ເຂົ້າຊື້ກິດຈະການທີມສຳເລັດ

ເອີ້ນໄດ້ວ່າກິ່ນຄວາມຈະເລີນກະຈາຍໄປທົ່ວບໍລິເວນອ້ອມຮອບ ໂອນ ແທຣ໊ຟຟອດ ຫລັງຈາກທີ່ຫຸ້ນຂອງ ແມນເຊສເຕີ ຢູໄນເຕັດ ໂດດຂຶ້ນສູງ ຫລັງຫລາຍຊື່ລາຍງານວ່າກຸ່ມທຶນ ຊິກ ທາມິນ ບິນ ຮາຫມັດ ບິນ ຄາລິຟາ ອັລ ທານີ ແຫ່ງກາຕາ ເຂົ້າຊື້ກິດຈະການໄດ້ສຳເລັດ ຫລັງມີການເຈລະຈາກັນມາຢ່າງຍາວນານເຖິງ 18…

ຟລອຍ ປະທະ ຫລານຫົວໜ້າແກ໊ງນິວຢອກ ສຸດທ້າຍຍົກພວກຕີກັນ ໃນລາຍການຊົກມວຍນັດພິເສດ

ຟລອຍ ປະທະ ຫລານຫົວໜ້າແກ໊ງນິວຢອກ ສຸດທ້າຍຍົກພວກຕີກັນ ໃນລາຍການຊົກມວຍນັດພິເສດ

ການຊົກມວຍນັດພິເສດລະຫວ່າງ ຟລອຍ ເມເວເທີ ຈູເນຍ ອະດີດແຊ໊ມມວຍໂລກຊະນະລວດ 50 ຄັ້ງ ກັບ ຈອນ ກັອດຕິ ເດິ ເທີດ ຫລານຊາຍອະດີດຫົວໜ້າແກ໊ງອິດທິພົນເຊິ່ງດັງໃນນິວຢອກ ຈົບລົງດ້ວຍການຍົກພວກຕີກັນ. ການຊົກມວຍດັ່ງກ່າວ ຈັດຂຶ້ນໃນກຳໜົດ 6 ຍົກທີ່ ຟລາ ໄລ…

ລະເບີດລູກໃຫຍ່! ເອັບປັບເປ້ ຂຽນຈົດໝາຍ ບອກສະໂມສອນວ່າຈະບໍ່ຕໍ່ສັນຍາອອກໄປ

ລະເບີດລູກໃຫຍ່! ເອັບປັບເປ້ ຂຽນຈົດໝາຍ ບອກສະໂມສອນວ່າຈະບໍ່ຕໍ່ສັນຍາອອກໄປ

ຄີລຽນ ເອັບປັບເປ້ ກອງໜ້າຂອງ ປາຣີ ແຊັງ-ແຊັກແມັງ ຍື່ນຈົດໝາຍເຖິງຕົ້ນສັງວ່າລາວຈະບໍ່ຂໍໃຊ້ເງື່ອນໄຂຂອງການຕໍ່ອາຍຸສັນຍາໃນປີຫນ້າ ດັ່ງນັ້ນ, ສົ່ງຜົນໃຫ້ມີແນວໂນ້ມສູງທີ່ຈະຍ້າຍອອກຈາກສະໂມສອນໃນລະດູຮ້ອນນີ້, ອີງຕາມການ L’Equipe. ສື່ຊື່ດັງໃນແດນນ້ຳຫອມເຜີຍວ່າ ດາວເຕະທີມຊາດຝຣັ່ງໄດ້ສົ່ງຈົດໝາຍແຈ້ງຄວາມຕ້ອງການຂອງຕົນເອງໄປໃຫ້ PSG ໄດ້ຮັບຮູ້ແລ້ວວ່າຈະບໍ່ຕໍ່ສັນຍາອອກໄປ. ໂດຍສັນຍາປັດຈຸບັນຈະໝົດອາຍຸໃນປີ 2024. ນັ້ນໝາຍຄວາມວ່າ ແຊ້ມລີກ 1 ຈະຕ້ອງຊອກຫາວິທີທີ່ຈະຂາຍເຂົາໃນລະດູຮ້ອນນີ້….

ສະຫະພັນບານເຕະເນເທີແລນ ໃຫ້ນັກກິລາ ທີມຊາດໃສ່ເສື້ອທີມສະໂມສອນທີ່ຕົນເອງ ເຄີຍຢູ່ ລົງຝຶກຊ້ອມ

ສະຫະພັນບານເຕະເນເທີແລນ ໃຫ້ນັກກິລາ ທີມຊາດໃສ່ເສື້ອທີມສະໂມສອນທີ່ຕົນເອງ ເຄີຍຢູ່ ລົງຝຶກຊ້ອມ

ຫລັງຈາກປະກາດລາຍຊື່ນັກເຕະທີມຊາດລາວຊຸດແຂ່ງ ເນຊັນ ຄັບ ອອກມາຢ່າງເປັນທາງການ ປະຈຸ​ບັນ​ເຫລົ່ານັກເຕະອັດສະວິນສີສົ້ມ  ຫລື ທີມຊາດ​ໂຮນລັງ (ເນເທີແລນ). ກຳລັງ​ຢູ່​ໃນ​ໄລຍະ​ເກັບ​ຕົວ​ໄປ​ຝຶກ​ຊ້ອມ​ໃນ​ແຄ້ມ​ທີມຊາດ ເພື່ອກຽມແຂ່ງຂັນຮອບຮອງຊະນະເລີດ ພົບກັບ ທີມຊາດໂຄຣເອເຊຍ. ຢ່າງໃດກໍ່ຕາມ, ໃນລະຫວ່າງການຝຶກຊ້ອມໃນທ້າຍອາທິດທີ່ຜ່ານມາ, ຜູ້ຫລິ້ນທັງຫມົດບໍ່ໄດ້ໃສ່ເສື້ອຝຶກຊ້ອມຂອງທີມຊາດໂຮນລັງ, ແຕ່ໃສ່ເສື້ອຝຶກຊ້ອມທີ່ແຕກຕ່າງກັນອອກໄປ. ຂະບວນການດັ່ງກ່າວເກີດມາຈາກແນວຄວາມຄິດຂອງສະມາຄົມບານເຕະໂຮນລັງເພື່ອສະແດງໃຫ້ເຫັນຄວາມສໍາຄັນຂອງສັງຄົມບານເຕະ. ໂດຍໃຫ້ນັກ​ກິລາ​ທັງ​ໝົດ 25 ຄົນ​​ໄດ້​ໃສ່​ເສື້ອເຍົາວະຊົນທີ່ຕົນເອງເຄີຍຢູ່…